ການາດາຂຶ້ນພາສີຕອບໂຕ້ສະຫະລັດ ປະກາດເກັບພາສີສິນຄ້າ 2 ໝື່ນລ້ານໂດລາ

Must read

ການາດາໂຕ້ຄືນສະຫະລັດ ດ້ວຍການເກັບພາສີຕອບໂຕ້ສິນຄ້າສະຫະລັດມູນຄ່າປະມານ 2 ໝື່ນລ້ານໂດລາສະຫະລັດ ຫຼື ປະມານ ປະມານ 446 ຕື້ກີບຕໍ່ປີ ໂດຍມີມູນຄ່າທຽບເທົ່າກັບພາສີລ່າສຸດທີ່ລັດຖະບານສະຫະລັດເກັບຈາກການາດາແບບໂດລາຕໍ່ໂດລາ ພ້ອມທັງປະກາດມາດຕະການຊ່ວຍເຫຼືອພາກຸລະກິດ ແລະ ແຮງງານຄວບຄູ່ກັນໄປ.

ຖະແຫຼງການຂອງລັດຖະບານການາດາລະບຸວ່າ ພາສີຕອບໂຕ້ສິນຄ້າສະຫະລັດຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 8 ກັນຍາ ໂດຍກຳນົດອັດຕາພາສີ 15%, 25% ແລະ 50% ສໍາລັບສິນຄ້າປະມານ 700 ລາຍການທີ່ນຳເຂົ້າຈາກສະຫະລັດ.

ຫຼັງຈາກພາສີໃໝ່ 50% ທີ່ປະທານາທິບໍດີ ໂດນັລ ທຣຳ (Donald Trump) ຂອງສະຫະລັດ ເກັບຈາກສິນຄ້ານຳເຂົ້າຈາກການາດາມູນຄ່າ 2 ໝື່ນລ້ານໂດລາ ໄດ້ມີຜົນບັງຄັບໃຊ້ແລ້ວເມື່ອວັນເສົາທີ່ 22 ສິງຫາ ທີ່ຜ່ານມາ ຫຼັງຈາກການເຈລະຈາການຄ້າລະຫວ່າງສອງປະເທດລົ້ມເຫຼວ.

ການເກັບພາສີຕອບໂຕ້ກັນຄັ້ງໃໝ່ນີ້ ຖືເປັນຈຸດຕົກຕ່ຳຄັ້ງໃໝ່ໃນຄວາມສຳພັນລະຫວ່າງສອງປະເທດພັນທະມິດທີ່ມີຄວາມສຳພັນໃກ້ຊິດກັນມາຍາວນານ ຂະນະທີ່ກ່ອນໜ້ານີ້ໃນວັນອັງຄານ ທຣຳຍັງຂູ່ວ່າ ຈະປ່ຽນຊື່ທະເລສາບອນແທຣິໂອ (Lake Ontario) ຊຶ່ງຕັ້ງຢູ່ຂ້າມຊາຍແດນລະຫວ່າງທັງສອງປະເທດ ເປັນທະເລສາບອາເມລິກາອີກດ້ວຍ.

ຟຣອງຊົວ-ຟິລິບ ຊອງປາຍ (François-Philippe Champagne) ລັດຖະມົນຕີກະຊວງການຄັງການາດາ ກ່າວວ່າ ພາສີຕອບໂຕ້ຂອງພວກເຮົາ ຊຶ່ງໃຊ້ຫຼັກໂດລາຕໍ່ໂດລາ ແລະ ອັດຕາຕໍ່ອັດຕາ ຍັງລວມເຖິງມາດຕະການຊ່ວຍເຫຼືອມູນຄ່າຫຼາຍພັນລ້ານໂດລາ ທີ່ຈະຊ່ວຍປົກປ້ອງແຮງງານ, ຊາວກະສິກອນ, ຄອບຄົວ ແລະ ພາກຸລະກິດ.

ດ້ານທຳນຽບຂາວ ແລະ ສຳນັກງານຜູ້ຕາງໜ້າການຄ້າສະຫະລັດ (USTR) ຍັງບໍ່ທັນໄດ້ຕອບຮັບຄຳຂໍໃຫ້ສະແດງຄວາມຄິດເຫັນໃນທັນທີ.

ເຈົ້າໜ້າທີ່ລັດຖະບານການາດາລະບຸວ່າ ການາດາຈະເກັບພາສີ 50% ສໍາລັບເຫຼັກ, ອາລູມີນຽມ, ເຟີນິເຈີ ແລະ ເຄື່ອງນຸ່ງຫົ່ມ ຂະນະທີ່ສິນຄ້າປະເພດຊີສ, ເຄື່ອງໃຊ້ໄຟຟ້າ ແລະ ອາຫານທະເລບາງຊະນິດ ຈະຖືກເກັບພາສີ 25% ສ່ວນສິນຄ້າເອເລັກໂຕຣນິກ ແລະ ເຄື່ອງມືບາງປະເພດຈະຖືກເກັບພາສີ 15%.

ພາສີໃໝ່ຂອງທຣຳມີຂອບເຂດຂ້ອນຂ້າງຈຳກັດ ໂດຍສົ່ງຜົນກະທົບຕໍ່ສິນຄ້າສົ່ງອອກຂອງການາດາໄປສະຫະລັດປະມານ 5% ເທົ່ານັ້ນ ແຕ່ບັນດານັກວິເຄາະດ້ານການຄ້າລະບຸວ່າ ພາສີດັ່ງກ່າວອາດສົ່ງຜົນກະທົບຢ່າງຮຸນແຮງ ແລະ ກະຈຸກຕົວໃນບາງພາກຸລະກິດທີ່ກຳລັງປະສົບບັນຫາຢູ່ແລ້ວ ເຊັ່ນ: ຜະລິດຕະພັນໄມ້ ໂດຍສະເພາະຜູ້ຜະລິດາຕູ້ເຮືອນຄົວ.

ສ່ວນພາສີຕອບໂຕ້ຂອງການາດາ ຊຶ່ງຄຳນວນຈາກຂໍ້ມູນການຄ້າໃນປີ 2024 ຈະຄອບຄຸມສິນຄ້າທີ່ມີມູນຄ່າເກືອບ 4.5% ຂອງການນຳເຂົ້າຈາກສະຫະລັດທັງໝົດຂອງການາດາ.

ເມລານີ ໂຈລີ (Mélanie Joly) ລັດຖະມົນຕີກະຊວງອຸດສາຫະກຳການາດາ ກ່າວວ່າ ມາດຕະການພາສີຕອບໂຕ້ມີເປົ້າໝາຍຫຼັກເພື່ອປົກປ້ອງພາກຸລະກິດຂອງການາດາ ແຕ່ໃນຂະນະດຽວກັນກໍ່ມີເປົ້າໝາຍເພື່ອສ້າງແຮງກົດດັນທາງການເມືອງກ່ອນທີ່ຊາວອາເມຣິກັນຈະອອກໄປໃຊ້ສິດເລືອກຕັ້ງກາງວາລະ (Midterm elections) ໃນວັນທີ 3 ພະຈິກ.

“ພວກເຮົາຈຳເປັນຕ້ອງເຮັດໃຫ້ແນ່ໃຈວ່າຄູ່ແຂ່ງຈະບໍ່ສາມາດເຂົ້າເຖິງຕະຫຼາດການາດາໄດ້ໃນເງື່ອນໄຂທີ່ດີກວ່າສິນຄ້າຂອງພວກເຮົາເອງ ແລະ ນั่ນເປັນເຫດຜົນທີ່ພວກເຮົາຕ້ອງການໃຫ້ຜູ້ຄ້າປີກສະແດງໃຫ້ເຫັນເຖິງເລື່ອງນີ້ຈາກຝັ່ງການາດາ” ໂຈລີກ່າວ.

ລັດຖະມົນຕີອຸດສາຫະກຳການາດາລະບຸວ່າ ປະການທີ່ສອງ ພວກເຮົາ ຍັງມຸ່ງເປົ້າໄປທີ່ສິນຄ້າທີ່ຈະສົ່ງຜົນກະທົບຕໍ່ລັດຕ່າງໆ ໃນສະຫະລັດ ດັ່ງນັ້ນພວກເຮົາຈຶ່ງກຳລັງດຳເນີນການຢ່າງຮອບຄອບ ແລະ ມີຍຸດທະສາດເພື່ອສ້າງແຮງກົດດັນທາງການເມືອງ ແລະ ນັ້ນຄືເຫດຜົນທີ່ພວກເຮົາຄິດວ່ານີ້ເປັນສິ່ງທີ່ເໝາະສົມທີ່ຈະເຮັດໃນເວລານີ້.

ພາສີຂອງການາດາຍັງຄອບຄຸມສິນຄ້າອາຫານປຸງສຳເລັດບາງປະເພດ, ນ້ຳຫອມ ແລະ ເຄື່ອງໃຊ້ໃນຫ້ອງນ້ຳ, ພລາສຕິກ, ໄມ້ປຸງແຕ່ງ, ເຍື່ອໄມ້ ແລະ ຜະລິດຕະພັນກະດາດ, ພົມ ແລະ ເຄື່ອງນຸ່ງຫົ່ມ.

ເອກະສານຂອງລັດຖະບານການາດາລະບຸວ່າ ລາຍການສິນຄ້າທີ່ຖືກເກັບພາສີຍັງຄອບຄຸມສິນຄ້າພາກອຸດສາຫະກຳ ເຊັ່ນ: ເຫຼັກ ແລະ ເຫຼັກກ້າ, ອາລູມີນຽມ, ເຄື່ອງມືຊ່າງ ແລະ ຜະລິດຕະພັນໂລຫະອື່ນໆ, ເຄື່ອງຈັກ ແລະ ອຸປະກອນໄຟຟ້າ ລວມທັງຫົວລົດຈັກ, ລົດຈັກ, ເຟີນິເຈີ ແລະ ອຸປະກອນສຳລັບຫຼິ້ນເກມ.

ນອກຈາກນີ້ ການາດາຍັງໄດ້ເປີດຕົວມາດຕະການຊ່ວຍເຫຼືອມູນຄ່າ 7,500 ລ້ານໂດລາການາດາ ຊຶ່ງປະກອບດ້ວຍການສະໜັບສະໜູນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການຈັດສັນງົບປະມານເພື່ອຊ່ວຍເສີມສະພາບຄ່ອງໃຫ້ແກ່ບໍລິສັດຕ່າງໆ ລວມທັງການຊ່ວຍເຫຼືອແຮງງານທີ່ມີຄວາມສ່ຽງໄດ້ຮັບຜົນກະທົບຈາກພາສີໃໝ່.

ທະນາຄານເພື່ອການພັດທະນາທຸລະກິດແຫ່ງການາດາ (BDC) ຊຶ່ງເປັນສະຖາບັນການເງິນຂອງລັດຖະບານກາງ ຈະເປັນຜູ້ຈັດສັນເງິນຊ່ວຍເຫຼືອບາງສ່ວນໃຫ້ແກ່ທຸລະກິດທີ່ໄດ້ຮັບຜົນກະທົບ ໂດຍສະເໜີເງິນກູ້ປອດດອກເບ້ຍວົງເງິນລະຫວ່າງ 2.5 ລ້ານໂດລາການາດາ ເຖິງ 5 ລ້ານໂດລາການາດາ.

ໂຈລີກ່າວວ່າ ບໍລິສັດຕ່າງໆ ຈະຍັງບໍ່ທັນຕ້ອງເລີ່ມຊຳລະຄືນເງິນກູ້ເປັນເວລາ 36 ເດືອນ ຊຶ່ງຊ່ວງເວລາດັ່ງກ່າວຈະຄອບຄຸມໄປຈົນເຖິງສິ້ນສຸດວາລະການດຳລົງຕຳແໜ່ງຂອງລັດຖະບານທຣຳ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article