- Advertisement -spot_img

AUTHOR NAME

kaling

238 POSTS
0 COMMENTS

ຊາຍໜຸ່ມເມົາຢາອາລະວາດເຂົ້າທຳລາຍພຣະພຸດທະຮູບປະຈຳວັນເກີດ

ຄົນເມົາຢາອາລະວາດທຳລາຍພຸດທະຮູບ ເວລາປະມານ 3 ໂມງກາງເດິກວັນທີ 4 ສິງຫາ 2026 ເກີດເຫດຄົນເມົາຢາບ້າ ເຂົ້າມາທຳລາຍພຣະພຸດທະຮູບປະຈຳວັນເກີດ ທີ່ວັດແອກຊ້າງ ເມືອງໂພນໂຮງ ແຂວງວຽງຈັນ ພຣະພຸດທະຮູບໄດ້ຮັບຄວາມເສຍຫາຍຫລາຍອົງ. ຊາຍໜຸ່ມຜູ້ກໍ່ເຫດແມ່ນຖືກຈັບຕົວສົ່ງໃຫ້ເຈົ້າໜ້າທີ່ແລ້ວ

ການນໍາແຂວງຄໍາມ່ວນ ຕິດຕາມຄວາມເສຍຫາຍເຫດການໄຟໄໝ້ຕະຫຼາດສຸກສົມບູນ

ການນຳແຂວງຄໍາມ່ວນ ລົງຕິດຕາມສະພາບຜົນເສຍຫາຍຈາກເຫດການໄຟໄໝ້ຕະຫຼາດສຸກສົມບູນ (ຫຼັກ 3) ເມືອງທ່າແຂກ ແຂວງຄຳມ່ວນ, ພ້ອມຊີ້ນໍາໃຫ້ໜ່ວຍງານຮັບຜິດຊອບ ເລັ່ງສັງລວມເພື່ອປະເມີນຜົນເສຍຫາຍ. ໃນວັນທີ 3 ສິງຫາ 2026, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ລົງ ຕິດຕາມສະພາບຜົນເສຍຫາຍຈາກເຫດການໄຟໄໝ້ຕະຫຼາດສຸກສົມບູນ (ຫຼັກ 3) ຊຶ່ງເຫດການດັ່ງກ່າວ ເກີດຂຶ້ນເມື່ອວັນທີ 1 ສິງຫາ...

ປກສ ແຂວງສະຫວັນນະເຂດຈັບຕົວແອັດມີນເວບຫຼິ້ນການພະນັນອອນລາຍສັນຊາດໄທ 42 ຄົນ

ປກສ ແຂວງສະຫວັນນະເຂດຈັບຕົວແອັດມີນເວບຫຼິ້ນການພະນັນອອນລາຍສັນຊາດໄທ 42 ຄົນ ປກສ ແຂວງສະຫວັນນະເຂດ ລາຍງານວ່າ: ເວລາ 13:30 ໂມງ ຂອງວັນທີ 16 ກໍລະກົດ 2026 ເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ແຂວງ ສະຫວັນນະເຂດ ໄດ້ເຂົ້າກວດຄົ້ນສະຖານທີ່ແຫ່ງໜຶ່ງຕັ້ງຢູ່ບ້ານນາເລົ່າ ນະຄອນໄກສອນ ພົມວິຫານ ພາຍຫຼັງໄດ້ຮັບການລາຍງານຈາກພົນລະເມືອງດີວ່າມີກຸ່ມຄົນຕ່າງປະເທດ ໄດ້ເຊົ່າສະຖານດັ່ງກ່າວທີ່ເປັນສາງເກັບເຄື່ອງ ມີການເຄື່ອນໄຫວຕະຫຼອດ...

ເຈ້ນ້ອມ ຍອມຮັບວ່າຍອດເງິນບໍລິຈາກບໍ່ລະອຽດ ຍ້ອນມີເງິນຂາຍເຄື່ອງມາປະປົນຢູ່ນໍາ

ເຈ້ນ້ອມຍອມຮັບວ່າຍອດເງິນບໍລິຈາກບໍ່ລະອຽດ ຍ້ອນມີເງິນຂາຍເຄື່ອງມາປະປົນຢູ່ນໍາ ລ່າສຸດ ເຈ້ນ້ອມໄດ້ໂພສວ່າ ນ້ອງນ້ອມຍອມຮັບໃນການເປີດບໍລິຈາກໃນຄັ້ງນີ້ “ຜິດຜາດ”ຄັ້ງຍີ່ງໃຫ່ຍໃນຊີວີດ. -ຍ້ອນຂາດຄວາມລະອຽດ ແລະ ສະຕິ ໃນການເຮັດບັນຊີ ຍອດທີ່ເວົ້າຜ່ານມາທຸກຄັ້ງກາບໍ່ຕົງ. -ຍອມຮັບຜິດວ່າ ຍອດທີ່ເຄີຍແຈ້ງທຸກຄັ້ງແມ່ນຜິດຍ້ອນໂຕເອງບໍ່ລະອຽດຍ້ອນມີເງີນສວ່ນໂຕເຂົ້າມາປ໋ະປົນ. -ນ້ອງນ້ອມຜິດຜາດ ແລະ ຍອມຮັບຄື :ເປີດບັນຊີສວ່ນໂຕຮັບບໍລິຈາກ ບໍ່ໄດ້ແຍກບັນຊີຮັບບໍລິຈາກອອກຈາກບັນຊີສວ່ນໂຕຢ່າງລະອຽດ,ເພາະບໍ່ໄດ້ຄິດວ່າຈະມີຜູ້ຮ່ວມບໍລິຈາກຫລາຍເກີນ ເພາະມັນຈະໂອນເປັນວິນາທີ ເເລ້ວຫລາຍໆຄົນເຫັນການໂອນໃນຈຳນວນ 15314 ຄັ້ງນັ້ນ . ບໍ່ມີສະເພາະແຕ່ຄົນໂອນມາຊ່ວຍເຫລືອເພາະນ້ອມເອງກາຂາຍເຄື່ອງອອນລາຍ. ເພາະມັນເປັນບັນຊີສວ່ນຕົວ , ບາງຍອດທີ່ລູກຄ້າໂອນບໍລິຈາກມັນຕົງກັນກັບຄ່າເຄື່ອງເລີຍເຮັດໃຫ້ການແຈ້ງຍອດໄປທຸກຄັ້ງມັນຜິດຜາດ ແລະ...

ແຂວງຫລວງພະບາງ ກວດພົບລັກລອບຂຸດຄົ້ນຄໍາຕົກຂ້ອນ ຢູ່ເມືອງປາກອູ ແລະ ເມືອງໂພນໄຊ ກັກຕົວໄດ້ 5 ຄົນ

ໂທລະພາບ ແຂວງຫລວງພະບາງ ລາຍງານວ່: ໃນວັນທີ 10-11 ມິຖຸນາ 2026 ຄະນະຮັບຜິດຊອບ 169/ຈຂ.ຫຼບ ແຂວງຫຼວງພະບາງ ໄດ້ສົມທົບກັບອົງການປົກຄອງເມືອງໂພນໄຊ ແລະ ເມືອງປາກອູ ແຂວງຫລວງພະບາງ ລົງກວດກາ, ເກັບກໍາຂໍ້ມູນການລັກລອບຂຸດຄົ້ນຄໍາຕົກຂ້ອນ ຢູ່ຂອບເຂດບ້ານປາກວັງ ເມືອງໂພນໄຊ ແລະ ບ້ານຫາດຄໍ້ ເມືອງປາກອູ ແຂວງຫລວງພະບາງ. - ຈຸດທີ 1:...

ເກີດເຫດ ປົ້ນເອົາເງີນຢູ່ທີ່ຮ້ານຂາຍເຂົ້າ ເຂດ ບ້ານໜອງແຕ່ງ ໃຜພົບເຫັນຄົນໃນຄິບນີ້ຊ່ວຍແຈ້ງດ່ວນ

ຂໍຄວາມຊ່ວຍເຫຼືອແດ່ທຸກຄົນ ໃຜພົບເຫັນຄົນໃນຄິບນີ້ຊ່ວຍແຈ້ງເຮົາແດ່ເພື່ອບໍ່ໃຫ້ມັນໄປເຮັດກັບຄົນອື່ນອີກ 24/06/26 ເວລາ ປະມານ 10ໂມງ ມີຜູ້ຊາຍຄົນນີ້ເຂົ້າມາປົ້ນເອົາເງີນຢູ່ທີ່ຮ້ານຂາຍເຂົ້າເຊີ່ງເປັນພີ່ນ້ອງຂ້າພະເຈົ້າເອງ ບ.ໜອງແຕ່ງ (3ແຍກໄຟແດງໜອງແຕ່ງ ກົງກັນຂ້າມກັບປ້ຳນ້ຳມັນ) ຈາກເຫດການແມ່ນການຖືກວາງຢາສະຫຼົບ ທີ່ຈື່ໄດ້ກ່ອນສິຫຼັບໄປ ມີຜູ້ຊາຍຄົນ1ຍ່າງມາຂໍຊື້ເຂົ້າເປືອກ10.000ກ (ແຕ່ບໍ່ຮູ້ວ່າສິຮ່ວມມືກັບຄົນຂີ່ລົດບໍ່ແຄ່ສົງໃສເພາະລາວປິດໜ້າປິດຕາໝົດ) ຫຼັງຈາກນັ້ນກໍ່ມານັ່ງແລ້ວຮູ້ສຶກຢາກນອນແລ້ວຫຼັບໄປຕອນໃດກະບໍ່ຮູ້ ຈົນມີລູກຄ້າມາເອີ້ນເອົາຈື່ງຮູ້ສຶກໂຕ ຈາກນັ້ນມາຈັບເບີ່ງເງີນໃນກະເປົາມັນກະເອົາໄປໝົດແລ້ວໃຊ້ເວລາບໍ່ຮອດ3ນາທີ (ຕາມໃນຄິບ)

ຍອດເສຍຊີວິດພຸ່ງ 188 ສົບ ເຫດແຜ່ນດິນໄຫວເວເນຊູເອລາ ເລັ່ງຊ່ວຍເຫຼືອຄົນຕິດກ້ອງຊາກອາຄານ

ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຮຸນແຮງ 2 ຄັ້ງຊ້ອນໃນເວເນຊູເອລາ ເພີ່ມຂຶ້ນເປັນຢ່າງໜ້ອຍ 188 ສົບແລ້ວ ໃນຂະນະທີ່ໜ່ວຍກູ້ໄພ ແລະ ຊາວບ້ານກຳລັງເລັ່ງໃຫ້ການຊ່ວຍເຫຼືອຜູ້ທີ່ຕິດຢູ່ກ້ອງຊາກອາຄານທີ່ເພພັງລົງມາ. ເມື່ອວັນພະຫັດທີ່ຜ່ານມາ (25 ມິຖຸນາ) ທີມກູ້ໄພ ແລະ ຊາວບ້ານໃນເວເນຊູເອລາ ຕ່າງພະຍາຍາມຢ່າງບໍ່ລົດລະ ເພື່ອຊ່ວຍເຫຼືອຄົນຮັກທີ່ຕິດຢູ່ກ້ອງຊາກຫັກພັງຂອງອາຄານທີ່ພັງທະລາຍລົງມາ ຫຼັງຈາກເກີດເຫດແຜ່ນດິນໄຫວຮຸນແຮງສອງຄັ້ງຊ້ອນ ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 188 ລາຍ. ສຳນັກທໍລະນີວິທະຍາສະຫະລັດ (USGS) ລະບຸວ່າ ເກີດແຜ່ນດິນໄຫວຄວາມຮຸນແຮງຂະໜາດ 7.2...

ລັດຖະບານຍີ່ປຸ່ນ ສະໜອງທຶນການສຶກສາໃນການພັດທະນາຊັບພະນາກອນມະນຸດ ໃຫ້ແກ່ ສປປ ລາວ ມູນຄ່າປະມານ 52 ຕຶ້ກວ່າກີບ.

ວັນທີ 22 ມິຖຸນາ 2026 ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ໂຄງການສະໜອງທຶນການສຶກສາໃນການພັດທະນາຊັບພະນາກອນມະນຸດ ຈາກລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ (The Project for Human Resource Development Scholarship) ມູນຄ່າ 378 ລ້ານ ເຢນ (ປະມານ 52...

ພິທີເປີດ ຂະບວນການສົ່ງອອກ, ສົ່ງຜ່ານ ພືດ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ແລະ ຣາຊາອານາຈັກກຳປູເຈຍ

ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ແຜນວາລະແຫ່ງຊາດ ໃຫ້ສຳເລັດຜົນຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ໂດຍສະເພາະ ແມ່ນການແກ້ໄຂບັນຫາທາງດ້ານເສດຖະກິດ ທີ່ຕິດພັນກັບຂະແໜງການກະສິກຳ ແລະ ສິ່ງແວດລ້ອມ. ສະນັ້ນ, ໃນຕອນບ່າຍວັນທີ 22 ມິຖຸນາ 2026 ທີ່ ທ່າບົກທ່ານາແລ້ງ, ນະຄອນຫຼວງວຽງຈັນ...

ນັກຮຽນຊາຍຟິລິບປິນ 2 ຄົນ ກໍ່ເຫດຍິງໃນໂຮງຮຽນ ເຮັດໃຫ້ຕາຍ 3 ຄົນ ແລະ ບາດເຈັບ 7 ຄົນ ພົບສາເຫດເກີດຈາກຄວາມແຄ້ນໃຈທີ່ຖືກບູລລີ້

ຕຳຫຼວດໄດ້ຈັບກຸມຜູ້ກໍ່ເຫດໄວ້ໄດ້ທັງໝົດ ຫຼັງເກີດເຫດການຍິງທີ່ສ້າງຄວາມຕົກໃຈໃນໂຮງຮຽນມັດທະຍົມແຫ່ງໜຶ່ງໃນຟິລິບປິນ ໂດຍຜູ້ກໍ່ເຫດແມ່ນນັກຮຽນຊາຍ 2 ຄົນ ສົ່ງຜົນໃຫ້ເພື່ອນນັກຮຽນເສຍຊີວິດ 3 ຄົນ ແລະ ບາດເຈັບ 7 ຄົນ ເຫດການເກີດຂຶ້ນໃນຊ່ວງສາຍວັນຈັນ ທີ່ໂຮງຮຽນມັດທະຍົມແຫ່ງຊາດຊານໂຮເຊ ໃນເມືອງຕາໂກລບັນ ໂດຍຜູ້ຕ້ອງສົງໄສທັງ 2 ຄົນ ມີອາຍຸ 14 ປີ ແລະ 15 ປີ ຜູ້ກໍ່ເຫດຄົນໜຶ່ງຖືກຈັບກຸມໄດ້ພາຍໃນໂຮງຮຽນ ສ່ວນອີກຄົນໜຶ່ງໄດ້ຫຼົບໜີໄປຊ່ອນຕົວຢູ່ໃນບ້ານໃກ້ເຄີຍ...

Latest news

- Advertisement -spot_img