ໄລຍະນີ້, ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງມີກຳລັງແຮງສືບຕໍ່ພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ. ລັກສະນະເຊັ່ນນີ້ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ, ແລະ ຈະມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຕື່ມອີກ.
ຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃຫ້ມີສະຕິລະມັດລະວັງ ຕໍ່ສະພາບຝົນຕົກປານກາງ ຫາ ຕົກໜັກ ຕິດຕໍ່ກັນຫຼາຍວັນ ທີ່ອາດຈະເຮັດໃຫ້ເກີດມີ ນ້ຳຖ້ວມຊູ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ ໃນເຂດຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງໃກ້ຊິດ ແລະ ຕໍ່ເນື່ອງ.
ສະພາບອາກາດໃນແຕ່ລະພາກ:









