ແຈ້ງເຕືອນເມືອງປາກກະດິງ ຈະມີການປ່ອຍລະບາຍນໍ້າເຂື່ອນໄຟຟ້ານໍ້າເທີນ 1 ເລີ່ມເວລາ 8 ໂມງຂອງ ວັນທີ 7/7/2026 ຈົນໝົດເຂດພາຍຸບາວີ

Must read

ອີງຕາມ ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການເມືອງ ສະບັບເລກທີ 02/ຄປມ, ລົງວັນທີ 10 ພະຈິກ 2025;

ອີງຕາມ ໜັງສືແຈ້ງການແຜນການປ່ອຍນໍ້າຜ່ານຜ່ານປະຕູລະບາຍນໍ້າລົ້ນ (Spillway) ຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ ສະບັບເລກທີ 0663/2026, ລົງວັນທີ 06 ກໍລະກົດ 2026.

ຫ້ອງວ່າການເມືອງປາກກະດິງ ຂໍຖືເປັນກຽດແຈ້ງມາຍັງ ທ່ານນາຍບ້ານທີ່ຢູ່ລຸ່ມເຂື່ອນໄຟຟ້ານໍ້າເທີນ 1 ຊາບວ່າ: ເນື່ອງຈາກເຂື່ອນໄຟຟ້ານໍ້າເທີນ 1 ມີແຜນການປ່ອຍນໍ້າຜ່ານປະຕູລະບາຍນໍ້າລົ້ນຂອງເຂື່ອນ ເພື່ອບໍລິຫານ ຈັດການນໍ້ານອງ ເຊິ່ງຄາດວ່າຈະເລີ່ມເປີດຕັ້ງແຕ່ ວັນທີ 07 ກໍລະກົດ 2026 ເວລາ 08:00 ໂມງ ເປັນຕົ້ນໄປ, ໂດຍ ຈະເລີ່ມຕົ້ນປ່ອຍຈາກ 200 ແມັດກ້ອນຕໍ່ວິນາທີ ແລ້ວເພີ່ມຂຶ້ນຊົ່ວໂມງລະ 200 ແມັດກ້ອນຕໍ່ວິນາທີ ພາຍໃນ 8 ຊົ່ວໂມງທໍາອິດ. ຄາດວ່າຈະມີການປ່ອຍນໍ້າໃນປະລິມານ 2,000 ຫາ 3,000 ແມັດກ້ອນຕໍ່ວິນາທີ ເຊິ່ງຈະເຮັດໃຫ້ ລະດັບນໍ້າກະດິງໃນເຂດລຸ່ມເຂື່ອນເພີ່ມຂຶ້ນ ປະມານ 3 ຫາ 4 ແມັດ ທີ່ສະຖານີວັດແທກນໍ້າ ຄຸ້ມໂພນສີ ບ້ານ ໂພນຈະເລີນ ເຊິ່ງການເພີ່ມຂຶ້ນຂອງລະດັບນໍ້າ ຢູ່ສາຍນໍ້າກະດິງ ແມ່ນມີປັດໄຈເອື້ອໜູນຈາກການຢູ່ກັບຂອງແມ່ນໍ້າຂອງ.

ສະນັ້ນ, ຈຶ່ງແຈ້ງໃຫ້ອໍານາດການປົກຄອງບ້ານລຸ່ມເຂື່ອນຮັບຮູ້ ແລະ ແຈ້ງຕໍ່ປະຊາຊົນພາຍໃນບ້ານຂອງຕົນ ໃຫ້ມີສະຕິ ແລະ ເຝົ້າລະວັງຕໍ່ກັບສະພາບດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ມີຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງຕົນເອງ.

ໝາຍເຫດ: ຖ້າຫາກວ່າບ້ານໃດ ມີສະພາບນໍ້າຖ້ວມທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນ, ມອບໃຫ້ ການຈັດຕັ້ງບ້ານເກັບກຳຂໍ້ມູນຜົນເສຍຫາຍ ທີ່ເກີດຂື້ນຈາກໄພນໍ້າຖ້ວມໃສ່ໃນຮ່າງຕາຕະລາງ ພ້ອມທັງ ຖ່າຍຮູບພາບຄັດຕິດມາພ້ອມ ແລ້ວລາຍງານສົ່ງໃຫ້ຄະນະໄພພິບັດຂັ້ນເມືອງຮັບຊາບ.

ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ໃຫ້ຄວາມຮ່ວມມືດ້ວຍ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article