ແຜ່ນດິນໄຫວ ນ້ຳໄຫຼດິນຖະລົ່ມ ຈົນເຂື່ອນແຕກ ຢູ່ບໍລິ ເວນດ່ານຊາຍແດນລະຫວ່າງ ເນປານ ແລະ ທິເບດ (ຈີນ) ໃນຕອນເຊົ້າຂອງວັນທີ 26 ສິງຫາ 2026.

ກ່ອນເກີດເຫດໄດ້ມີແຜ່ນດິນໄຫວ ຂະໜາດ 4,4 ຢູ່ຝັ່ງຕິເບດ ແຮງສັ່ນສະເທືອນນີ້ ກອງຫິມະ ແລະ ກ້ອນນ້ຳແຂງມະຫາສານ ທີ່ສະສົມຢູ່ເທິງຍອດພູຫິມະໄລຕົກລົງ ຖະລົ່ມລົງມາໃສ່ຮ່ອງນ້ຳຕອນລຸ່ມ ເຮັດໃຫ້ເຂື່ອນຮັບແຮງຂອງນ້ຳບໍ່ໄຫວ ປະກອບກັບໄພທຳມະຊາດຮ່ວມກັນລະຫວ່າງ ແຜ່ນດິນໄຫວ, ຫິມະຖະລົ່ມ ແລະ ຝົນຕົກໜັກ ຈົນເຮັດໃຫ້ໃຫ້ເກີດນ້ຳໄຫຼຫຼາກຢ່າງຮຸນແຮງ.

ປັດຈຸບັນ, ພົບຜູ້ເສຍຊີວິດ 97 ຄົນ ພົບຢູ່ຝັ່ງເນປານ 94 ຄົນ ແລະ ຝັ່ງຕິເບດ 3 ຄົນ; ມີ ຜູ້ສູນຫາຍ ແລະ ຕິດຕໍ່ບໍ່ໄດ້ອີກ ຫຼາຍກວ່າ 384 ຄົນ.ໃນນັ້ນ, ມີນັກທ່ອງທ່ຽວຕ່າງປະ ເທດ 291 ຄົນ, ຕຳຫຼວດ 28 ຄົນ, ແລະ ຄົນງານ ( ກຳມະ ກອນ ) ທີ່ຕິດຄ້າງຢູ່ໃນອຸໂມງເຂື່ອນໄຟຟ້າ.

ຕົ້ນເຫດຫຼັກ ກໍຄື ແຜ່ນດິນໄຫວ ເຮັດໃຫ້ຫີນ ແລະ ນ້ຳແຂງ ຢູ່ຈອມພູຫິມະໄລຖະລົ່ມລົງມາ ແລ້ວໄຫຼມາອັດທາງນ້ຳ ຈົນເຮັດໃຫ້ເຂື່ອນກຳລັງສ້າງແຕກ ພ້ອມກັບມາຖົ່ມດ່ານຊາຍແດນ ເນປານ-ຈີນ.


ອ້າງອີງຈາກ: Xinhua, CCTV, NDRMA





