- Advertisement -spot_img

AUTHOR NAME

Pele

507 POSTS
0 COMMENTS

ຕິດຕັ້ງໜ່ວຍຕັດໄຟ ເພື່ອບຳລຸງຮັກສາຕາຂ່າຍໄຟຟ້າໃຫ້ມີຄວາມສະຖຽນລະພາບ

ວັນທີ 22 ພຶດສະພາ 2025 ສາຂານະຄອນຫຼວງວຽງຈັນ ລົງປະຕິບັດວຽກງານ ຕິດຕັ້ງໜ່ວຍຕັດໄຟປະເພດ RCS ຈຳນວນ 02 ຈຸດ ທີ່ບ້ານ ຈັນສະຫວ່າງ ຄຸ້ມ 194 , ບ້ານວຽງຄຳ ຮ່ອມ 17 ເມືອງ ສີໂຄດຕະບອງນະຄອນຫຼວງວຽງຈັນ ເພື່ອບຳລຸງຮັກສາ ລະບົບຈຳໜ່າຍໄຟຟ້າໃຫ້ມີຄວາມສະຖຽນລະພາບ ທ່ານພົບເຫັນຕົ້ນໄມ້ຫັກທັບລະບົບສາຍຕາຂ່າຍໄຟຟ້າ,ໄຟຟ້າຊ໊ອດ,ໄຟຟ້າໄໝ້ ຫຼື...

ແຈ້ງການມອດໄຟ ວັນທີ 23/5/2026 ບ້ານ ດົງປ່າລານ ເມືອງ ສີສັດຕະນາກ

ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ຊາຍໜຸ່ມໃສ່ຊຸດທະຫານແອບອ້າງເປັນເຈົ້າໜ້າທີ່ ເຄີຍກໍ່ເຫດປຸ້ນຊັບມາແລ້ວຫຼາຍຄັ້ງ

ວັນທີ 20 ພຶດສະພາ 2026, ປກສ ນະຄອນຫຼວງວຽງຈັນ ລາຍງານວ່າ: ເຈົ້າໜ້າທີ່ໄດ້ນຳຕົວຊາຍໜຸ່ມອ້າງວ່າເປັນເຈົ້າທີ່ ໃສ່ຊຸດທະຫານ ຖືກພົນລະເມືອງດີຈັບຕົວໄດ້ ໃນຂະນະກໍ່ເຫດໃຊ້ປືນຢາງ ຈີ້ເພື່ອຫວັງຊີງຊັບຂອງ ປະຊາຊົນ ຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນວຽງຈັນ ໃນວັນທີ 16 ພຶດສະພາ 2026 ເວລາ 22:30 ນາທີ ມາດຳເນີນການສອບສວນ. ຜ່ານການສອບສວນ...

ແຈ້ງການມອດໄຟວັນທີ 22ຫາ28/05/2026

ທີ່ມາ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ກົມຕຳຫຼວດເສດຖະກິດມ້າງຂະບວນການເປີດເວບພະນັນທາງອອນລາຍ ກັກຕົວຄົນສັນຊາດໄທ 307 ຄົນ ແລະ ມອບໃຫ້ທາງການໄທໄປດໍາເນີນຄະດີ

ໂດຍປະຕິບັດຕາມທິດຊີ້ນຳຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ນໍາພາ-ຊີ້ນໍາຢ່າງເຂັ້ມງວດ ແລະ ເດັດຂາດ ໃນການສຸມໃສ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາອາຊະຍາກໍາທາງໂທລະຄົມ ຫຼື ອາຊະຍາກໍາທາງລະບົບຄອມພິວເຕີ ກໍຄືການປາບປາມພວກຂະບວນການກຸ່ມແກ້ງຄໍເຊັນເຕີ, ພວກສະແກມເມີ ແລະ ພວກຂະບວນການຫຼິ້ນການພະນັນທາງອອນລາຍ ເພື່ອນຳເອົາຜູ້ກະທຳຜິດມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ແຫ່ງ ສປປ ລາວ. ດັ່ງນັ້ນ, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ນຳກົມກອງວິຊາສະເພາະສຸມໃສ່ແກ້ໄຂບັນຫາດັ່ງກ່າວຢ່າງຕັ້ງໜ້າ ແລະ ມາໃນວັນທີ 11-12...

ແຈ້ງ​ການປັບ​​​ລາ​ຄາ​ນ້ຳ​ມັນເລີ່ມ​ປະ​ຕິ​ບັດ ວັນ​ທີ 21 ພຶດ​ສະ​ພາ 2026 ເວ​ລາ 06:00 ໂມງ

ແຈ້ງ​ການ ກ​ົມ​ການ​ຄ້າ​ພາຍ​ໃນ ກະ​ຊວງ ອຸດ​ສ​າ​ຫະ​ກຳ ແລະ ກາ​ນ​ຄ້າ. ສະ​ບັບ​ເລກ​ທີ 0841/ກ​ຄ​ພນ ລົງ​ວັນ​ທີ 20 ພຶ​ດ​ສະ​ພາ 2026. ປັບ​​​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ ແລະ ປັບລົງ​ລາ​ຄາ​ນ້ຳ​ມັນ​ກາ​ຊວນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ເລີ່ມ​ປະ​ຕິ​ບັດ ວັນ​ທີ 21 ພຶດ​ສະ​ພາ 2026 ເວ​ລາ 06:00 ໂມງ.​ ທີ່ມາ:LAO STATE FUEL COMPANY...

ເຈົ້າໜ້າທີ່ກົມໃຫຍ່ສັນຕິບານ ມ້າງກຸ່ມແກ້ງສະແກມເມີ ຢູ່ບ້ານທາດຫຼວງ ກັກຕົວໄດ້ 88 ຄົນ

ໃນວັນທີ 18 ພຶດສະພາ 2026, ກົມຕຳຫຼວດຄຸ້ມຄອງການທ່ອງທ່ຽວ ຮ່ວມກັບ ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ (ສະແກມເມີ ) ຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຜ່ານການກວດກາພົບເປົ້າໝາຍທີ່ເປັນກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ຈໍານວນ 88 ຄົນ ຍິງ 11 ຄົນ, ມີ...

ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ລົງຊີ້ນຳວຽກງານ ຢູ່ 5 ແຫ່ງ

ໃນວັນທີ 19 ພຶດສະພາຜ່ານມາ, ທ່ານ ຄຳສິງ ມະນີຈັນ ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ກຽງສັກ ປຣັກສາດທອງ ຫົວໜ້າສາຂາແຂວງວຽງຈັນ ຫົວໜ້າພະແນກບໍລິຫານ-ສັງລວມ ຄະນະພະແນກເຕັກນິກຄຸ້ມຄອງລະບົບໄຟຟ້າ, ຄະນະຫ້ອງການອ້ອມຂ້າງສາຂາ ແຂວງວຽງຈັນ ໄດ້ລົງເຄື່ອນໄຫວ ແລະ ຊີ້ນຳວຽກງານຮອບດ້ານ ຢູ່ຫ້ອງການໄຟຟ້າເມືອງໂພນໂຮງ, ຫ້ອງການໄຟຟ້າເມືອງວຽງຄຳ, ສະຖານີໄຟຟ້າໂພນສູງ, ສະຖານີໄຟຟ້າທ່າລາດ...

ທຳລາຍລະເບີດໃຫຍ່ MK 82 GPLD ນໍ້າໜັກ 500 ປອນ ຢູ່ເມືອງພູວົງ

ໃນວັນທີ 17-19 ພຶດສະພາ 2026 ຜ່ານມາ, ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ປະຈໍາແຂວງອັດຕະປື ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ ສະຫະ ລັດອາເມລິກາ ຜ່ານ ບໍລິສັດ ເທັດທຣາ ເທັກ ສຳເລັດການທຳລາຍລະເບີດໃຫຍ່ ປະເພດ MK 82 GPLD ນໍ້າໜັກ 500 ປອນ ຫລື...

2026 ຍທຂ ຈະສຸມໃສ່ວຽກງານຂົວທາງ ແນໃສ່ພັດທະນາວຽກສ້ອມແປງທາງໃນໄລຍະໃໝ່

ແຜນພັດທະນາໄລຍະ 5 ປີ (2026-2030). ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຜັນຂະຫຍາຍມາເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານປີ 2026 ຈະໄດ້ສູ້ຊົນ ແລະ ສຸມໃສ່ວຽກງານອັນພົ້ນເດັ່ນ ໂດຍສະເພາະວຽກງານຂົວທາງ ເພື່ອແນໃສ່ພັດທະນາວຽກງານຂົວທາງ, ສ້າງລະບຽບການ-ຄໍາແນະນໍາໃນການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່. ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ ໄດ້ຂຶ້ນສະຫຼຸບການຈັດຕັ້ງປະຕິບັດວຽກງານ ປີ...

Latest news

- Advertisement -spot_img