ເກີດມີນໍ້າຖ້ວມຄັ້ງໃຫຍ່ ແລະ ອ່າງເກັບນ້ຳແຕກ ຢູ່ທາງພາກໃຕ້ຂອງປະເທດຈີນ. ຢູ່ທີ່ເມືອງໜານໜິງ, ເມືອງເອກຂອງເຂດປົກຄອງຕົນເອງກວາງຊີຈ້ວງ, ມີຜູ້ໄດ້ຮັບຜົນກະທົບຈາກນໍ້າຖ້ວມປະມານ 55,000 ຄົນ ແລະ ເກືອບ 48,000 ຄົນ ແມ່ນໄດ້ຮັບການອົບພະຍົບໄປຍັງເຂດທີ່ປອດໄພແລ້ວ.

ອີງຕາມລາຍງານຂອງລັດຖະບານເມືອງໜານໜິງ, ເມືອງເອກຂອງເຂດປົກຄອງຕົນເອງກວາງຊີຈ້ວງ, ມີຜູ້ໄດ້ຮັບຜົນກະທົບຈາກນໍ້າຖ້ວມປະມານ 55,000 ຄົນ ແລະ ເກືອບ 48,000 ຄົນ ແມ່ນຖືກອົບພະຍົບໄປຍັງເຂດທີ່ປອດໄພ. ຝົນຕົກໜັກເຮັດໃຫ້ລະດັບນໍ້າສູງຂຶ້ນ ສົ່ງຜົນໃຫ້ເຂື່ອນຢ່າງໜ້ອຍ 3 ແຫ່ງລົ້ນ ຫຼື ເພພັງທະລາຍ, ເຮັດໃຫ້ຄວາມສ່ຽງຕໍ່ການເກີດນໍ້າຖ້ວມໃນຫຼາຍພື້ນທີ່ເພີ່ມສູງຂຶ້ນ.

ສື່ຂອງລັດຖະບານຈີນລາຍງານວ່າ ເມືອງໜານໜິງ, ເມືອງເອກຂອງມົນທົນກວາງຊີ ທາງຕາເວັນຕົກສຽງໃຕ້ຂອງຈີນ, ໄດ້ຍົກລະດັບມາດຕະການຮັບມືກັບອຸທົກກະໄພຂຶ້ນສູ່ລະດັບສູງສຸດ ເນື່ອງຈາກລະດັບນໍ້າໃນແມ່ນໍ້າ ແລະ ອ່າງເກັບນໍ້າເພີ່ມສູງຂຶ້ນ ຈາກຜົນກະທົບຂອງພາຍຸ.

ຢູ່ເມືອງເຫິງໂຈວ ແລະ ອຳເພີປິງຢາງ (ໜານໜິງ ປະເທດຈີນ), ອ່າງເກັບນໍ້າຫຼາຍແຫ່ງເພພັງທະລາຍ ຫຼື ນໍ້າລົ້ນ ເຮັດໃຫ້ທາງການຕ້ອງຟ້າວລະດົມກຳລັງກູ້ໄພ, ຈັດການອົບພະຍົບປະຊາຊົນ ແລະ ເຕືອນໃຫ້ປະຊາຊົນຢູ່ຫ່າງຈາກພື້ນທີ່ນໍ້າຖ້ວມສູງ, ແມ່ນໍ້າ, ລຳທານ ແລະ ພື້ນທີ່ລຸ່ມ. ລາຍງານຈາກ CBN ລະບຸວ່າ ໜຶ່ງໃນເຫດການຮ້າຍແຮງດັ່ງກ່າວ ໄດ້ເຮັດໃຫ້ເກີດມີຊ່ອງວ່າງຂະໜາດປະມານ 50 ແມັດ ຢູ່ຕົວເຂື່ອນ ສົ່ງຜົນໃຫ້ນໍ້າປະລິມານມະຫາສານໄຫຼທະລັກລົງສູ່ພື້ນທີ່ທາງດ້ານລຸ່ມ.

ໃນຂະນະດຽວກັນ, ສະຖານີໂທລະພາບກາງຂອງຈີນ (CCTV) ລາຍງານວ່າ ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດ ໄດ້ຈັດສັນງົບປະມານ 100 ລ້ານຢວນ (ປະມານ 14.7 ລ້ານໂດລາສະຫະລັດ) ເພື່ອສະໜັບສະໜູນການບັນເທົາໄພພິບັດ ແລະ ຟື້ນຟູໂຄງສ້າງພື້ນຖານຫຼັງພາຍຸໄຕ້ຝຸ່ນ ໂດຍໃຫ້ຄວາມສຳຄັນກັບການສ້ອມແປງເສັ້ນທາງຄົມມະນາຄົມ, ລະບົບຊົນລະປະທານ, ໂຮງຮຽນ ແລະ ໂຮງໝໍ ທີ່ເສຍຫາຍເປັນລຳດັບທຳອິດ. ໃນຕອນແລງຂອງວັນທີ 6 ກໍລະກົດ, ເມກດຳໄດ້ປົກຄຸມທ້ອງຟ້າເໜືອອຳເພີຊິງຊິວ ເມືອງໜານໜິງ ເຂດປົກຄອງຕົນເອງກວາງຊີຈ້ວງ ປະເທດຈີນ ເນື່ອງຈາກອິດທິພົນຂອງພາຍຸໄຕ້ຝຸ່ນເມແຊັກທີ່ອ່ອນກຳລັງລົງ.

ຢູ່ເມືອງກຸ້ຍກັງ, ນໍ້າຖ້ວມໄດ້ເຂົ້າຖ້ວມຖະໜົນຫຼາຍສາຍ ແລະ ຈົມລົດໃຫຍ່ຈຳນວນຫຼາຍ. ກະຊວງຊັບພະຍາກອນນໍ້າຂອງຈີນລາຍງານວ່າ ລະດັບນໍ້າຢູ່ສະຖານີວັດລະດັບນໍ້າກຸ້ຍກັງເພີ່ມສູງຂຶ້ນປະມານ 42 ແມັດ ໃນເວລາທ່ຽງຂອງວັນທີ 6 ກໍລະກົດ ເຊິ່ງເກີນລະດັບເຕືອນໄພແລ້ວ.
ໃນຂະນະດຽວກັນ, ເມືອງທ່າຟາງເສິງກໍປະສົບກັບນໍ້າຖ້ວມຢ່າງຮຸນແຮງ ຖະໜົນຫຼາຍສາຍຈົມຢູ່ໃຕ້ນໍ້າ, ລົດຍົນຫຼາຍຄັນຕິດຢູ່ ຫຼື ຖືກນໍ້າພັດພາໄປ ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພໃຊ້ເຮືອຢາງເພື່ອເຂົ້າໄປຊ່ວຍເຫຼືອພື້ນທີ່ຢູ່ອາໄສທີ່ຖືກຕັດຂາດຈາກໂລກພາຍນອກ.
ທີ່ມາຂ່າວ: https://nongnghiepmoitruong.vn/bao-maysak-gay-lu-lon-vo-dap-tai-mien-nam-trung-quoc-d820159.html





