- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

“ນ້ອງຄິວ” ຮີໂຣໂຕນ້ອຍໄວ 15 ປີ ຜູ້ເສຍສະຫຼະລຸຍດ່ານໜ້າ ຢ່ອນໂຕເຂົ້າຊ່ອງແຄບ ພ້ອມທີມກູ້ໄພນານາຊາດ ໃນພາລະກິດຄົ້ນຫາຜູ້ຕິດຖ້ຳ ຢູ່ໄຊສົມບູນ

ທ່າມກາງພາລະກິດການຄົ້ນຫາຜູ້ປະສົບໄພທີ່ຕິດຄ້າງຢູ່ພາຍໃນຖ້ຳ ທີ່ເຕັມໄປດ້ວຍຄວາມກົດດັນ ແລະ ຄວາມຍາກລຳບາກ, ຫຼ້າສຸດໄດ້ມີພາບຄວາມປະທັບໃຈທີ່ສັງຄົມອອນລາຍ ແລະ ປະຊາຊົນລາວ ຕ່າງພາກັນຍົກຍ້ອງ ແລະ ກ່າວເຖິງຢ່າງຫຼວງຫຼາຍ ກ່ຽວກັບເລື່ອງລາວຂອງໄວຮຸ່ນອາສາກະຕັນຍູຄົນໜຶ່ງ ທີ່ຖືກຂະໜານນາມໃຫ້ເປັນ "ຮີໂຣໂຕນ້ອຍ ຜູ້ຢູ່ດ່ານໜ້າ"ຮີໂຣໂຕນ້ອຍ ຜູ້ບໍ່ຮູ້ອິດຮູ້ເມື່ອຍ ບຸກຄົນທີ່ກຳລັງເປັນກະແສຊື່ນຊົມໃນຂະນະນີ້ຄື "ນ້ອງຄິວ" ໄວຮຸ່ນອາຍຸ 15 ປີ ເຊິ່ງເປັນຄົນທ້ອງຖິ່ນ ທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ໃນພາລະກິດກູ້ໄພຄັ້ງປະຫວັດສາດ ຢູ່ທີ່ຖ້ຳ ບ້ານພັນໄຊ, ເມືອງລ້ອງແຈ້ງ,...

ແຂວງຄຳມວນ ໄດ້ຈັດພິທີເປີດນໍາໃຊ້ແຫ່ງທໍລະນີສາດ ຖໍ້າຝາມື ( ມໍລະດົກທາງບູຮານວິທະຍາ ແລະ ສິລະປະຖໍ້າ ) ໃນວັນທີ 8 ມິຖຸນາ 2026

ວັນທີ 8 ມິຖຸນາ 2026 ຢູ່ທີ່ບ້ານຄູນເງິນ ເມືອງຄູນຄໍາ ແຂວງຄໍາມ່ວນ ໄດ້ຈັດພິທີເປີດນໍາໃຊ້ແຫ່ງທໍລະນີສາດ ຖໍ້າຝາມື ( ມໍລະດົກທາງບູຮານວິທະຍາ ແລະ ສິລະປະຖໍ້າ ) ເຊິ່ງແຫຼ່ງທໍລະນີດັ່ງກ່າວແມ່ນຢູ່ຫ່າງຈາກບ້ານຄູນເງິນໄປທາງທິດຕາເວັນອອກສຽງໃຕ້ປະ ມານ 1 ກິໂລແມັດ ແລະ ສູງຈາກພື້ນດິນຂຶ້ນໄປຫາຈຸດໝາຍປະມານ 500 ແມັດ . ສ່ວນການເດີນທາງໄປຫາແຫຼ່ງທໍລະນີແມ່ນນໍາໃຊ້ລົດອີແຕນ ຫຼັງຈາກນັ້ນຍ່າງຂຶ້ນໄປຫາຈຸດທີ່ຕັ້ງຂອງແຫຼ່ງທໍລະນີສາດ...

ສະພາບອາກາດປະຈໍາວັນທີ 10 ມິຖຸນາ 2026

ບໍລິເວນຄວາມກົດດັນອາກາດຕ່ຳຍັງຄົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ລັກສະນະເຊັ່ນນີ້ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ, ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຂວງພາກກາງ ແລະ ພາກໃຕ້. ສະພາບອາກາດໃນແຕ່ລະພາກ ດັ່ງນີ້:

ຮູ້ສາເຫດແລ້ວຈາກເຫດການ ໂຊເຟີຂັບລົດໄລ່ຕຳຍິງສາວ ທີ່ປ້ຳນ້ຳມັນ ກ່ອນຈູດໄຟເຜົາຕົນເອງ ແລະ ລົດ ເກີດຈາກຄວາມຫຶງຫວງຈຶ່ງຈູດລົດ ແລະ ຕົນເອງ ຈົນເກີດໄຟໄໝ້ປ້ຳນ້ຳມັນຢູ່ຜາງແຫ້ງຜູ້ກໍ່ເຫດເສຍຊີວິດໃນເວລາຕໍ່ມາ

ວັນທີ 9 ມິຖຸນາ 2026, ພັທ ຈິດຕະວົງ ໄຊພະວົງ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 6 ມິຖຸນາ 2026 ເວລາ 19 ໂມງ 00 ນາທີ, ໄດ້ຮັບແຈ້ງຈາກທ້າວ ສິນນະວັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3

ໂດຍການຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ເລ ມີງ ຮຶງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 (3rd ASEAN Future Forum) ພາຍໃຕ້ຄໍາຂວັນ...

ແຂວງໄຊສົມບູນ ກວດພົບບໍລິສັດ ລັກລອບຂຸດຄົ້ນແຮ່ຄໍາ ຜິດກົດໝາຍ ຢູ່ເຂດເມືອງອະນຸວົງ ແລະ ກັກຕົວໄດ້ 7 ຄົນ

ໃນວັນທີ 8 ມິຖຸນາ 2026 ຜ່ານມານີ້, ຄະນະກຳມະການສະເພາະກິດຂັ້ນແຂວງ ນຳໂດຍ ທ່ານ ສົມໄພ ທອງປະເສີດ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ແລະ ທ່ານ ພາເງິນ ດວງພະຈັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍເຈົ້າໜ້າທີ່ຕໍາຫລວດສິ່ງແວດລ້ອມ ໄດ້ເຄື່ອນໄຫວລົງຕິດຕາມ, ກວດກາ ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ...

ທ່ານ ສີຈິ້ນຜິງ ພົບປະເຈລະຈາກັບ ທ່ານ ກິມເຈິງອຸນ ເຫັນດີເປັນເອກະພາບທີ່ຈະເສີມສ້າງຄວາມສັມພັນທະວິພາຄີໃຫ້ໝັ້ນຄົງຍິ່ງຂຶ້ນ.

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 8 ມິຖຸນາ ຜ່ານມາ ຢູ່ນະຄອນຫຼວງພຽງຢາງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບທ່ານ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ. ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ສອງປະເທດຈີນ ແລະ ສປປ...

ສະພາບອາກາດປະຈໍາວັນທີ 9 ມິຖຸນາ 2026

ບໍລິເວນຄວາມກົດດັນອາກາດຕ່ຳ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ລາຍລະອຽດແຕ່ລະພາກ ດັ່ງນີ້:

ທາງການລາວສົ່ງທີມກູ້ໄພໄທທີ່່ດ່ານຂົວມິດຕະພາບລາວ-ໄທ 1 ຫລັງສຳເລັດພາລະກິດຊ່ວຍເຫລືອຄົນຕິດຄ້າງຖໍ້າຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ

ວັນທີ 8 ມິຖຸນາ 2026 ນີ້ ທາງການລາວສົ່ງທີມກູ້ໄພ ສາຍທານ, ກູ້ໄພເມດຕາທຳ ຂອງ ໄທ ກັບປະເທດ ພາຍຫລັງ ສຳເລັດພາລະກິດຊ່ວຍເຫລືອຄົນຕິດຄ້າງຖໍ້າຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໂດຍການໃຫ້ກຽດສົ່ງທາງຄັ້ງນີ້ໂດຍ ທ່ານ ເຂີງຄຳ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຂໍໃຫ້ທຸກໆທ່ານເດີນທາງດ້ວຍຄວາມສະຫວັດດີພາບ ພາບ: เก่งกาจ บ้งกาวงศ์

ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຮ່ວມກັບກຳມາທິການສາທາຣະນູປະການສູນກາງ ໄດ້ມອບເງິນຊ່ວຍເຫລືອຊຸກຍູ້ວຽກງານກູ້ໄພ-ກູ້ຊີບຈຳນວນ 230 ລ້ານກີບ

ຂປລ. ໃນວັນທີ 5 ມິຖຸນາ 2026 ຜ່ານມານີ້, ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຮ່ວມກັບກຳມາທິການສາທາຣະນູປະການສູນກາງ ໄດ້ມອບເງິນຈຳນວນ 230 ລ້ານກີບ ຊຸກຍູ້ວຽກງານກູ້ໄພ-ກູ້ຊີບ ໃຫ້ມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ເພື່ອກໍ່ສ້າງອາຄານປະຈຳການຂອງມູນນິທິ ຈຸດບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຕາງໜ້າມອບໂດຍ ພະອາຈານໃຫຍ່...

Latest news

- Advertisement -spot_img