ຮ່ອງຄວາມກົດດັນອາກາດຕໍ່າ ຫລື (ຮ່ອງຝົນ) ຍັງສືບຕໍ່ພາດຜ່ານເຂດພາກເໜືອ ຫາ ພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ແລະ ພາຍຸໝູນເຂດຮ້ອນ ໄມສັກ (Maysak) ຫົວທີ 10 ປະຈໍາປີ 2026 ຄາດວ່າຈະເຄື່ອນທີ່ຜ່ານເກາະໄຮໜາມ ແລະ ເຄື່ອນທີ່ຂຶ້ນຝັ່ງ ຂອງປະເທດຈີນຕອນໃຕ້ ໃນວັນທີ 4-6 ກໍລະກົດ 2026, ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງເຂດພື້ນທີ່ສ່ຽງນ້ຳຖ້ວມຊຸ ແລະ ດິນເຈື່ອນ ມີດັ່ງນີ້:






