- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ນ້ຳຖ້ວມ ເມືອງພິນ ແຂວງສະຫວັນນະເຂດ ປະຊາຊົນຮີບຮ້ອນຂົນຍ້າຍເຄື່ອງຂຶ້ນບ່ອນສູງ

ວັນທີ 19 ສິງຫາ 2026, ມີລາຍງານວ່າ ເກີດເຫດນ້ຳຖ້ວມຢູ່ເຂດເມືອງພິນ, ແຂວງສະຫວັນນະເຂດ ສ້າງຄວາມເດືອດຮ້ອນ ແລະ ຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນ. ເນື່ອງຈາກປະລິມານນ້ຳທີ່ເພີ່ມຂຶ້ນຢ່າງໄວວາ, ພໍ່ແມ່ປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບໄດ້ພາກັນຮີບຮ້ອນຂົນຍ້າຍສິ່ງຂອງ, ເຄື່ອງໃຊ້ທີ່ມີຄ່າ ແລະ ສັດລ້ຽງ ຂຶ້ນໄວ້ບ່ອນສູງ ຫຼື ເຂດທີ່ປອດໄພ ເພື່ອປ້ອງກັນຄວາມເສຍຫາຍທີ່ອາດຈະເກີດຂຶ້ນ. ຂໍໃຫ້ປະຊາຊົນໃນເຂດເມືອງພິນ ແລະ ບໍລິເວນໃກ້ຄຽງ ຈົ່ງມີສະຕິລະມັດລະວັງ, ຕິດຕາມສະພາບອາກາດ ແລະ ການແຈ້ງເຕືອນຈາກທາງການຢ່າງຊິດແທດ....

ແຈ້ງເຕືອນ ຮ່ອງຝົນພາດທົ່ວປະເທດ ສ່ຽງຝົນຕົກໜັກຕິດຕໍ່ກັນ 3 ວັນ ລະຫວ່າງວັນທີ 19-21 ສິງຫາ 2026 ນີ້

ແຈ້ງເຕືອນ ຝົນຕົກໜັກ ໃນວັນທີ 19 ຫາ 21 ສິງຫາ 2026 (ສະບັບທີ 2) ເນື່ອງຈາກຮ່ອງຄວາມກົດດັນອາກາດຕ່ຳ (ຮ່ອງຝົນ) ໄດ້ສືບຕໍ່ພາດຜ່ານຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ຂອງປະເທດລາວ, ປ່ອງເຂົ້າສູ່ຢ່ອມຄວາມກົດດັນອາກາດຕ່ຳທີ່ປົກຄຸມຢູ່ຕ່າງປະເທດ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມ, ຢ່າງຮັກໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ເພີ່ມຂຶ້ນໃນຫຼາຍທ້ອງຖິ່ນໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ ຫາ...

ປາກົດການເອລນີນໂຍຄາດຮຸນແຮງສຸດເປັນປະວັດການ ຈັບຕາຝົນ-ອາກາດໂລກປັ່ນປ່ວນ

ໂລກກຳລັງປະເຊີນປາກົດການເອລນີນໂຍ ທີ່ຄາດວ່າຈະຮຸນແຮງທີ່ສຸດເປັນປະວັດການ ຫຼື "ຊຸບເປີເອລນີນໂຍ" ເຊິ່ງເລີ່ມຕັ້ງແຕ່ເດືອນມິຖຸນາ ແລະ ອາດຍາວນານໄປຈົນເຖິງປີ 2027. ປາກົດການນີ້ເກີດຈາກນ້ຳທະເລໃນມະຫາສະໝຸດປາຊີຟິກເຂດຮ້ອນອຸ່ນຂຶ້ນ ແລະ ປ່ອຍຄວາມຮ້ອນເຂົ້າສູ່ບັນຍາກາດ ສົ່ງຜົນໃຫ້ອຸນຫະພູມໂລກເພີ່ມຂຶ້ນ ແລະ ສະພາບອາກາດຜັນຜວນຢ່າງຮຸນແຮງ. ການທຳງານ ແລະ ການກວດວັດ: ປົກກະຕິລົມການຄ້າຈະຍູ້ກຸ່ມນ້ຳອຸ່ນໄປທາງອາຊີ ແລະ ເຮັດໃຫ້ນ້ຳເຢັນຜຸດຂຶ້ນຝັ່ງອາເມຣິກາໃຕ້ (ພາວະເປັນກາງ). ແຕ່ເມື່ອເກີດເອລນີນໂຍ ລົມການຄ້າຈະອ່ອນລົງ ເຮັດໃຫ້ນ້ຳອຸ່ນໄຫຼຍ້ອນກັບໄປທາງຕາເວັນອອກ. ນັກວິທະຍາສາດໄດ້ຕິດຕາມອຸນຫະພູມຜິວນ້ຳທະເລໃນເຂດ...

ເຝົ້າລະວັງນ້ຳຖ້ວມຊຸ ແລະ ດິນເຈື່ອນ ໃນ 13 ແຂວງ ແລະ 57 ເມືອງ ລະຫວ່າງວັນທີ 19-20 ສິງຫາ 2026 ນີ້

ຮ່ອງຄວາມກົດອາກາດຕ່ຳ ຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ເຂດພື້ນທີ່ສ່ຽງນ້ຳຖ້ວມຊູ ແລະ ດິນເຈື່ອນ ມີດັ່ງນີ້: ແຂວງ ຫົວພັນ: ເມືອງ ຫົວເມືອງ ແລະ ເມືອງ ກວັນ ແຂວງ ຫຼວງນ້ຳທາ: ເມືອງ...

ທ່ານ ໂດນັລ ທຣຳ ປະກາດ ເລື່ອນການບັງຄັບໃຊ້ພາສີນຳເຂົ້າສິນຄ້າຈາກແຄນາດາ 50% ອອກໄປ 3 ມື້ ຫຼັງສະຫະລັດ ແລະ ແຄນາດາ ເລ່ງເຈລະຈາຂໍ້ຕົກລົງການຄ້າໃນຊ່ວງໂຄ້ງສຸດທ້າຍ

ປະທານາທິບໍດີ ໂດນັລ ທຣຳ ປະກາດເລື່ອນການບັງຄັບໃຊ້ພາສີນຳເຂົ້າສິນຄ້າຈາກແຄນາດາ 50% ອອກໄປ 3 ວັນ ຫຼັງສະຫະລັດ ແລະ ແຄນາດາ ເລ່ງເຈລະຈາຂໍ້ຕົກລົງການຄ້າໃນຊ່ວງໂຄ້ງສຸດທ້າຍ ໂດຍທ່ານ ນາຍົກຣັດຖະມົນຕີ ມາກ ຄານີ (Mark Carney) ລະບຸວ່າ ທັງສອງຝ່າຍມີຄວາມຄືບໜ້າຄັ້ງສໍາຄັນ ແຕ່ກໍຍັງມີປະເດັນທີ່ຕ້ອງເຈລະຈາອີກຫຼາຍ. ປະທານາທິບດີ ໂດນັລ ທຣຳ ຂອງສະຫະລັດ...

ສະພາບອາກາດປະຈຳວັນທີ 19 ສິງຫາ 2026

ຮ່ອງຄວາມກົດອາກາດຕ່ຳ ຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປຢູ່ ໃນແຕ່ລະພາກ ແລະ ຈະຕົກໜັກ ຫາ ໜັກຫຼາຍ ຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກປານກາງ ຫາ ຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນ້ຳຖ້ວມຊູ, ຖ້ວມຍິ່ງ,...

ເຍົາວະຊົນລາວ ຄວ້າຫຼຽນທອງແດງ ໝາກເສິກສາກົນ ລາຍການແຂ່ງຂັນ Chess Championships ຄັ້ງທີ່ 24 ທີ່ປະເທດ ສິງກະໂປ.

ຂໍສະແດງຄວາມຍິນດີນຳນ້ອງໆນັກກິລາໝາກເສິກເຍົາວະຊົນລາວ ທີ່ຄວ້າອັນດັບ 3 ສາມາດຍາດໄດ້ຫຼຽນທອງແດງ ເປັນຄັ້ງທຳອິດທີ່ເຂົ້າຮ່ວມການແຂ່ງຂັນກິລາໝາກເສິກສາກົນ ໃນລາຍການແຂ່ງຂັນ Chess Championships ຄັ້ງທີ່ 24 ທີ່ປະເທດ ສິງກະໂປ ເຖິງເປັນບາດກ້າວໜຶ່ງທີ່ຍິ່ງໃຫ່ຍໃນການເປີດປະຕູໃຫ້ແກ່ນັກກິລາໝາກເສິກຂອງປະເທດລາວໃຫ່ເສີດສາຍໃນລະດັບສາກົນ. ຂໍຊົມເຊີຍຄວາມມຸ່ງໝັ້ນ, ຄວາມພະຍາຍາມ ແລະ ຄວາມເກັ່ງກາດຂອງນ້ອງໆ ທຸກຄົນທີ່ສ້າງຊື່ສຽງ ແລະ ຮອຍຍິ້ມໃຫ້ກັບປະເທດຊາດ. ບາດກ້າວນີ້ຈະເປັນແຮງບັນດານໃຈອັນສຳຄັນໃຫ້ກັບເຍົາວະຊົນລາວໃນການກ້າວສູ່ລະດັບໂລກຕໍ່ໄປ! ພາບ: Tou Khamphinay

ແຈ້ງເຕືອນ10 ແຂວງໃຫ້ເຝົ້າລະວັງ ນ້ຳຖ້ວມຊຸ ແລະ ດິນເຈື່ອນໃນລະຫວ່າງວັນທີ 18-19 ສິງຫາ 2026

ຮ່ອງຄວາມກົດອາກາດຕ່ຳຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ລົງຫາ ພາກກາງ ຂອງປະເທດລາວ, ສົມທົບກັບ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກຳລັງແຮງປານກາງພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນເຂດພາກກາງ ລົງຫາ ພາກໃຕ້. ເຂດພື້ນທີ່ສ່ຽງນ້ຳຖ້ວມຊຸ ແລະ ດິນເຈື່ອນ ມີດັ່ງນີ້: ແຂວງ ຜົ້ງສາລີ: ເມືອງ ໃໝ່, ເມືອງ ຜົ້ງສາລີ, ເມືອງ ສຳພັນ...

ແຈ້ງການມອດໄຟ ວັນທີ 20,21/08/2026

ແຈ້ງການມອດໄຟ ວັນທີ 20,21/08/2026 ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:

ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫລວງຂອນ ເມືອງ ແລະ ແຂວງຫລວງນໍ້າທາ

ຂປລ. ໃນຕອນບ່າຍວັນທີ 17 ສິງຫາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫລວງຂອນ ເມືອງ ແລະ ແຂວງຫລວງນໍ້າທາ ໂດຍມີທ່ານເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຫລວງນໍ້າທາ ແລະ ປະຊາຊົນທ້ອງຖິ່ນດັ່ງກ່າວ ໃຫ້ການຕ້ອນຮັບ. ໂອກາດນີ້, ທ່ານ...

Latest news

- Advertisement -spot_img