- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ

ໃນວັນທີ 7 ມິຖຸນາ 2026, ເປັນອີກມື້ໜຶ່ງທີ່ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຈໍາປາສັກ ໄດ້ຮັບຂໍ້ມູນລາຍງານການພົບເຫັນລະເບີດໃຫຍ່ຈາກປະຊາຊົນ ບ້ານ ພູທອງເທິງ, ເມືອງ ບາຈຽງຈະເລີນສຸກ, ແຂວງ ຈໍາປາສັກ. ເຈົ້າຂອງທີ່ດິນໄດ້ພົບເຫັນລະເບີດໃຫຍ່ 1 ໜ່ວຍ ໃນລະຫວ່າງການກະກຽມພື້ນທີ່ສໍາລັບປູກມັນຕົ້ນ ຈຶ່ງໄດ້ແຈ້ງໃຫ້ທີມງານ ຄກລ ຮັບຊາບ ແລະ ຊ່ວຍເຄື່ອນຍ້າຍລະເບີດອອກຈາກທີ່ດິນຂອງຕົນ. ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ

ຂປລ. ໃນຕອນເຊົ້າວັນທີ 8 ມິຖຸນາ 2026, ທີ່ນະຄອນ ຫລວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ດັກ ວິງ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ,...

ຟີລິບປິນ ປະກາດເຕືອນໄພສຶນາມິ! ພາຍຫຼັງເກີດແຜ່ນດິນໄຫວຮຸນແຮງ 7.8 ຣິກເຕີ ຄວາມເລິກ 5.6ກມ ຢູ່ເກາະມິນດານາວ

ສຳນັກຂ່າວຕ່າງປະເທດ TNN World ລາຍງານວ່າ: ຕອນເຊົ້າຂອງວັນທີ 8 ມິຖຸນາ 2026 ເກີດເຫດແຜ່ນດິນໄຫວຄັ້ງຮຸນແຮງຂະໜາດ 7.8 ຣິກເຕີ ຢູ່ທີ່ແຂວງ ຊາຣັງການີ (Sarangani) ເທິງເກາະມິນດານາວ (Mindanao) ທາງພາກໃຕ້ຂອງປະເທດຟີລິບປິນ, ສູນກາງການສັ່ນສະເທືອນຢູ່ເລິກລົງໄປໃຕ້ດິນປະມານ 55 ກິໂລແມັດ. ພາຍຫຼັງເກີດເຫດການດັ່ງກ່າວ, ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງຟີລິບປິນ (PHIVOLCS) ໄດ້ອອກປະກາດເຕືອນໄພຄື້ນຍັກສຶນາມິ (Tsunami)...

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ຂປລ. ອໂດຍຕອບສະໜອງຕາມການເຊື້ອເຊີນຂອງສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກ ,ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ສະພາບອາກາດປະຈໍາວັນທີ 08 ມິຖຸນາ 2026

ບໍລິເວນຄວາມກົດດັນອາກາດຕໍ່າຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.

ຮ່ວມສົ່ງທ່ານ ທ່ານ ມິກໂກ ປາຊີ (Mikko Paasi) ນັກຊ່ຽວຊານດຳນໍ້າ ທີ່ຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ເດີນທາງກັບປະເທດໃນວັນທີ 05/06/2026

ວັນທີ 05 ມິຖຸນາ 2026 ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ໄດ້ໄປສົ່ງ Mr Mikko pietaripaasi ນັກຊ່ຽວຊານດຳນໍ້າ ທີ່ຮ່ວມພາລະກິດຊ່ວຍປະຊາຊົນຕິດຖໍ້າ ທີ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຊົມເຊີຍນໍ້າໃຈເສຍສະຫລະຂອງທ່ານ ແລະ ເດີນທາງກັບເຮືອນດ້ວຍຄວາມສະຫວັດດີພາບ. ພາບບັນຍາກາດອັນອົບອຸ່ນ: ທີ່ມາ: ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ທ່ານ ມິກໂກ້ ປາຊີເດີນທາງມາສົມທົບຊ່ວຍທີມກູ້ໄພ ໃນວັນທີ 25 ພຶດສະພາ...

ເມືອງຄຳເກີດ ແຂວງບໍລິຄຳໄຊ ອອກແຈ້ງການໃຫ້ປິດຮ້ານບັນເທີງ-ຮ້ານກິນດື່ມອື່ນໆ (ທີ່ຂາຍເຫຼົ້າ-ເບຍ) ໃນໄລຍະສອບເສັງຈົບຊັ້ນ ເລີ່ມວັນທີ 10-12 ມິຖຸນາ 2026 ແລະ 17-19 ມິຖຸນາ 2026

ແຈ້ງໃຫ້ປິດຊົ່ວຄາວ ຄະນະກໍາມະການປົກຄອງເມືອງ ຂໍຖືເປັນກຽດແຈ້ງການມາຍັງບັນດາຜູ້ປະກອບການຮ້ານກິນດື່ມ, ບັນເທີງ, ຄາຣາໂອເກະ, ສະນຸກເກີ ແລະ ຮ້ານປີ້ງ-ຕໍາ (ທີ່ຂາຍເຫຼົ້າ-ເບຍ) ພາຍໃນເມືອງຄໍາເກີດ ຊາບວ່າ: 1. ໃຫ້ບັນດາຜູ້ປະກອບການຮ້ານກິນດື່ມ, ຮ້ານບັນເທີງ, ຄາຣາໂອເກະ, ສະນຸກເກີ ແລະ ຮ້ານປີ້ງ ຕໍາ (ທີ່ຂາຍເຫຼົ້າ- ເບຍ) ພາຍໃນເມືອງ ປິດບໍລິການຊົ່ວຄາວ ໃນຊ່ວງສອບເສັງມັດທະຍົມຕອນຕົ້ນ (ມ4)...

ແຂວງໄຊສົມບູນ ຈະປະຕິບັດນະໂຍບາຍ ແລະ ດຳເນີນການຍ້ອງຍໍຢ່າງສົມກຽດ ໃຫ້ແກ່ໜ່ວຍກູ້ໄພລາວ ແລະ ຕ່າງປະເທດ ທີ່ຊ່ວຍເຫລືອປະຊາຊົນຕິດຢູ່ໃນຖໍ້າ

ໃນວັນທີ 4 ມິຖຸນາ 2026, ອົງການປົກຄອງແຂວງ ໄຊສົມບູນ ຈະປະຕິບັດນະໂຍບາຍ ແລະດຳເນີນການຍ້ອງຍໍຢ່າງສົມກຽດ ຕໍ່ບັນດາໜ່ວຍກູ້ໄພລາວ ແລະຕ່າງປະເທດ ທີ່ຊ່ວຍເຫຼືອປະຊາຊົນ 7 ຄົນຕິດຄ້າງໃນຖໍ້າ. ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ໄຊສົມບູນ ໄດ້ໃຫ້ສຳພາດວ່າ: ແຂວງໄຊສົມບູນຈະໄດ້ຈັດກຽມພິທີບາສີສູ່ຂວັນ ເອີ້ນຂວັນໃຫ້ກັບທີມງານໜ່ວຍກູ້ໄພລາວ-ໄທ ແລະ ຕ່າງປະເທດ ທີ່ໄດ້ເຂົ້າມາຮ່ວມຊ່ວຍເຫຼືອປະຊາຊົນຕິດຖໍ້າ...

ສະພາບອາກາດປະຈໍາວັນທີ 05 ມິຖຸນາ 2026

ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງມີກຳລັງອ່ອນ ຫາ ປານກາງ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງລັກສະນະດັ່ງກ່າວນີ້ ຈະເຮັດໃຫ້ສະພາບອາກາດໂດຍທົ່ວໄປຍັງມີອາກາດຮ້ອນເອົ້າ, ພ້ອມນັ້ນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ລາຍລະອຽດແຕ່ລະພາກດັ່ງນີ້:

ລາວຍົກລະດັບເຝົ້າລະວັງ ‘ອີໂບລາ’ (Ebola) ຈາກຜູ້ເດີນທາງມາຈາກເຂດສ່ຽງ ຕ້ອງຕິດຕາມອາການ 21 ວັນ ເພື່ອສະກັດກັ້ນການລະບາດເຂົ້າສູ່ປະເທດຢ່າງທັນທ່ວງທີ

ກະຊວງສາທາລະນະສຸກລາວ ຍົກລະດັບການເຝົ້າລະວັງພະຍາດອີໂບລາ (Ebola) ຢ່າງໃກ້ຊິດ ຫຼັງອົງການອະນາໄມໂລກປະກາດເປັນພາວະສຸກເສີນ. ເຖິງວ່າລາວຈະມີຄວາມສ່ຽງຕໍ່າ ແຕ່ກໍໄດ້ວາງມາດຕະການເຂັ້ມງວດ ໃຫ້ຜູ້ເດີນທາງຈາກເຂດສ່ຽງຕິດຕາມອາການ 21 ວັນ ເພື່ອສະກັດກັ້ນການລະບາດເຂົ້າສູ່ປະເທດຢ່າງທັນທ່ວງທີ. ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນລາວ, ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ອອກມາຖະແຫຼງການເພື່ອສ້າງຄວາມເຂົ້າໃຈ ແລະ ກຽມຄວາມພ້ອມ ໂດຍທ່ານໄດ້ກ່າວເນັ້ນໜັກວ່າ: “ເຖິງແມ່ນວ່າການລະບາດຂອງພະຍາດອາດຈະຢູ່ຫ່າງໄກກັບພວກເຮົາ ແຕ່ພວກເຮົາຕ້ອງມີການກະກຽມຄວາມພ້ອມເພື່ອເຝົ້າລະວັງ ແລະ ຮັບມືຕໍ່ການລະບາດທີ່ເກີດຂຶ້ນຢູ່ທະວີບອາຟຣິກາ” ພະຍາດອີໂບລາເປັນພະຍາດອັນຕະລາຍທີ່ເຄີຍລະບາດໜັກໃນປີ 2014-2016...

Latest news

- Advertisement -spot_img