ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ມູນຄ່າ 70,000 ໂດລາໃຫ້ໂຮງໝໍເມືອງໂຂງ

Must read

ໃນວັນທີ 27 ສິງຫາ 2026 ທີ່ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70.000 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ.

ໃຫ້ກຽດມອບເຄື່ອງໃນຄັ້ງນີ້ໂດຍ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຕາງໜ້າໃຫ້ໂຮງໝໍເມືອງໂຂງ ຂຶ້ນກ່າວຮັບໂດຍ ທ່ານ ບຸນເນື່ອງ ສີລາຄົມ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງໂຂງ; ເຂົ້າຮ່ວມມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ພ້ອມດ້ວຍຄະນະອຳນວຍການໂຮງໝໍ, ແພດ-ໝໍ ແລະ ພະນັກງານວິຊາການ ພາກສ່ວນທີ່ກ່ຽວຂ້ອງ ພາຍໃນໂຮງໝໍເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ການມອບ-ຮັບ ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ຖືເປັນກຳລັງແຮງ ແລະ ເປັນການກະຕຸກຊຸກຍູ້ຢ່າງແຂງແຮງ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານກັ່ນກອງ, ບົ່ງມະຕິພະຍາດທາງລະບົບຫາຍໃຈ ກໍຄືພະຍາດວັນນະໂລກ ໃຫ້ມີຄວາມຊັດເຈນ, ວ່ອງໄວ ແລະ ທັນທ່ວງທີ; ທັງເປັນການຍົກລະດັບ ຂີດຄວາມສາມາດ ຂອງໂຮງໝໍຂັ້ນທ້ອງຖິ່ນ ໃຫ້ມີຄວາມພ້ອມໃນການບໍລິການປິນປົວ ແລະ ເບິ່ງແຍງສຸຂະພາບຂອງພໍ່ແມ່ປະຊາຊົນຢູ່ເຂດເມືອງໂຂງໃຫ້ດີຂຶ້ນເປັນກ້າວໆ. ໂອກາດດຽວກັນນີ້, ຫ້ອງການສາທາລະນະສຸກເມືອງໄດ້ລາຍງານໃຫ້ຮູ້ຕື່ມວ່າ: ຜ່ານມາການກວດພະຍາດວັນນະໂລກ ມີເປົ້າໝາຍທັງໝົດ: 1.048 ຄົນ, ໃນນີ້ປະຕິບັດໄດ້ 540 ຄົນ (ສ່ວນທີ່ຕ້ອງສືບຕໍ່ປະຕິບັດມີ 500 ກວ່າຄົນ), ຂຶ້ນທະບຽນປິ່ນປົວມີທັງໝົດ 159 ຄົນ (ໃນນີ້ ມີການຍົກຍ້າຍເຂົ້າຕື່ມ 3 ຄົນ), ກວດພົບເຊື້ອມີ 63 ຄົນ, ຜູ້ເຂົ້າຮັບການກິນຢາປ້ອງກັນ (TPT) ມີ 25 ຄົນ, ຜົນການລົງກວດຄົ້ນຫາຜູ້ຕິດເຊື້ອແບບແຂງແຮງ (ACF) ມີຜູ້ເຂົ້າຮ່ວມຮັບການກວດທັງໝົດ 126 ຄົນ (ຍິງ 67 ຄົນ), ໄດ້ຮັບການກວດກະເທີມີ 27 ຄົນ, ພົບເຊື້ອ 7 ຄົນ, ເຂົ້າຮັບການປິ່ນປົວ 23 ຄົນ. ວຽກງານການລົງຕິດຕາມຄົນເຈັບ ກິນຢາປິ່ນປົວວັນນະໂລກຕາມບ້ານໃນ 2 ສຸກສາລາມີ: ເຊໂຮງ (2 ບ້ານ) 8 ຄົນ; ໂພນສະອາດ (2 ບ້ານ) 2 ຄົນ ລວມທັງໝົດ 10 ຄົນ ທີ່ໄດ້ຮັບການຕິດຕາມຢ່າງໃກ້ຊິດ ເພື່ອຊຸກຍູ້ ຄົນເຈັບທີ່ຂາດຢາ ຫຼື ບໍ່ມາກິນຢາ ໃຫ້ໄດ້ສືບຕໍ່ ກິນຢາປິ່ນປົວ ຢ່າງຕໍ່ເນື່ອງ ແລະ ປົກກະຕິ.

ປະທານຄະນະກຳມະການປົກຄອງເມືອງກ່າວຕື່ມວ່າ: ການໄດ້ຮັບເຄື່ອງເອັກສະເລຊຸດໃໝ່ນີ້ ຈະກາຍເປັນເຄື່ອງມືທີ່ສຳຄັນ ທີ່ຈະມາຊ່ວຍໃຫ້ທີມງານແພດ-ໝໍ ໂຮງໝໍເມືອງໂຂງ ພວກເຮົາສາມາດເລ່ງກວດຄົ້ນຫາຜູ້ຕິດເຊື້ອວັນນະໂລກ ໄດ້ຢ່າງມີປະສິດທິພາບ ເພື່ອບັນລຸຕາມເປົ້າໝາຍ ທີ່ວາງໄວ້ໃນການລົບລ້າງພະຍາດວັນນະໂລກ ໃຫ້ໝົດໄປຈາກທ້ອງຖິ່ນ.

ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article