- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ປກສ ແຂວງຫຼວງນ້ຳທາ ສຶກສາອົບຣົມໄວລຸ້ນມົ້ວສຸມ ຄໍລະເຈນ ແລະ ນ້ຳໃບກະທ່ອມ 18 ຄົນ

ອາທິດທີ່ຜ່ານມາ ຂອງເດືອນ ສິງຫາ 2026 ນີ້, ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ສຶກສາອົບຮົມກຸ່ມໄວໜຸ່ມ ມົ້ວສຸມສິ່ງເສບຕິດປະເພດຄໍລະເຈນ ແລະ ນ້ໍາໃບກະທ່ອມ ຈໍານວນ 18 ຄົນ, ຍີງ 05 ຄົນ. ໂດຍການເຂົ້າຮ່ວມຂອງ ທ່ານ ພັນຕີ ອານຸສັກ ອິນທະປະເສີດ...

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມສະພາບນໍ້າຖ້ວມ ຢູ່ເມືອງຫີນບູນ ແລະ ເມືອງເຊບັ້ງໄຟ

ໃນວັນທີ 19 ສິງຫາຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມສະພາບນ້ຳຖ້ວມ ຢູ່ເມືອງຫີນບູນ ແລະ ເມືອງເຊບັ້ງໄຟ ແຂວງຄຳມ່ວນ. ໃຫ້ການຕ້ອນຮັບໂດຍ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ...

ແຈ້ງປັບຂຶ້ນລາຄານໍ້າມັນເຊື້ອໄຟ(ທຸກຊະນິດ)ໃນຂອບເຂດທົ່ວປະເທດ.

ແຈ້ງປັບຂຶ້ນລາຄານໍ້າມັນເຊື້ອໄຟ(ທຸກຊະນິດ)ໃນຂອບເຂດທົ່ວປະເທດ. ສະ​ບັບ​ເລກ​ທີ 1529/ກ​ຄ​ພນ ລົງ​ວັນ​ທີ 19/08/2026 ດັ່ງລຸ່ມນີ້:

ອັບເດດ! ນ້ຳເຊໂດນ ຢູ່ຈຸດຂົວປາກເຊ ນະຄອນປາກເຊ ແຂວງຈຳປາສັກ ລະດັບນໍ້າມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ

ຈຳປາສັກ: ເມືອງປາກເຊ ເພີ່ມການເຝົ້າລະວັງຢ່າງໃກ້ຊິດ ຫຼັງຈາກລະດັບນ້ຳເຊໂດນຢູ່ຈຸດຂົວປາກເຊ ໄດ້ເພີ່ມສູງຂຶ້ນຢ່າງໄວວາ ໃນວັນທີ 20 ສິງຫາ 2026 ນີ້. ສົ່ງຜົນໃຫ້ປະຊາຊົນທີ່ອາໄສຢູ່ລຽບຕາມແຄມຝັ່ງສາຍນ້ຳເຊໂດນ ແລະ ເຂດຕ່ຳ ເລີ່ມໄດ້ຮັບຜົນກະທົບ. ສະພາບການຫຼ້າສຸດ: ລະດັບນ້ຳເພີ່ມສູງ: ນ້ຳເຊໂດນຍັງມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກຝົນຕົກຕິດຕໍ່ກັນໃນໄລຍະຜ່ານມາ. ເຂດພື້ນຕ່ຳຖືກຖ້ວມ: ປັດຈຸບັນ ເລີ່ມມີນ້ຳຍື້ງເຂົ້າຖ້ວມບາງຈຸດທີ່ເປັນເຂດພື້ນຕ່ຳ ໂດຍສະເພາະຢູ່ບໍລິເວນ ສົບເຊ ນະຄອນປາກເຊ. ແຈ້ງເຕືອນດ່ວນ: ເຈົ້າໜ້າທີ່ໄດ້ປະກາດເຕືອນໃຫ້ປະຊາຊົນທີ່ຢູ່ລຽບແຄມຝັ່ງນ້ຳເຊ ເຝົ້າລະວັງ ແລະ...

ແຈ້ງການດ່ວນ ! ຈະມີການປ່ອຍນ້ຳອອກຈາກເຂື່ອນຫ້ວຍລໍາພັນຕອນລຸ່ມເຕືອນບ້ານລະວີລໍາພັນ ແລະ ບ້ານລະວີຝັ່ງແດງ ເມືອງລະມາມ ໃນລະຫວ່າງວັນທີ 20-22/8/2026

ພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ ອອກແຈ້ງການດ່ວນ ຄະນະກຳມະການປົກຄອງເມືອງລະມາມ ແລະ ປະຊາຊົນ 2 ບ້ານ ຄື: ບ້ານລະວີລໍາພັນ ແລະ ບ້ານລະວີຝັ່ງແດງ ທີ່ຢູ່ກ້ອງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມຊາບວ່າໃນຊ່ວງວັນທີ 18-21/08/2026 ຄາດວ່າຈະມີຝົນຕົກຄ່ອຍ ຫາ ຕົກໜັກ ເຮັດໃຫ້ມີນໍ້າໄຫຼເຂົ້າອ່າງ ສະເລ່ຍ 100 m³/s -120 m³/s...

ສະພາບອາກາດປະຈຳວັນທີ 20 ສິງຫາ 2026

ພະຍາກອນອາກາດ ປະຈຳວັນທີ 20 ສິງຫາ 2026, ເວລາ 07:00 ຫາ 12:00 ໂມງ ຮ່ອງຄວາມກົດດັນອາກາດຕ່ຳ ຍັງຈະສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຢ່າງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດຕື່ມອີກ. ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ...

ແຈ້ງເຕືອນ ເຝົ້າລະວັງນ້ຳຖ້ວມຍິ່ງນ້ຳຂອງ ແລະ ນ້ຳເຊໂດນ ໃນລະຫວ່າງ ວັນທີ 19 ຫາ 21 ສິງຫາ 2026

ອີງຕາມ ການຕິດຕາມລະດັບນ້ຳປະຈຳວັນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ມີລາຍລະອຽດດັ່ງນີ້:

ຍຶດຂອງກາງ ຄ້າຍຄືຊີ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ທີ່ນະຄອນຫຼວງວຽງຈັນ

ໃນວັນທີ 18 ສິງຫາ 2026 ເຈົ້າໜ້າທີ່ກຸ່ມເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ຫຼື LAO-WEN ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນລົງເຄື່ອນໄຫວກວດກາ ການລັກລອບຄ້າຂາຍ ແລະ ມີໄວ້ໃນຄອບຄອງ ຊີ້ນສ່ວນ ແລະ ຜະລິດຕະພັນສັດປ່າ ປະເພດຫວງຫ້າມ ຢູ່ບ້ານສີສະຫວາດ ເມືອງຈັນທະບູລີນະຄອນຫຼວງວຽງຈັນ. ຜ່ານການລົງກວດກາຕົວຈິງ ເຈົ້າໜ້າທີ່ ໄດ້ພົບເຫັນການລັກລອບຄ້າຂາຍ ແລະ...

ແຈ້ງເຕືອນກຽມພ້ອມຮັບມືລະດັບນ້ຳເຊໂດນມີປະລິມານນ້ຳເພີ່ມຂຶ້ນຈົນມາຮອດວັນທີ 19 ສິງຫາ 2026

ຂປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຫລາຍວັນຕິດຕໍ່ກັນ ເຮັດໃຫ້ນຳ້ເຊໂດນມີປະລິມານນ້ຳເພີ່ມຂຶ້ນ, ມາຮອດວັນທີ19 ສິງຫາ 2026 ເຮັດມີນໍ້າລົ້ນຝັ່ງໄຫລຖ້ວມເສັ້ນທາງເຂດບ້ານນາເຫລັກ, ໂພນບົກ, ວັດກາງ ແລະ ບ້ານເຕົ້າປູນ ເມືອງ ແລະ ແຂວງສາລະວັນ. ສະຖານະການນ້ຳຖ້ວມຢູ່ພາກໃຕ້ເລີ່ມໜ້າເປັນຫ່ວງ! ປັດຈຸບັນ ລະດັບນ້ຳຂອງ ແລະ ນ້ຳເຊໂດນ ຢູ່ທີ່ນະຄອນປາກເຊ, ແຂວງຈຳປາສັກ ແມ່ນສືບຕໍ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ...

ເຕືອນໄພ ປະຊາຊົນທີ່ອາໄສລຽບນ້ຳແບງ ຈົ່ງເກັບມ້ຽນເຄື່ອງຂອງໄວ້ທີ່ສູງ ເນື່ອງຈາກລະດັບນ້ຳແບງສູງຂຶ້ນຢ່າງຕໍ່ເນື່ອງ

ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຮຸນ ແຂວງອຸດົມໄຊ ໄດ້ອອກແຈ້ງເຕືອນໄພປະຈຳວັນທີ 19 ສິງຫາ 2026 ເນື່ອງຈາກປັດຈຸບັນລະດັບນ້ຳແບງກາຍຂີດເຕືອນໄພແລ້ວ. ສະນັ້ນ, ຈຶ່ງແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນທີ່ອາໄສລຽບແຄມນ້ຳແບງພາຍໃນເມືອງຈົ່ງມີສະຕິຕໍ່ສະພາບນ້ຳຖ້ວມ, ດິນເຈື່ອນ ແລະ ຈົ່ງເກັບມ້ຽນເຄື່ອງຂອງໄວ້ທີ່ສູງແລະປອດໄພ. ເນື່ອງຈາກສະພາບຝົນຕົກໜັກ ແລະ ຕິດຕໍ່ກັນເປັນເວລາຫລາຍວັນໃນໄລຍະຜ່ານມາ ເຮັດໃຫ້ລະດັບນໍ້າແບງສູງຂຶ້ນຢ່າງຕໍ່ເນື່ອງ ແລະ ໃນປັດຈຸບັນລະດັບນໍ້າແບງ, ຈຸດວັດແທກນໍ້າແບງບ້ານວັງລຳ...

Latest news

- Advertisement -spot_img