- Advertisement -spot_img

AUTHOR NAME

kaling

156 POSTS
0 COMMENTS

ບໍລິສັດ Caocao ໃນເຄືອຄ່າຍລົດຍົນ Geely ຂອງຈີນ ປະກາດແຜນສົ່ງ “ແທັກຊີ່ໄຮ້ຄົນຂັບ” ບຸກຕະຫຼາດໂລກ ທ້າຊົນ Tesla Cybercab

ກົງ ຊິນ ຊີອີໂອຂອງບໍລິສັດ Caocao ເຊິ່ງເປັນແພລດຟອມໃຫ້ບໍລິການຮຽກລົດໂດຍສານອັດຕະໂນມັດໃນເຄືອ Geely Holding Group ຜູ້ຜະລິດລົດຍົນຍັກໃຫຍ່ຂອງຈີນ ປະກາດແຜນກຽມນຳລົດແທັກຊີ່ໄຮ້ຄົນຂັບຈຳນວນຫຼາຍພັນຄັນມາເລີ່ມໃຊ້ງານທົ່ວໂລກໃນປີໜ້າ ໂດຍຄາດວ່າຈະມີການສົ່ງມອບ ແລະ ໃຊ້ງານລົດແທັກຊີ່ລຸ້ນ "Eva Cab" ໃນວົງກວ້າງໄດ້ພາຍໃນປີ 2028 ແລະ ຕັ້ງເປົ້າຂະຫຍາຍຈຳນວນກອງທັບລົດໃຫ້ຮອດ 100,000 ຄັນ ພາຍໃນປີ 2030 ໃນຊ່ວງປີໜ້າ ລົດແທັກຊີ່ Eva...

ຊາຍຈີນຊ໊ອກ ລ້ຽງລູກ 14 ປີ ບໍ່ແມ່ນສາຍເລືອດ ອະດີດພັນລະຍາຍອມຮັບນອກໃຈກ່ອນວັນແຕ່ງດອງ

ເກີດກໍລະນີສະທ້ານໃຈໃນເມືອງກຸ້ຍລິນ ແຂວງກວ່າງຊີ ປະເທດຈີນ ຫຼັງຊາຍຄົນໜຶ່ງຮູ້ພາຍຫຼັງຢ່າຮ້າງວ່າ ລູກຊາຍທີ່ລ້ຽງດູມານານ 14 ປີ ບໍ່ແມ່ນລູກແທ້ໆຂອງຕົນ ກ່ອນຍື່ນຟ້ອງອະດີດພັນລະຍາຮຽກຄ່າລ້ຽງດູຄືນ ແລະ ຄ່າເສຍຫາຍທາງຈິດໃຈ ສານປະຊາຊົນເຂດຊີຊິງ ເມືອງກຸ້ຍລິນ ເປີດເຜີຍຄຳຕັດສິນຄະດີດັ່ງກ່າວ ໂດຍລະບຸວ່າ ຊາຍນາມສະກຸນເຊຍ ແລະ ຍິງນາມສະກຸນລົ່ວ ແຕ່ງງານກັນ ແລະ ມີລູກຊາຍເກີດໃນປີ 2554 ກ່ອນຈະຢ່າກັນໃນເດືອນພຶດສະພາ 2567 ໂດຍໃຫ້ເດັກຢູ່ກັບແມ່ ເຖິງຢ່າງໃດກໍ່ຕາມ...

ເປີດເຜີຍຂໍ້ມູນມືປືນ ຍິງງານລ້ຽງສື່ທຳນຽບຂາວ ຕຽມຖືກໂທດຫຼາຍຂໍ້ຫາ

ເຈົ້າໜ້າທີ່ສະຫະລັດກຳລັງດຳເນີນການສືບສວນຂໍ້ເທັດຈິງໃນເຫດຄົນຮ້າຍຍິງປືນໃນງານລ້ຽງສະມາຄົມຜູ້ສື່ຂ່າວທຳນຽບຂາວເມື່ອວັນເສົາທີ່ຜ່ານມາ ໂດຍເບື້ອງຕົ້ນພົບສິ່ງທີ່ອາດເປັນແຮງຈູງໃຈ ແລະ ຄາດວ່າລາວອາດໂດນໂທດຫຼາຍຂໍ້ຫາ ເຈົ້າໜ້າທີ່ລະດັບສູງຂອງສະຫະລັດເປີດເຜີຍກັບສຳນັກຂ່າວ CBS News ວ່າ ນາຍ ໂຄລ ໂທມັດ ອາລເລນ ຜູ້ຕ້ອງສົງໄສທີ່ພະຍາຍາມກໍ່ເຫດໂຈມຕີໃນງານລ້ຽງສະມາຄົມຜູ້ສື່ຂ່າວທຳເນີຍຂາວໃນຄືນວັນເສົາ (25 ເມ.ສ. 2569) ໄດ້ທິ້ງສິ່ງທີ່ເຈົ້າໜ້າທີ່ເອີ້ນວ່າ "ຄຳແຖລງການ" (Manifesto) ເຊິ່ງລະບຸໄວ້ຢ່າງຊັດເຈນວ່າລາວຕ້ອງການພຸ່ງເປົ້າໂຈມຕີເຈົ້າໜ້າທີ່ໃນລັດຖະບານຂອງທຣຳ ທາງການລະບຸວ່າໃນເຫດການດັ່ງກ່າວ ປະທານາທິບໍດີ ໂດນາລ ທຣຳ ແລະ ສຸພາບສະຕີໝາຍເລກໜຶ່ງ...

DeepSeek ເປີດຕົວ “DeepSeek-V4” ໂມເດວ AI ຮຸ່ນໃໝ່ ລົດຕົ້ນທຶນຢ່າງຫຼາຍ ທ້າທາຍສະຫະລັດ

ສະຕາດອັບຈີນ “DeepSeek” ໄດ້ເປີດຕົວໂມເດວປັນຍາປະດິດຮຸ່ນໃໝ່ DeepSeek-V4 ໂດຍເນັ້ນຈຸດເດັ່ນຄືການຮອງຮັບຄຳສັ່ງຂໍ້ມູນຍາວສູງສຸດ 1 ລ້ານຄຳ ພ້ອມທັງຫຼຸດຕົ້ນທຶນການປະມວນຜົນ ແລະ ໜ່ວຍຄວາມຈຳຢ່າງມີນັຍສຳຄັນ ໃນຂະນະທີ່ການແຂ່ງຂັນດ້ານເທັກໂນໂລຊີລະຫວ່າງຈີນ-ສະຫະລັດກຳລັງຮ້ອນແຮງຂຶ້ນ DeepSeek ສະຕາດອັບດາວຮຸ່ງຈາກເມືອງຫາງໂຈວ ຜູ້ຢູ່ເບື້ອງຫຼັງປະກົດການ “DeepSeek Shock” ທີ່ເຄີຍເຮັດໃຫ້ຫຸ້ນເທັກໂນໂລຊີທົ່ວໂລກຕົກລົງໃນປີກ່ອນ ໄດ້ປະກາດວ່າໂມເດວໃໝ່ນີ້ມີຄວາມສາມາດສູງຂຶ້ນ ແຕ່ໃຊ້ຊັບພະຍາກອນນ້ອຍລົງຢ່າງຫຼາຍ ບໍລິສັດໄດ້ລະບຸຜ່ານ WeChat ແລະ X ວ່າ DeepSeek-V4 ສາມາດປະມວນຜົນຂໍ້ມູນທີ່ຍາວເຖິງ...

“ເມຕາ” ກຳລັງກຽມປົດພະນັກງານ 8,000 ຄົນ ແລະ ທຸ່ມງົບມະຫາສານເພື່ອພັດທະນາ AI

ບໍລິສັດໂຊເຊຍມີເດຍຍັກໃຫຍ່ “ເມຕາ” ກຳລັງກຽມປົດພະນັກງານຄັ້ງໃຫຍ່ 10% ຫຼື ປະມານ 8,000 ຄົນໃນເດືອນໜ້າ ພ້ອມທັງລະງັບການຮັບສະໝັກຕຳແໜ່ງວ່າງຈຳນວນຫຼາຍ ຫຼັງຈາກ ມາກ ຊັກເຄີເບີກ ຫັນໄປທຸ່ມງົບລົງທຶນດ້ານ AI ສູງເຖິງ 135 ພັນລ້ານໂດລາໃນປີດຽວ ເພື່ອຫວັງໃຊ້ເທັກໂນໂລຊີເພີ່ມປະສິດທິພາບແທນແຮງງານມະນຸດ ບໍລິສັດເມຕາໄດ້ແຈ້ງພະນັກງານຜ່ານບັນທຶກພາຍໃນວ່າ ມີແຜນຈະປົດພະນັກງານປະມານ 10% ຫຼື ປະມານ 8,000 ຕຳແໜ່ງ...

ອິນເດຍຕຳນິທຣັມວ່າ “ບໍ່ມີມາລະຍາດ” ຫຼັງຈາກແຊໂພສທີ່ດ່າອິນເດຍວ່າເປັນ “ຂຸມນະລົກ” ແລະ ກ່າວຄຳວິຈານທີ່ດູຖູກພະນັກງານໄອທີ.

ກະຊວງການຕ່າງປະເທດອິນເດຍໄດ້ອອກຖະແຫຼງການຕອບໂຕ້ຢ່າງຮຸນແຮງ ໂດຍລະບຸວ່າ ປະທານາທິບໍດີ ໂດນັລ ທຣັມ “ບໍ່ມີມາລະຍາດ” ຫຼັງຈາກແບ່ງປັນຂໍ້ຄວາມທີ່ມີເນື້ອຫາເຫຍີດເຊື້ອຊາດ ເຊິ່ງເອີ້ນອິນເດຍວ່າເປັນ “ນະລົກ” ພ້ອມກັບກ່າວຫາແຮງງານມີຝີມືຊາວອິນເດຍໃນສະຫະລັດວ່າກີດກັນຄົນຜິວດຳ ແລະຂາດທັກສະພາສາອັງກິດ ໂດຍຊີ້ວ່າເປັນການກະທຳທີ່ບໍ່ສະທ້ອນຄວາມເປັນຈິງຂອງຄວາມສຳພັນສອງປະເທດ ລັດຖະບານອິນເດຍໄດ້ອອກມາຕຳນິການກະທຳນີ້ຢ່າງເປັນທາງການ ຫຼັງຈາກທຣັມໄດ້ແຊຣ໌ໂພສໃນໂຊເຊຍມີເດຍທີ່ມີເນື້ອຫາສ້າງຄວາມກຽດຊັງ ແລະເຫຍີດຊາວອິນເດຍແລະຜູ້ອົບພະຍົບ ເຫດການນີ້ເກີດຂຶ້ນໃນຄ່ຳວັນພຸດ (22 ເມສາ) ເມື່ອທຣັມໄດ້ຮີໂພສວິດີໂອແລະຂໍ້ຄວາມຈາກນັກວິຈານຝ່າຍຂວາ ທີ່ໂຈມຕີນະໂຍບາຍສິດພົນລະເມືອງໂດຍການເກີດໃນສະຫະລັດ ໂດຍມີຂໍ້ຄວາມວ່າ “ເດັກທີ່ເກີດທີ່ນີ້ຈະໄດ້ເປັນພົນລະເມືອງທັນທີ ແລ້ວກໍ່ພາຄອບຄົວມາຈາກຈີນ ອິນເດຍ ຫຼື ‘ນະລົກ’...

ໄອຍະການເກົາຫຼີໃຕ້ຮ້ອງຂໍໂທດຈຳຄຸກ “ຢຸນ ຊອກ-ຢອນ” 30 ປີ ໃນຄະດີສົ່ງໂດຣນລຸກລ້ຳເກົາຫຼີເໜືອ

ໄອຍະການພິເສດຂອງເກົາຫຼີໃຕ້ໄດ້ສະເໜີໃຫ້ເພີ່ມໂທດຈຳຄຸກ 30 ປີ ແກ່ອະດີດປະທານາທິບໍດີ ຢູນ ຊອກຢອນ ໃນຂໍ້ຫາໃຫ້ປະໂຫຍດແກ່ສັດຕູ ຫຼັງພົບຫຼັກຖານວ່າມີການສັ່ງການໃຫ້ສົ່ງໂດຣນທາງທະຫານລຸກລ້ຳເຂດນ່ານຟ້າຂອງເກົາຫຼີເໜືອໃນປີ 2024 ໂດຍຫວັງໃຊ້ຄວາມຕຶງຄຽດເປັນຂໍ້ອ້າງໃນການປະກາດກົດອາຍັດສຶກ ທີມສານພິເສດນຳໂດຍອັຍການພິເສດ ໂຈ ອຶນຊຸກ ໄດ້ຍື່ນຄຳຮ້ອງຕໍ່ສານເຂດກຸງໂຊລກາງ ເພື່ອຂໍໃຫ້ລົງໂທດຈຳຄຸກ ນາຍ ຢູນ ຊອກຢອນ ອະດີດປະທານາທິບໍດີເກົາຫຼີໃຕ້ ເປັນເວລາ 30 ປີ ໃນຂໍ້ຫາໃຫ້ປະໂຫຍດແກ່ສັດຕູ ຈາກກໍລະນີອື້ສາວເຣື່ອງການສັ່ງໃຫ້ໂດຣນທະຫານບິນລຸກລ້ຳເຂົ້າໄປໃນກຸງພຽງຢາງ ປະເທດເກົາຫຼີເໜືອ...

ຄາເຣັກສ໌ (Karex) ຜູ້ຜະລິດຖົງຢາງອັນດັບ 1 ຂອງໂລກ ກຽມຂຶ້ນລາຄາ 20-30% ຜົນກະທົບຈາກສົງຄາມອີຣ່ານ

"ຄາເຣັກສ໌" (Karex) ຜູ້ຜະລິດຖົງຢາງອະນາໄມອັນດັບ 1 ຂອງໂລກຈາກມາເລເຊຍ ສົ່ງສັນຍານປັບຂຶ້ນລາຄາຖົງຢາງ 20-30% ຫຼັງສົງຄາມອີຣ່ານສ້າງຜົນກະທົບຕໍ່ລະບົບຕ່ອງໂສ້ການສະໜອງ ຕົ້ນທຶນວັດຖຸດິບ ແລະ ຄ່າຂົນສົ່ງຍົກລະດັບສູງຂຶ້ນຢ່າງຕໍ່ເນື່ອງ ໃນຂະນະທີ່ຄວາມຕ້ອງການທົ່ວໂລກຍັງເພີ່ມຂຶ້ນຈົນສ່ວນສຳຮອງເລີ່ມຂາດແຄນ ບໍລິສັດ "ຄາເຣັກສ໌" (Karex) ຜູ້ຜະລິດຖົງຢາງອະນາໄມລາຍໃຫຍ່ທີ່ສຸດຂອງໂລກຈາກມາເລເຊຍ ເປີດເຜີຍວ່າ ບໍລິສັດມີແຜນທີ່ຈະປັບຂຶ້ນລາຄາສິນຄ້າປະມານ 20% ຫາ 30% ແລະ ອາດຈະປັບເພີ່ມຂຶ້ນອີກ ຫາກສະຖານະການຄວາມບໍ່ສງົບຈາກການທຳສົງຄາມໃນອີຣ່ານຍັງຄົງລາກຍາວ ຈົນສ້າງຜົນກະທົບຕໍ່ລະບົບໂລຈິສຕິກທົ່ວໂລກ ທ່ານ...

ອີຣານໂຈມຕີເຮືອສິນຄ້າໃກ້ຊ່ອງແຄບຮໍມຸດ ເສຍຫາຍໜັກ ຫຼັງສະຫະລັດ ຂະຫຍາຍເວລາຢຸດຍິງ

ສະຖານະການຄວາມຕຶງຄຽດໃນຕາເວັນອອກກາງທວີຄວາມຮຸນແຮງຂຶ້ນ ຫຼັງມີລາຍງານວ່າເຮືອຄອນເທນເນີລຳໜຶ່ງຖືກໂຈມຕີໃກ້ ຊ່ອງແຄບຮໍມຸດ  ໃນຕອນເຊົ້າຂອງວັນພຸດ ທັ້ງໆທີ່ສະຫະລັດອາເມລິກາໄດ້ຂະຫຍາຍເວລາຢຸດຍິງແບບບໍ່ມີກຳນົດ ສູນປະຕິບັດການການຄ້າທາງທະເລແຫ່ງສະຫະລາຊະອານາຈັກ (UK Maritime Trade Operations) ຫຼື UKMTO ລະບຸວ່າ ເຮືອດັ່ງກ່າວຖືກເຮືອປືນຂອງ ກອງກຳລັງພິທັກຮັກສາການປະຕິວັດອິສລາມ (IRGC) ເຂົ້າໃກ້ຊິດໂດຍບໍ່ມີການແຈ້ງເຕືອນທາງວິທະຍຸລ່ວງໜ້າ ກ່ອນຈະເປີດສາດຍິງໃສ່ເຮືອ ລາຍງານລະບຸວ່າ ການໂຈມຕີດັ່ງກ່າວສ່ງຜົນໃຫ້ ຂົວເດີນເຮືອ ຂອງເຮືອໄດ້ຮັບຄວາມເສຍຫາຍຢ່າງໜັກ ຢ່າງໃດກໍຕາມ ລູກເຮືອທັງໝົດປອດໄພດີ ແລະ ບໍ່ມີເຫດໄຟໄໝ້...

ສະຫະລາດຊະອານາຈັກຜ່ານກົດໝາຍຫ້າມຄົນຮຸ່ນໃໝ່ສູບຢາ ຫ້າມຄົນເກີດຫຼັງປີ 2009 ຊື້ຢາສູບ

ລັດຖະສະພາສະຫະລາດຊະອານາຈັກໄດ້ໃຫ້ຄວາມເຫັນຊອບຮ່າງກົດໝາຍຄວບຄຸມຢາສູບແລະບຸຫຼີ່ໄຟຟ້າ ໂດຍກຳນົດວ່າຜູ້ທີ່ເກີດຫຼັງວັນທີ 1 ມັງກອນ 2009 ຈະຖືກຫ້າມຊື້ຢາສູບຕະຫຼອດຊີວິດ ເພື່ອມຸ່ງສູ່ການສ້າງສັງຄົມປອດຢາສູບໃນອະນາຄົດ. ກົດໝາຍສະບັບນີ້ຜ່ານຄວາມເຫັນຊອບຈາກທັງສະພາສາມັນຊົນ ແລະ ສະພາຂຸນນາງແລ້ວ ແລະ ກຳລັງລໍຖ້າການປະກາດໃຊ້ຢ່າງເປັນທາງການ ໂດຍມີເປົ້າໝາຍສຳຄັນໃນການປ້ອງກັນບໍ່ໃຫ້ຄົນຮຸ່ນໃໝ່ເລີ່ມສູບຢາ ດ້ວຍການເຮັດໃຫ້ຮ້ານຄ້າຂາຍຢາສູບໃຫ້ກຸ່ມບຸກຄົນດັ່ງກ່າວເປັນສິ່ງຜິດກົດໝາຍ. ນອກຈາກນັ້ນ ເມື່ອກົດໝາຍມີຜົນບັງຄັບໃຊ້ ລັດຖະບານຈະມີອຳນາດເພີ່ມເຕີມໃນການຄວບຄຸມຜະລິດຕະພັນຢາສູບ ບຸຫຼີ່ໄຟຟ້າ ແລະ ນິໂຄຕິນ ລວມທັງການກຳນົດຮູບແບບການຫຸ້ມຫໍ່ ແລະ ລົດຊາດ ເພື່ອຫຼຸດຜ່ອນແຮງຈູງໃຈໃນການບໍລິໂພກ. ມາດຕະການດັ່ງກ່າວເປັນສ່ວນໜຶ່ງຂອງຄວາມພະຍາຍາມແກ້ໄຂບັນຫາຜົນກະທົບດ້ານສຸຂະພາບຈາກການສູບຢາ ເຊິ່ງຖືເປັນໜຶ່ງໃນສາເຫດຫຼັກຂອງການເສຍຊີວິດ ຄວາມພິການ...

Latest news

- Advertisement -spot_img