ເນປານປະກາດເຕືອນປະຊາຊົນ ກຽມອົບພະຍົບຂຶ້ນພື້ນທີ່ສູງ ຫ່ວງທະເລສາບເກີດຈາກດິນເຈື່ອນ ສ່ຽງແນວກັ້ນແຕກ ອາດເຮັດໃຫ້ນ້ຳຖ້ວມວມຊ້ຳ

Must read

ເນປານ ປະກາດເຕືອນປະຊາຊົນໃນພື້ນທີ່ສ່ຽງ ເຝົ້າລະວັງຢ່າງໃກ້ຊິດ ຫຼັງທະເລສາບກັ້ນນ້ຳທີ່ເກີດຈາກເຫດນ້ຳປ່າໄຫຼຫຼາກ ແລະ ດິນເຈື່ອນບໍລິເວນຊາຍແດນ ເນປາລ-ຈີນ ສ່ຽງແນວກັ້ນແຕກ ຫ່ວງວ່າຈະເກີດນ້ຳທ່ວມລະລອກໃໝ່.

ສຳນັກງານຫຼຸດຜ່ອນ ແລະ ຈັດການຄວາມສ່ຽງຈາກໄພພິບັດແຫ່ງຊາດຂອງ ເນປານ ປະກາດເຕືອນປະຊາຊົນໃນເຂດຣາຊູວາ (Rasuwa) ບໍລິເວນຊາຍແດນ ຈີນ-ເນ ເນປານ ພ້ອມທັງເຈົ້າໜ້າທີ່ກູ້ໄພ ໃຫ້ເພີ່ມຄວາມລະມັດລະວັງ ແລະ ກຽມຍົກຍ້າຍໄປຍັງພື້ນທີ່ສູງທີ່ມີຄວາມປອດໄພທັນທີ ຫາກຮູ້ສຶກວ່າກຳລັງເກີດອັນຕະລາຍ.

ຊາຕີ ມາຮັດ (Chati Mahat) ໂຄສົກສຳນັກງານດັ່ງກ່າວລະບຸວ່າ ມີລາຍງານມວນໂຄນຂຸ້ນເພີ່ມສູງຂຶ້ນ ເຊິ່ງອາດເຮັດໃຫ້ເກີດນ້ຳທ່ວມເພີ່ມເຕີມ ພ້ອມຮຽກຮ້ອງໃຫ້ປະຊາຊົນ ແລະ ເຈົ້າໜ້າທີ່ໃນພື້ນທີ່ສ່ຽງຢູ່ໃນພາວະເຝົ້າລະວັງຢ່າງເຕັມທີ.

ຫຼັງໄດ້ຮັບຄຳເຕືອນຈາກທາງການ, ປະຊາຊົນໃນພື້ນທີ່ສ່ຽງບາງສ່ວນເລີ່ມທະຍອຍອົບພະຍົບຂຶ້ນໄປຍັງພື້ນທີ່ສູງ ໂດຍນຳຜ້າຫົ່ມ ແລະ ສິ່ງຂອງຈຳເປັນຕິດຕົວໄປນຳ ເພື່ອຫຼີກລ່ຽງອັນຕະລາຍຈາກນ້ຳທີ່ອາດໄຫຼທະລັກລົງມາ.

ລາຍງານລະບຸວ່າ ທະເລສາບກັ້ນນ້ຳດັ່ງກ່າວກໍ່ໂຕຂຶ້ນຫຼັງເກີດດິນເຈື່ອນຈາກເຫດຝົນຕົກໜັກ ແລະ ນ້ຳປ່າໄຫຼຫຼາກຄັ້ງໃຫຍ່ເມື່ອວັນພຸດທີ່ຜ່ານມາ ກ່ອນທີ່ລ່າສຸດແນວກັ້ນຂອງທະເລສາບຈະພັງລົງ ເຮັດໃຫ້ມວນນ້ຳມີໂອກາດໄຫຼລົງສູ່ພື້ນທີ່ປາຍນ້ຳຢ່າງໄວວາ.

ຂະນະທີ່ທີມກູ້ໄພຂອງທັງ ເນປາລ ແລະ ຈີນ ຕ້ອງລະງັບພາລະກິດຄົ້ນຫາ ແລະ ຊ່ວຍເຫຼືອຊົ່ວຄາວ ເນື່ອງຈາກກັງວົນວ່າໄພພິບັດລະລອກໃໝ່ອາດເປັນອັນຕະລາຍຕໍ່ເຈົ້າໜ້າທີ່ ແລະ ປະຊາຊົນໃນພື້ນທີ່.

ລ່າສຸດ, ຍອດຜູ້ເສຍຊີວິດຈາກເຫດອຸທົກກະໄພຄັ້ງໃຫຍ່ໃນ ເນປາລ ເພີ່ມຂຶ້ນເປັນຢ່າງໜ້ອຍ 469 ຄົນ ຂະນະທີ່ຍັງມີຜູ້ສູນຫາຍອີກກວ່າ 1,300 ຄົນ ລວມເຖິງຊາວອາເມຣິກັນ ແລະ ຊາວຕ່າງຊາດອີກຫຼາຍສິບຄົນ.

ທັງນີ້, ນັບວ່າສະຖານະການຍັງຄົງໜ້າເປັນຫ່ວງ ເນື່ອງຈາກພື້ນທີ່ຕາມແນວເທືອກເຂົາຮິມາໄລມີພູມສັນຖານເປັນພູເຂົາສູງ ແລະ ຫຸບເຂົາເລິກ ເຮັດໃຫ້ເມື່ອເກີດຝົນຕົກໜັກ, ດິນເຈື່ອນ ຫຼື ທະເລສາບກັ້ນນ້ຳແຕກ ອາດເຮັດໃຫ້ມວນນ້ຳ ແລະ ໂຄນໄຫຼລົງສູ່ຊຸມຊົນດ້ານລຸ່ມຢ່າງໄວວາ ແລະ ຍາກຕໍ່ການອົບພະຍົບ ແລະ ຊ່ວຍເຫຼືອຜູ້ປະສົບໄພ.

ທີ່ມາ: CNN

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article