CATEGORY

ຂ່າວແນະນຳ

ແຈ້ງເຕືອນ 10 ແຂວງ ຮັບມືຝົນຕົກໜັກ ພ້ອມເຝົ້າລະວັງນໍ້າຖ້ວມຊຸແລະ ດິນເຈື່ອນ (20-21 ສິງຫານີ້)

ຮ່ອງຄວາມກົດອາກາດຕໍ່າ ຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກ ຫາ ຕົກໜັກຫຼາຍຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ເຂດພື້ນທີ່ສ່ຽງນໍ້າທົ່ມຊຸ ແລະ ດິນເຈື່ອນ ມີດັ່ງນີ້: ແຂວງເມືອງແຂວງ ຫຼວງພະບາງເມືອງ ນ່ານ, ເມືອງ ໂພນໄຊ ແລະ ເມືອງ ຊຽງເງິນແຂວງ ວຽງຈັນເມືອງ...

ອັບເດດສະພາບອາກາດຊ່ວງເວລາ 12:00 ຫາ 18:00 ໂມງ ຂອງວັນທີ 20 ສິງຫາ 2026 ເຕືອນຝົນຕົກໜັກ ແລະ ນ້ຳຖ້ວມຊູຢູ່ບາງເຂດ

ອັບເດດສະພາບອາກາດຊ່ວງເວລາ 12:00 ຫາ 18:00 ໂມງ ຂອງວັນທີ 20 ສິງຫາ 2026 ເຕືອນຝົນຕົກໜັກ ແລະ ນ້ຳຖ້ວມຊູຢູ່ບາງເຂດ ລາຍງານຂອງແຕ່ລະພາກດັ່ງລຸາມນີ້:

ປກສ ແຂວງຫຼວງນ້ຳທາ ສຶກສາອົບຣົມໄວລຸ້ນມົ້ວສຸມ ຄໍລະເຈນ ແລະ ນ້ຳໃບກະທ່ອມ 18 ຄົນ

ອາທິດທີ່ຜ່ານມາ ຂອງເດືອນ ສິງຫາ 2026 ນີ້, ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ສຶກສາອົບຮົມກຸ່ມໄວໜຸ່ມ ມົ້ວສຸມສິ່ງເສບຕິດປະເພດຄໍລະເຈນ ແລະ ນ້ໍາໃບກະທ່ອມ ຈໍານວນ 18 ຄົນ, ຍີງ 05 ຄົນ. ໂດຍການເຂົ້າຮ່ວມຂອງ ທ່ານ ພັນຕີ ອານຸສັກ ອິນທະປະເສີດ...

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມສະພາບນໍ້າຖ້ວມ ຢູ່ເມືອງຫີນບູນ ແລະ ເມືອງເຊບັ້ງໄຟ

ໃນວັນທີ 19 ສິງຫາຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມສະພາບນ້ຳຖ້ວມ ຢູ່ເມືອງຫີນບູນ ແລະ ເມືອງເຊບັ້ງໄຟ ແຂວງຄຳມ່ວນ. ໃຫ້ການຕ້ອນຮັບໂດຍ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ...

ແຈ້ງປັບຂຶ້ນລາຄານໍ້າມັນເຊື້ອໄຟ(ທຸກຊະນິດ)ໃນຂອບເຂດທົ່ວປະເທດ.

ແຈ້ງປັບຂຶ້ນລາຄານໍ້າມັນເຊື້ອໄຟ(ທຸກຊະນິດ)ໃນຂອບເຂດທົ່ວປະເທດ. ສະ​ບັບ​ເລກ​ທີ 1529/ກ​ຄ​ພນ ລົງ​ວັນ​ທີ 19/08/2026 ດັ່ງລຸ່ມນີ້:

ອັບເດດ! ນ້ຳເຊໂດນ ຢູ່ຈຸດຂົວປາກເຊ ນະຄອນປາກເຊ ແຂວງຈຳປາສັກ ລະດັບນໍ້າມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ

ຈຳປາສັກ: ເມືອງປາກເຊ ເພີ່ມການເຝົ້າລະວັງຢ່າງໃກ້ຊິດ ຫຼັງຈາກລະດັບນ້ຳເຊໂດນຢູ່ຈຸດຂົວປາກເຊ ໄດ້ເພີ່ມສູງຂຶ້ນຢ່າງໄວວາ ໃນວັນທີ 20 ສິງຫາ 2026 ນີ້. ສົ່ງຜົນໃຫ້ປະຊາຊົນທີ່ອາໄສຢູ່ລຽບຕາມແຄມຝັ່ງສາຍນ້ຳເຊໂດນ ແລະ ເຂດຕ່ຳ ເລີ່ມໄດ້ຮັບຜົນກະທົບ. ສະພາບການຫຼ້າສຸດ: ລະດັບນ້ຳເພີ່ມສູງ: ນ້ຳເຊໂດນຍັງມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກຝົນຕົກຕິດຕໍ່ກັນໃນໄລຍະຜ່ານມາ. ເຂດພື້ນຕ່ຳຖືກຖ້ວມ: ປັດຈຸບັນ ເລີ່ມມີນ້ຳຍື້ງເຂົ້າຖ້ວມບາງຈຸດທີ່ເປັນເຂດພື້ນຕ່ຳ ໂດຍສະເພາະຢູ່ບໍລິເວນ ສົບເຊ ນະຄອນປາກເຊ. ແຈ້ງເຕືອນດ່ວນ: ເຈົ້າໜ້າທີ່ໄດ້ປະກາດເຕືອນໃຫ້ປະຊາຊົນທີ່ຢູ່ລຽບແຄມຝັ່ງນ້ຳເຊ ເຝົ້າລະວັງ ແລະ...

ແຈ້ງການດ່ວນ ! ຈະມີການປ່ອຍນ້ຳອອກຈາກເຂື່ອນຫ້ວຍລໍາພັນຕອນລຸ່ມເຕືອນບ້ານລະວີລໍາພັນ ແລະ ບ້ານລະວີຝັ່ງແດງ ເມືອງລະມາມ ໃນລະຫວ່າງວັນທີ 20-22/8/2026

ພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ ອອກແຈ້ງການດ່ວນ ຄະນະກຳມະການປົກຄອງເມືອງລະມາມ ແລະ ປະຊາຊົນ 2 ບ້ານ ຄື: ບ້ານລະວີລໍາພັນ ແລະ ບ້ານລະວີຝັ່ງແດງ ທີ່ຢູ່ກ້ອງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມຊາບວ່າໃນຊ່ວງວັນທີ 18-21/08/2026 ຄາດວ່າຈະມີຝົນຕົກຄ່ອຍ ຫາ ຕົກໜັກ ເຮັດໃຫ້ມີນໍ້າໄຫຼເຂົ້າອ່າງ ສະເລ່ຍ 100 m³/s -120 m³/s...

ສະພາບອາກາດປະຈຳວັນທີ 20 ສິງຫາ 2026

ພະຍາກອນອາກາດ ປະຈຳວັນທີ 20 ສິງຫາ 2026, ເວລາ 07:00 ຫາ 12:00 ໂມງ ຮ່ອງຄວາມກົດດັນອາກາດຕ່ຳ ຍັງຈະສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຢ່າງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດຕື່ມອີກ. ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ...

ແຈ້ງເຕືອນ ເຝົ້າລະວັງນ້ຳຖ້ວມຍິ່ງນ້ຳຂອງ ແລະ ນ້ຳເຊໂດນ ໃນລະຫວ່າງ ວັນທີ 19 ຫາ 21 ສິງຫາ 2026

ອີງຕາມ ການຕິດຕາມລະດັບນ້ຳປະຈຳວັນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ມີລາຍລະອຽດດັ່ງນີ້:

ຍຶດຂອງກາງ ຄ້າຍຄືຊີ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ທີ່ນະຄອນຫຼວງວຽງຈັນ

ໃນວັນທີ 18 ສິງຫາ 2026 ເຈົ້າໜ້າທີ່ກຸ່ມເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ຫຼື LAO-WEN ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນລົງເຄື່ອນໄຫວກວດກາ ການລັກລອບຄ້າຂາຍ ແລະ ມີໄວ້ໃນຄອບຄອງ ຊີ້ນສ່ວນ ແລະ ຜະລິດຕະພັນສັດປ່າ ປະເພດຫວງຫ້າມ ຢູ່ບ້ານສີສະຫວາດ ເມືອງຈັນທະບູລີນະຄອນຫຼວງວຽງຈັນ. ຜ່ານການລົງກວດກາຕົວຈິງ ເຈົ້າໜ້າທີ່ ໄດ້ພົບເຫັນການລັກລອບຄ້າຂາຍ ແລະ...

ຂ່າວລ່າສຸດ