2026 ຍທຂ ຈະສຸມໃສ່ວຽກງານຂົວທາງ ແນໃສ່ພັດທະນາວຽກສ້ອມແປງທາງໃນໄລຍະໃໝ່

Must read

ແຜນພັດທະນາໄລຍະ 5 ປີ (2026-2030). ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຜັນຂະຫຍາຍມາເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານປີ 2026 ຈະໄດ້ສູ້ຊົນ ແລະ ສຸມໃສ່ວຽກງານອັນພົ້ນເດັ່ນ ໂດຍສະເພາະວຽກງານຂົວທາງ ເພື່ອແນໃສ່ພັດທະນາວຽກງານຂົວທາງ, ສ້າງລະບຽບການ-ຄໍາແນະນໍາໃນການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່.

ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ ໄດ້ຂຶ້ນສະຫຼຸບການຈັດຕັ້ງປະຕິບັດວຽກງານ ປີ 2025 ແລະ ວຽກງານຈຸດສຸມ ປີ 2026 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ 2026-2030 ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາວ່າ: ວຽກງານຈຸດສຸມປີ 2026 ກະຊວງ ຍທຂ ໄດ້ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030), ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ມາເປັນແຜນພັດທະນາ 5 ປີຂອງຂະແໜງ ຍທຂ. ໃນນັ້ນ, ໄດ້ກໍານົດ 4 ທິດທາງລວມ, 15 ແຜນງານ, 47 ແຜນວຽກຈຸດສຸມ ໂດຍອີງໃສ່ແຜນພັດທະນາ 5 ປີກະຊວງ ຍທຂ ໄດ້ຜັນຂະຫຍາຍມາເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານປີ 2026 ຈະໄດ້ສູ້ຊົນ ແລະ ຈະໄດ້ສຸມໃສ່ວຽກງານອັນພົ້ນເດັ່ນ ໂດຍສະເພາະວຽກງານຂົວທາງຈະສືບຕໍ່ສ້າງ ແລະ ປັບປຸງນິຕິກໍາ, ລະບຽບການ, ມາດຕະຖານເຕັກນິກ, ຄູ່ມື, ຄໍາແນະນໍາ ແລະ ຂໍ້ກໍານົດຕ່າງໆໃນການຄຸ້ມຄອງ ແລະ ພັດທະນາວຽກງານຂົວທາງໂດຍສະເພາະສ້າງລະບຽບການ-ຄໍາແນະນໍາໃນການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່, ລະບຽບການໃນການຄຸ້ມຄອງນໍ້າໜັກລົດບັນທຸກ ແລະ ລະບຽບການໃນການເກັບເງິນຄ່າຜ່ານທາງສະເພາະລົດບັນທຸກໜັກ; ສຸມໃສ່ກໍ່ສ້າງ ແລະ ຍົກລະດັບເສັ້ນທາງຫຼວງແຫ່ງຊາດທີ່ເປັນເສັ້ນທາງຫຼວງອາຊຽນຕາມແລວເສດຖະກິດໃຫ້ສາມາດຮັບນໍ້າໜັກລົດບັນທຸກໄດ້ 11 ໂຕນ/ເພົາ ແລະ ບັນດາເສັ້ນທາງທີ່ເປັນບຸລິມະສິດອື່ນໆ ເປັນຕົ້ນສູ້ຊົນໃຫ້ສໍາເລັດການຟື້ນຟູກໍ່ສ້າງທາງຫຼວງແຫ່ງຊາດເລກທີ 8 ຊ່ວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ, ສູ້ຊົນໃຫ້ສໍາເລັດການກໍ່ສ້າງຂົວ 18 ແຫ່ງຕາມເສັ້ນທາງຫຼວງແຫ່ງຊາດ (ທາງເລກ 8 ແລະ ທາງເລກ 20), ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ (ທາງ 2E-2W ແລະ ທາງຫຼວງທ້ອງຖິ່ນ 5 ແຂວງພາກເໜືອ), ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ແຕ່ ກມ 21-71, ໂຄງການກໍ່ສ້າງ ແລະ ປັບປຸງທາງເລກທີ 12, ໂຄງການກໍ່ສ້າງຂົວຂ້າມນໍ້າເຊໂດນເມືອງຄົງເຊໂດນແຂວງສາລະວັນ, ໂຄງການກໍ່ສ້າງຂົວ 12 ແຫ່ງຕາມທາງເລກທີ 13 ໃຕ້, ປັບປຸງ ແລະ ກໍ່ສ້າງດ່ານປາງຫົກ ແລະ ດ່ານນໍ້າເງິນ; ສຸມໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ເປັນຕົ້ນສືບຕໍ່ສ້ອມແປງ ແລະ ຟື້ນຟູທາງເລກ 9 ແລະ ເສັ້ນທາງທີ່ລັດຖະບານຮັບຮອງຕາມມະຕິ 05/ລບ ວ່າດ້ວຍແຜນການກໍ່ສ້າງ ແລະ ປັບປຸງຂົວທາງໄລຍະ 2026-2030; ສຸມໃສ່ກະກຽມໂຄງການຮ່ວມມືສາກົນ ແລະ ໂຄງການລົງທຶນຂອງລັດ ເປັນຕົ້ນໂຄງການກໍ່ສ້າງຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງ, ໂຄງການກໍ່ສ້າງທາງເລກ 6, ໂຄງການກໍ່ສ້າງທາງ 1D ສາມແຍກທ່າສີ – ເມືອງໂພນສະຫວັນ, ໂຄງການກໍ່ສ້າງທາງແຕ່ເມືອງບູນໃຕ້ – ເມືອງນາໝໍ້ ແລະ ໂຄງການອື່ນໆ; ສຸມໃສ່ການບູລະນະຮັກສາ ແລະ ສ້ອມແປງທາງຫຼວງໃຫ້ນໍາໃຊ້ໄດ້ເປັນປົກກະຕິ (ແຂວງຈັດຕັ້ງປະຕິບັດ ແລະ ກະຊວງຕິດຕາມກວດກາ) ໄປຄຽງຄູ່ກັບການຄຸ້ມຄອງ-ກວດການໍ້າໜັກລົດບັນທຸກໂດຍການຫັນເປັນທັນສະໄໝ ແລະ ຮັບປະກັນຄວາມໂປງໃສ – ກວດສອບໄດ້; ສ້າງຕັ້ງກອງສ້ອມແປງທາງຫຼວງປະຈໍາພະແນກ ຍທຂ ນະຄອນຫຼວງວຽງຈັນ ແລະ 17 ແຂວງໃຫ້ສໍາເລັດ.

ພ້ອມນັ້ນ, ຈະສູ້ຊົນກໍ່ສ້າງສະຖານີເກັບຄ່າບໍລິການຜ່ານຂົວ-ທາງຂອງເສັ້ນທາງທີ່ໄດ້ຮັບການກໍ່ ສ້າງຟື້ນຟູ ເປັນຕົ້ນສະຖານີເກັບເງິນຄ່າຜ່ານທາງ 4 ຈຸດຕາມເສັ້ນທາງເລກ 9, ສະຖານີເກັບເງິນຄ່າຜ່ານທາງ 4 ຈຸດຕາມເສັ້ນທາງເລກ 13 ໃຕ້ ກມ 71-ກມ 346 ແລະ ຕິດຕັ້ງ ແລະ ລະບົບເກັບເງິນທີ່ທັນສະໄໝຂອງກອງທຶນທາງຢູ່ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທແຫ່ງທີ 1, 2 ແລະ 3 ໃຫ້ສໍາເລັດ.

ໂດຍ: ວັນເພັງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article