ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ຕ້ານຢາເສບຕິດ ກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ແຂວງ ສະຫັວນນະເຂດ ໄດ້ກັກຕົວ ເປົ້າໝາຍຄ້າຂາຍຢາເສບຕິດ ຈໍານວນ 4 ຄົນ ຍິງ 1 ຄົນ, ພ້ອມຂອງກາງ ຢາເສບຕິດ ຢາບ້າ ຈໍານວນ 18 ມັດ ກັບ 6 ຖົງ ເທົ່າກັບ 37.189 ເມັດ.
ພັທ ພູຂົງ ສີປະເສີດ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອພົມວິຫານ ໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 10 ໂມງເຊົ້າຂອງວັນທີ 21 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນະຄອນໄກສອນພົມວິຫານ ໄດ້ກັກຕົວເປົ້າໝາຍຄ້າຂາຍ ຢາເສບຕິດ ຢາບ້າ ຊື່: ທ້າວ ພຸດທະຮັກສາ ຫຼື ຕຸບີ ອາຍຸ 45 ປີ ອາຊີບ ກຳມະກອນ ບ້ານ ໂນນສະຫວາດ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ, ຢູ່ເຮືອນຂອງຜູ້ກ່ຽວ, ຈາກນັ້ນຈຶ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ແລ້ວທໍາການກວດຄົ້ນ ເຮືອນຜູ້ກ່ຽວ ແມ່ນບໍ່ພົບເຫັນສິ່ງທີ່ຜິດຕໍ່ລະບຽບກົດໝາຍ.

ຜ່ານການສອບສວນ ທ້າວ ພຸດທະຮັກສາ ໄດ້ໃຫ້ການຮັບສາລະພາບວ່າ: ຢາເສບຕິດ ທີ່ເອົາມາຂາຍ ແມ່ນຊື້ມາຈາກ ທ້າວ ວັນນະສິດ ຫຼື ຕູ່ ອາຍຸ 35 ປີ, ອາຊີບ ກຳມະກອນ ແລະ ນາງ ຕຸ່ນ ອາຍຸ 46 ປີ, ອາຊີບ ແມ່ເຮືອນ ( ເຊິ່ງເປັນຜົວເມຍກັນ ) ແລະ ທ້າວ ໄຊອານັນ ຫຼື ນັນ ອາຍຸ 35 ປີ ອາຊີບ ກໍາມະກອນ ເຊິ່ງເປັນອ້າຍຂອງ ທ້າວ ວັນນະສິດ ຫຼື ຕູ່, ພວກກ່ຽວທັງ 3 ຄົນແມ່ນຢູ່ບ້ານ ໂນນສະຫວາດ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ. ຮອດເວລາ 11 ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ວິຊາສະເພາະ ຈິ່ງໄດ້ເຂົ້າກັກຕົວ ທ້າວ ວັນນະສິດ, ນາງ ຕຸ່ນ ແລະ ທ້າວ ໄຊອານັນ ຢູ່ທີ່ເຮືອນ ບ້ານ ໂນນສະຫວາດ, ແລ້ວປະສານສົມທົບກັບເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ກວດຄົ້ນສະຖາທີ່ດັ່ງກ່າວ ແມ່ນບໍ່ພົບສິ່ງຂອງທີ່ຜິດຕໍ່ລະບຽບກົດໝາຍ ແລະ ໄດ້ນໍາຕົວ ທ້າວ ວັນນະສິດ ແລະ ນາງ ຕຸ່ນ ( ຜົວ-ເມຍ ) ໄປຫ້ອງເຊົ່າ ທີ່ພວກກ່ຽວ ເຊົ່າໄວ້ຢູ່ຂອບເຂດບ້ານ ໂນນສະຫວາດ, ຜ່ານການກວດຄົ້ນແມ່ນພົບເຫັນຂອງກາງ ຢາເສບຕິດ ປະເພດຢາບ້າ ຈໍານວນ 6 ຖົງ ເທົ່າກັບ 1.189 ເມັດ ແລະ ອາວຸດ ປືນສັ້ນ 1 ກະບອກ, ພ້ອມລູກປືນ 4 ລູກ, ຈາກນັ້ນ ຈຶ່ງໄດ້ນໍາຕົວ ທ້າວ ວັນນະສິດ ແລະ ນາງ ຕຸ່ນ ໄປ ອາພັດເມັ້ນ ແຫ່ງໜຶ່ງ ຕັ້ງຢູ່ຂອບເຂດບ້ານລາດສະວົງໄຊ ນະຄອນໄກສອນພົມວິຫານ ທີ່ພວກກ່ຽວເຊົ່າໄວ້, ແລ້ວທໍາການກວດຄົ້ນ, ຫ້ອງເຊົ່າ ແມ່ນພົບເຫັນຂອງກາງຢາເສບຕິດ ຢາບ້າ ຈໍານວນ 18 ມັດ ເທົ່າກັບ 36.000 ເມັດ ຢູ່ໃນຫ້ອງເຊົ່າດັ່ງກ່າວ.
ຈາກນັ້ນ ຈຶ່ງໄດ້ນໍາຕົວພວກກ່ຽວທັງໝົດ ພ້ອມຂອງກາງຄະດີ, ເຂົ້າມາກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ເພື່ອທຳການ ສືບສວນ – ສອບສວນ ດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ, ເຊິ່ງປະຈຸບັນຄະດີດັ່ງກ່າວ ຢູ່ໃນຂັ້ນຕອນ ດໍາເນີນການສືບສວນ – ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອມາດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.





