ທາງການຈີນໄດ້ຄວບຄຸມຕົວຊາຍອາຍຸ 39 ປີໃນນະຄອນຉງຊິ່ງ ຫຼັງຖືກກ່າວຫາວ່າຫຼອກຂໍຮັບລ້ຽງໝາ ແລະ ແມວຈຳນວນຫຼາຍ ກ່ອນທໍລະມານ ແລະ ທຳຮ້າຍສັດຈົນໄດ້ຮັບບາດເຈັບ ຫຼື ເສຍຊີວິດ ພ້ອມຖ່າຍຄລິບເຜີຍແຜ່ ແລະ ຈຳໜ່າຍທາງອອນລາຍ ເຫດການດັ່ງກ່າວສ້າງຄວາມໂກດແຄ້ນໃນສັງຄົມຈີນ ຈົນນຳໄປສູ່ການຊຸມນຸມປະທ້ວງຫຼາຍວັນ ແລະ ກະແສຮຽກຮ້ອງໃຫ້ຈີນອອກກົດໝາຍລົງໂທດການທາລຸນສັດຢ່າງຈິງຈັງ.
ຄືບໜ້າຄະດີທີ່ສະທ້ານໃຈຄົນຮັກສັດໃນປະເທດຈີນ ຊຶ່ງໄດ້ກາຍເປັນກະແສວິພາກວິຈານໃນສັງຄົມຢ່າງດຸເດືອດ ລ່າສຸດ ສຳນັກງານຕຳຫຼວດນະຄອນຉງຊິ່ງໄດ້ອອກຄຳຖະແຫຼງການຢ່າງເປັນທາງການ ລະບຸວ່າ ໄດ້ດຳເນີນການຈັບກຸມ ແລະ ລົງໂທດກັກຂັງ ທ່ານ ຫຼີ ຊາຍອາຍຸ 39 ປີ ຫຼື ທີ່ຮູ້ຈັກໃນສະມະຍານາມທາງອອນລາຍວ່າ “ຉງຊິ່ງ ຊາມູເອລກ່ວ” ເປັນເວລາ 15 ວັນ ຊຶ່ງຖືເປັນໂທດຂັ້ນສູງສຸດພາຍໃຕ້ກົດໝາຍການຈັດການຄວາມປອດໄພສາທາລະນະຂອງຈີນ ຫຼັງສືບສວນພົບວ່າ ທ່ານ ຫຼີ ໄດ້ໃຊ້ອຸບາຍຫຼອກລວງຜູ້ອື່ນເພື່ອຂໍຮັບລ້ຽງໝາ ກ່ອນລົງມືທຳຮ້າຍ ແລະ ທໍລະມານຈົນສັດໄດ້ຮັບບາດເຈັບສາຫັດ ແລະ ລົ້ມຕາຍ.
ຢ່າງໃດກໍ່ຕາມ ບົດລົງໂທດດັ່ງກ່າວສ້າງຄວາມບໍ່ພໍໃຈຢ່າງຮຸນແຮງໃຫ້ແກ່ກຸ່ມອາສາສະໝັກ ແລະ ປະຊາຊົນທົ່ວໄປ ເນື່ອງຈາກພາຍໃຕ້ກົດໝາຍປັດຈຸບັນຂອງຈີນ “ຍັງບໍ່ມີບົດລົງໂທດທາງອາຍາໂດຍກົງສຳລັບຜູ້ທີ່ທາລຸນສັດ” ສົ່ງຜົນໃຫ້ຝູງຊົນກວ່າ 100 ຄົນ ລວມຕົວປິດລ້ອມອາພາດເມັ້ນຂອງທ່ານ ຫຼີ ໃນເຂດເຈຍງເປ່ຍ ລວມທັງບໍລິເວນສະຖານີຕຳຫຼວດຢ່າງຕໍ່ເນື່ອງ ເພື່ອຮຽກຮ້ອງຄວາມຍຸຕິທຳ ໂດຍມີປະຊາຊົນບາງສ່ວນນຳເກົ້າອີ້ ແລະ ກາງເຕັ້ນນອນປະທ້ວງ ມີການຈັດທຳເຂົ້າໝໍ້ໃຫຍ່ ແລະ ເສບຽງມາແຈກຢາຍໃນພື້ນທີ່ ຂະນະທີ່ເຈົ້າໜ້າທີ່ຕຳຫຼວດປາບຈະລາຈົນໄດ້ເຂົ້າຕຶງກຳລັງ ແລະ ຄວບຄຸມຕົວຜູ້ປະທ້ວງບາງສ່ວນທີ່ພະຍາຍາມຖ່າຍຮູບເຫດການ.
ຊົນວົນເຫດຖືກເປີດເຜີຍໃນຕົ້ນເດືອນທີ່ຜ່ານມາ ຫຼັງຈາກທ່ານ ຫຼີ ໄດ້ໂພດໂຄສະນາໃນແພລດຟອມ ຕ່ວຍອິນ ຫຼື TikTok ສະບັບຈີນ ອ້າງວ່າຕົນຕ້ອງການຮັບລ້ຽງໝາ ໂດຍຈອງໃຈຫຼອກລວງເຈົ້າຂອງເດີມວ່າ “ລູກ ໆ ທັງສອງຄົນຂອງລາວຊອບລູກໝາຫຼາຍ” ຈົນມີຍິງສາວລາຍໜຶ່ງຫຼົງເຊື່ອ ແລະ ສົ່ງມອບລູກໝາໃຫ້.
ແຕ່ຕໍ່ມາ ກຸ່ມອາສາສະໝັກໄດ້ໄປພົບລູກໝາຕົວໜຶ່ງຊື່ “ຕ່ງຕ່ງ” ຖືກທິ້ງໄວ້ທີ່ລາວບັນໄດອາຄານທີ່ພັກຂອງທ່ານ ຫຼີ ໃນສະພາບໃກ້ຕາຍ ຫົວບວມ ຂາຫັກ ທ້າຍທີ່ສຸດເມື່ອນຳສົ່ງໂຮງໝໍສັດ ສັດຕະວະແພດລະບຸວ່າ ໝາຖືກທຳຮ້າຍຢ່າງໂຫດຮ້າຍ “ແຂ້ວຖືກເລື່ອຍຈົນລຽບເໜືອ ແລະ ຫາງຖືກຕັດຂາດ” ຈົນຕ້ອງດຳເນີນການຟອກເລືອດ ແລະ ກູ້ຊີບຢ່າງຮີບດ່ວນ ໂດຍໂຮງໝໍເຜີຍວ່າ ຫຼັງຈາກຍືດຊີວິດຫຼາຍວັນ ລ່າສຸດ ເຈົ້າຕ່ງຕ່ງເລີ່ມກັບມາທານອາຫານເອງໄດ້ເປັນຄັ້ງທຳອິດ.
ນອກຈາກນີ້ ກຸ່ມພິທັກສ໌ສິດສັດຍັງສືບພົບວ່າ ທ່ານ ຫຼີ ບໍ່ໄດ້ທຳເປັນຄັ້ງທຳອິດ ແຕ່ມີພຶດຕິກຳທຳເປັນຂະບວນການ ໂດຍມີຈຸດປະສົງເພື່ອຖ່າຍທຳຄລິບວິດີໂອການທໍລະມານສັດໄປຂາຍໃນກຸ່ມລັບທາງອອນລາຍ.
ກຸ່ມອາສາສະໝັກ ແລະ ນັກກົດໝາຍຈາກອົງການ “ຜູ້ພິທັກສ໌ສັດລ້ຽງ” ໂຕ້ວ່າ ທາງການບໍ່ຄວນດ່ວນສຸດທ້າຍສັ່ງຂັງພຽງ 15 ວັນ ແລ້ວປ່ອຍຕົວ ແຕ່ຄວນໃຊ້ມາດຕາ 275 ຂອງກົດໝາຍອາຍາຈີນ ໃນຂໍ້ຫາ “ເຈດຕະນາທຳລາຍຊັບສິນຂອງຜູ້ອື່ນ” ເນື່ອງຈາກການກະທຳຂອງທ່ານ ຫຼີ ເຂົ້າຂ່າຍການຫຼອກລວງເພື່ອເອົາຊັບສິນຂອງຜູ້ອື່ນໄປທຳລາຍ ຊຶ່ງຕາມເກນກົດໝາຍຂອງນະຄອນຉງຊິ່ງ ຫາກມູນຄ່າຄວາມເສຍຫາຍລວມກັນເກີນ 5,000 ຢວນ (ປະມານ 24,000 ບາດ) ຈະສາມາດສັ່ງຟ້ອງເປັນຄະດີອາຍາທີ່ມີໂທດຈຳຄຸກໄດ້ທັນທີ ອາສາສະໝັກຈຶ່ງຮຽກຮ້ອງໃຫ້ຕຳຫຼວດກວດສອບປະຫວັດການຮັບລ້ຽງໝາຍ້ອນຫຼັງ 1-2 ປີຂອງທ່ານ ຫຼີ ເພື່ອລວບລວມມູນຄ່າຂອງໝາທຸກຕົວທີ່ຖືກຫຼອກໄປຂ້າ ແລະ ຍົກລະດັບເປັນຄະດີອາຍາ.
ເຫດການດັ່ງກ່າວຍັງສົ່ງຜົນກະທົບຕໍ່ບັນຊີ WeChat ຂອງໂຮງໝໍສັດທີ່ຊ່ວຍຮັກສາເຈົ້າຕ່ງຕ່ງ ທີ່ຈູ່ ໆ ກໍ່ຖືກສັ່ງລະງັບການໃຊ້ງານຊົ່ວຄາວຫຼັງຖືກລາຍງານໃນລະບົບ ເນື່ອງຈາກມີການສຕຣີມລາຍງານອາການຂອງໝາ ຊຶ່ງມີຜູ້ບໍລິຈາກເງິນເຂົ້າມາຈຳນວນ 14,416 ຢວນ (ປະມານ 70,000 ບາດ) ໂດຍທາງໂຮງໝໍຢືນຢັນຄວາມບໍລິສຸດໃຈວ່າ ບໍ່ໄດ້ເປີດຮັບເງິນເພື່ອສ້າງກະແສ ແລະ ຈະນຳເງິນບໍລິຈາກທັງໝົດສົ່ງມອບຕໍ່ໃຫ້ອົງການການກຸສົນເພື່ອສັດຈອນຕໍ່ໄປ.
ຂ່າວ: BBC





