- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ລົງຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ

ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມຄະນະໄດ້ລົງພື້ນທີ່ຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ ບ້ານເລົ່າໂພຄໍາ ເມືອງທ່າແຂກ ແຂວງຄໍາມ່ວນເມື່ອວັນທີ 6 ກໍລະກົດນີ້, ເພື່ອກວດກາສະພາບການລະບາຍນໍ້າ ແລະ ຕິດຕາມຄວາມສ່ຽງທີ່ອາດຈະສົ່ງຜົນກະທົບຕໍ່ປະຊາຊົນໃນເຂດດັ່ງກ່າວ. ການລົງຕິດຕາມໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມຫ່ວງໃຍ ແລະ ການເອົາໃຈໃສ່ຢ່າງໃກ້ຊິດຂອງການນໍາແຂວງຕໍ່ສະພາບການນໍ້າ ທີ່ຍັງຄົງເປັນບັນຫາ ແລະ ອຸປະສັກໃນປັດຈຸບັນ ໂດຍສະເພາະບັນຫາປະຕູປິດ-ເປີດນໍ້າ ປາກຫ້ວຍຊີມັງ ທີ່ຍັງຕິດຂັດ...

ເມືອງຫນານຫນິງ ປະເທດຈີນ ເກີດນ້ຳຖ້ວມຫລັງປະສົບອິດທິພົນຈາກພາຍຸເຮັດໃຫ້ມີຝົນຕົກໜັກຈົນອ່າງເກັບນ້ຳແຕກຕ້ອງອົບພະຍົບປະຊາຊົນເກືອບ 5 ໝື່ນຄົນ.

ເກີດມີນໍ້າຖ້ວມຄັ້ງໃຫຍ່ ແລະ ອ່າງເກັບນ້ຳແຕກ ຢູ່ທາງພາກໃຕ້ຂອງປະເທດຈີນ. ຢູ່ທີ່ເມືອງໜານໜິງ, ເມືອງເອກຂອງເຂດປົກຄອງຕົນເອງກວາງຊີຈ້ວງ, ມີຜູ້ໄດ້ຮັບຜົນກະທົບຈາກນໍ້າຖ້ວມປະມານ 55,000 ຄົນ ແລະ ເກືອບ 48,000 ຄົນ ແມ່ນໄດ້ຮັບການອົບພະຍົບໄປຍັງເຂດທີ່ປອດໄພແລ້ວ. ອີງຕາມລາຍງານຂອງລັດຖະບານເມືອງໜານໜິງ, ເມືອງເອກຂອງເຂດປົກຄອງຕົນເອງກວາງຊີຈ້ວງ, ມີຜູ້ໄດ້ຮັບຜົນກະທົບຈາກນໍ້າຖ້ວມປະມານ 55,000 ຄົນ ແລະ ເກືອບ 48,000 ຄົນ ແມ່ນຖືກອົບພະຍົບໄປຍັງເຂດທີ່ປອດໄພ. ຝົນຕົກໜັກເຮັດໃຫ້ລະດັບນໍ້າສູງຂຶ້ນ...

ສະພາບອາກາດປະຈຳວັນທີ 7 ກໍລະກົດ 2026 ເນື້ອທີ່ການປົກຫຸ້ມຂອງຝົນປະມານ 50% ເຖິງ 60%.

ໄລຍະນີ້, ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງມີກຳລັງແຮງສືບຕໍ່ພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ. ລັກສະນະເຊັ່ນນີ້ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ, ແລະ ຈະມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຕື່ມອີກ. ຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃຫ້ມີສະຕິລະມັດລະວັງ ຕໍ່ສະພາບຝົນຕົກປານກາງ ຫາ ຕົກໜັກ ຕິດຕໍ່ກັນຫຼາຍວັນ ທີ່ອາດຈະເຮັດໃຫ້ເກີດມີ ນ້ຳຖ້ວມຊູ,...

ແຈ້ງເຕືອນໄພ ລົມພາຍຸໝູນເຂດຮ້ອນ ໄມສັກ (Maysak) ຈະມີຝົນຕົກ ແລະ ລົມພັດແຮງ ໄລຍະວັນທີ 6-12 ກໍລະກົດ 2026

ໃນເວລາ 09:00 ໂມງເຊົ້າ ຂອງວັນທີ 06 ກໍລະກົດ 2026, ພາຍຸໝູນເຂດຮ້ອນ ໄມສັກ (Maysak) ເຊິ່ງເປັນພາຍຸຫົວທີ 10 ປະຈຳປີ 2026 ໄດ້ອ່ອນກຳລັງລົງເປັນພາຍຸດີເປຣຊັນແລ້ວ ແລະ ຄາດວ່າຈະອ່ອນກຳລັງລົງຕື່ມອີກເປັນຍ່ານຄວາມກົດດັນອາກາດຕ່ຳປົກຄຸມຢູ່ເຂດພາກໃຕ້ຂອງປະເທດຈີນ. ເຖິງແມ່ນວ່າ ສປປ ລາວ ຈະໄດ້ຮັບພຽງຜົນກະທົບທາງອ້ອມ, ແຕ່ເນື່ອງຈາກມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ພັດປົກຄຸມຍັງມີກຳລັງແຮງ, ຈຶ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ...

ວັນທີ 6 ກໍລະກົດ 2026 ມີລາຍງານວ່າ: ຊູເປີໄຕຝຸ່ນ “ບາວີ່” ຖະຫລົ່ມເກາະກວມ ເຕືອນເອເຊຍຕາເວັນອອກຮັບມືຝົນຕົກໜັກ ສ່ວນປະເທດລາວອາດມີຝົນເພີ່ມຂຶ້ນທາງອ້ອມ.ເພີ່ມຂຶ້ນທາງອ້ອມ

ເຕືອນໄພ ຊູເປີໄຕຝຸ່ນ “ບາວີ່” (Bavi) ພັດເຂົ້າເກາະກວມຢ່າງຫນັກ, ຜູ້ທີ່ຈະເດີນທາງໄປເອເຊຍຕາເວັນອອກ ຄວນກວດສອບສະພາບອາກາດຢ່າງໃກ້ຊິດ. ໃນວັນທີ 6 ກໍລະກົດ 2026, ມີລາຍງານວ່າ: ຊູເປີໄຕຝຸ່ນ “ບາວີ່” ໄດ້ເຄື່ອນຕົວຜ່ານເກາະກວມ (Guam) ຢ່າງຮຸນແຮງ ໂດຍມີຄວາມໄວລົມສູງສຸດ ຢູ່ໃກ້ຈຸດສູນກາງ ຫຼາຍກວ່າ 260 ກິໂລແມັດຕໍ່ຊົ່ວໂມງ. ທາງດ້ານ ຟິລິບປິນ ແລະ ໄຕ້ຫວັນ:...

ທ່ານ ສອນໄຊ ສີພັນດອນ ໄດ້ລາຍງານໂດຍສັງເຂບ 6 ເດືອນຕົ້ນປີ ການພັດທະນາເສດຖະກິດ ແລະ ຈັດເກັບລາຍຮັບມີອັດຕາຂະຫຍາຍຕົວຢ່າງຕໍ່ເນື່ອງ

ຕະຫຼອດໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ, ລັດ ຖະບານໄດ້ສຸມໃສ່ຢ່າງຕັ້ງໜ້າ ແລະ ມີແບບແຜນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ແຜນການດັ່ງກ່າວມີການຂະຫຍາຍຕົວຢ່າງຕໍ່ ເນື່ອງ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານໂດຍສັງເຂບກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ,...

ແຈ້ງເຕືອນເມືອງປາກກະດິງ ຈະມີການປ່ອຍລະບາຍນໍ້າເຂື່ອນໄຟຟ້ານໍ້າເທີນ 1 ເລີ່ມເວລາ 8 ໂມງຂອງ ວັນທີ 7/7/2026 ຈົນໝົດເຂດພາຍຸບາວີ

ອີງຕາມ ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການເມືອງ ສະບັບເລກທີ 02/ຄປມ, ລົງວັນທີ 10 ພະຈິກ 2025; ອີງຕາມ ໜັງສືແຈ້ງການແຜນການປ່ອຍນໍ້າຜ່ານຜ່ານປະຕູລະບາຍນໍ້າລົ້ນ (Spillway) ຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ ສະບັບເລກທີ 0663/2026, ລົງວັນທີ 06...

ສະພາບອາກາດປະຈຳວັນທີ 6 ກໍລະກົດ 2026

ລົມມໍລະສຸມຕາເວັນຕົກສ່ຽງໃຕ້ໄດ້ມີກໍາລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະມີຝົນຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດ ລະວັງຕໍ່ສະພາບຝົນຕົກປານກາງຫາ ຕົກໜັກຕິດຕໍ່ກັນຫລາຍວັນທີ່ຈະເຮັດໃຫ້ມີນ້ຳຖ້ວມຊຸ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ

ມີແຈ້ງການໃຫ້ຢຸດເຊົາ ການຖົມດິນແດງ-ດິນດໍາຊົ່ວຄາວໃນຊ່ວງລະດູຝົນ ເລີ່ມວັນທີ 10 ກໍລະກົດ ຫາ 30 ຕຸລາ 2026 ຖ້າມີການລະເມີດ ຈະສັ່ງໂຈະກິດຈະການທັນທີ

ມີແຈ້ງການໃຫ້ຢຸດເຊົາ ການຖົມດິນແດງ-ດິນດໍາຊົ່ວຄາວໃນຊ່ວງລະດູຝົນ ເລີ່ມວັນທີ 10 ກໍລະກົດ ຫາ 30 ຕຸລາ 2026 ຖ້າມີການລະເມີດ ຈະສັ່ງໂຈະກິດຈະການທັນທີ ລາຍລະອຽດແຈ້ງການດັ່ງນີ້:

ແຈ້ງເຕືອນ ເຝົ້າລະວັງນ້ຳຖ້ວມຊຸ ແລະ ດິນເຈື່ອນ ປະຈໍາວັນທີ 03 ກໍລະກົດ 2026

ຮ່ອງຄວາມກົດດັນອາກາດຕໍ່າ ຫລື (ຮ່ອງຝົນ) ຍັງສືບຕໍ່ພາດຜ່ານເຂດພາກເໜືອ ຫາ ພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ແລະ ພາຍຸໝູນເຂດຮ້ອນ ໄມສັກ (Maysak) ຫົວທີ 10 ປະຈໍາປີ 2026 ຄາດວ່າຈະເຄື່ອນທີ່ຜ່ານເກາະໄຮໜາມ ແລະ ເຄື່ອນທີ່ຂຶ້ນຝັ່ງ ຂອງປະເທດຈີນຕອນໃຕ້ ໃນວັນທີ 4-6 ກໍລະກົດ 2026,...

Latest news

- Advertisement -spot_img