- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ແຈ້ງການມອດໄຟ ວັນທີ 19,20/6/2026 ເຂດບ້ານ ໂສກປ່າຫຼວງ ເມືອງ ສີສັດຕະນາກ ແລະ ບ້ານ ໂນນສະຫວ່າງ ເມືອງ ໄຊເສດຖາ

ແຈ້ງການມອດໄຟ ວັນທີ 19,20/6/2026 ເຂດບ້ານ ໂສກປ່າຫຼວງ ເມືອງ ສີສັດຕະນາກ ບ້ານ ໂນນສະຫວ່າງ ເມືອງ ໄຊເສດຖາ

ແຈ້ງໂຈະ ແຈ້ງການມອດໄຟ ສະບັບເລກທີ 406/ຟຟລ.ຝຄລກ.ນວ1, ລົງວັນທີ 15/06/2026 (ອ່ານລາຍລະອຽດແຈ້ງການຕໍ່ໄດ້ທີ່ຄອມເມັ້ນ)

ສາຂານະຄອນຫຼວງວຽງຈັນ1 ຂໍແຈ້ງໂຈະ ແຈ້ງການມອດໄຟ ສະບັບເລກທີ 406/ຟຟລ.ຝຄລກ.ນວ1, ລົງວັນທີ 15/06/2026

ປກສ ເມືອງຊະນະຄາມ ພົບຢາໄອສ໌ 278 ກິໂລກຼາມ ແຕ່ບໍ່ພົບເຈົ້າຂອງ

ວັນທີ 13 ມິຖຸນາ 2026, ກອງບັນຊາການ ປກສ ເມືອງຊະນະຄາມ ແຂວງວຽງຈັນ ພົບເຫັນຂອງກາງຢາເສບຕິດ ປະເພດຢາໄອສ໌ ຈຳນວນ 6 ເປົາ ມີ 278 ຖົງ ເທົ່າກັບ 278 ກິໂລກຼາມ ທີ່ຢູ່ໃນເຮືອຈອດຢູ່ແຄມນ້ຳຂອງ ແຕ່ບໍ່ມີເຈົ້າຂອງ ຂອບເຂດບ້ານ ປາກມີ້ ເມືອງຊະນະຄາມ...

ພາຍຸໝາກເຫັບຖະຫລົ່ມ ເມືອງຈາງເຈັຍໂຂ່ວ ປະເທດຈີນ ໄດ້ຮັບຄວາມເສຍຫາຍໜັກ

ວັນທີ 16 ມິຖຸນາ 2026 ເວລາປະມານ 16:00 ໂມງ ເກີດມີພາຍຸໝາກເຫັບຕົກໜັກ ຢູ່ເຂດຊວນຮວາ (Xuanhua), ເມືອງຈາງເຈັຍໂຂ່ວ (Zhangjiakou), ແຂວງເຫີເປີ່ຍ (Hebei). ໝາກເຫັບດັ່ງກ່າວມີຂະໜາດໃຫຍ່ທໍ່ໄຂ່ນົກກະທາ ບາງກ້ອນແມ່ນໃຫຍ່ກວ່ານັ້ນ, ໄດ້ຕົກລົງມາພ້ອມກັບຝົນທ່າມກາງສຽງກະທົບດັງສະໜັ່ນ, ເຊິ່ງສົ່ງຜົນໃຫ້ລົດຈຳນວນຫລາຍໄດ້ຮັບຄວາມເສຍຫາຍ ແວ່ນໜ້າລົດແຕກມຸ່ນຫລາຍຄັນ. ໃນຂະນະດຽວກັນ, ທາງການລະບຸວ່າ ເຫດການນີ້ແມ່ນຜົນກະທົບມາຈາກກຸ່ມເມກຝົນຟ້າຄະນອງຢ່າງຮຸນແຮງ ທີ່ປົກຄຸມພື້ນທີ່ດັ່ງກ່າວ. ຂໍ້ມູນ-ພາບ: World Forum

ເອັມບັບເປ ຍິງ 2 ປະຕູ ຊ່ວຍຝຣັ່ງ ເອົາຊະນະ ເຊເນການ 3-1 ບານໂລກ 2026

ການແຂ່ງຂັນເຕະບານໂລກ 2026 ຮອບສຸດທ້າຍ ໃນຄືນຂອງວັນທີ 16 ມິຖຸນາ ຕາມເວລາທ້ອງຖິ່ນ ກົງກັບຕອນເຊົ້າຂອງວັນທີ 17 ມິຖຸນາ ທີ່ສະໜາມກິລາ ໂຊຟາຍ, ລອດແອນເຈລິດ, ສະຫະລັດອາເມຣິກາ ເປັນການລົງຂອງກຸ່ມ I ລະຫວ່າງ ທີມຊາດຝຣັ່ງ ພົບກັບ ທີມຊາດເຊເນການ. ເກມການແຂ່ງຂັນເຄິ່ງເວລາທຳອິດ ທັງສອງທີມຫຼິ້ນດ້ວຍຄວາມລະມັດລະວັງ ເຮັດໃຫ້ຈົບເຄິ່ງເວລາທຳອິດສະເໝີກັນ 0-0 ປະຕູ....

ນອກແວ ຟອມໂຫດ! ຖະຫຼົ່ມ ອີຣັກ 4-1 ເກັບໄຊຊະນະຢ່າງສວຍງາມໃນ ບານໂລກ 2026

ເອີລິງ ຮາແລນ ກອງໜ້າຄົນເກັ່ງຈາກສະໂມສອນ ແມນເຊັດເຕີ ຊິຕີ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການເໝົາຄົນດຽວ 2 ປະຕູ ຊ່ວຍໃຫ້ທີມຊາດນອກແວ ໄລ່ຖະຫຼົ່ມ ທີມຊາດອີຣັກ ໄປແບບຂາດລອຍ 4-1 ປະຕູ ເກັບ 3 ຄະແນນໃນນັດທຳອິດ ພ້ອມທັງຂຶ້ນນຳຂອງກຸ່ມ I ໃນການແຂ່ງຂັນເຕະບານໂລກ 2026 ຮອບແບ່ງກຸ່ມ ໃນວັນທີ...

ແຈ້ງການມອດໄຟ ວັນທີ 17,18,19,21/06/2026 (ບ້ານ ໜອງທາເໜືອ ເມືອງ ຈັນທະບູລີ,ບ້ານ ຈອມເພັດ,ໂພນປ່າເປົ້າ,ດອນກອຍ ເມືອງ ສີສັດຕະນາກ,ບ້ານ ໂນນສະຫງ່າ,ໂຊກນ້ອຍ,ໂຊກໃຫຍ່ ເມືອງ ໄຊເສດຖາ) ອ່ານລາຍລະອຽດຂອງແຕ່ລະເຂດໄດ້ທີ່ຄອມເມັ້ນ

ວັນທີ 18/6/2026 ບ້ານ ໜອງທາເໜືອ ເມືອງ ຈັນທະບູລີ ວັນທີ 17,19/6/2026 ບ້ານ ຈອມເພັດ,ໂພນປ່າເປົ້າ,ດອນກອຍ ເມືອງ ສີສັດຕະນາກ ແຈ້ງການມອດໄຟ ວັນທີ 17,19,21/6/2026 ບ້ານ ໂນນສະຫງ່າ,ໂຊກນ້ອຍ,ໂຊກໃຫຍ່ ເມືອງ ໄຊເສດຖາ

ສະພາບອາກາດປະຈໍາວັນທີ 17 ມິຖຸນາ 2026

ບໍລິເວນຄວາມກົດດັນອາກາດຕ່ຳ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນຫາປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຍັງຄົງຮ້ອນໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ເກີດເຫດເຮືອບິນຖິ້ມລະເບີດ B-52 ຂອງສະຫະລັດ ປະສົບອຸບັດເຫດຕົກຢ່າງບໍ່ຄາດຄິດ ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ

ເຈົ້າໜ້າທີ່ທະຫານກ່າວວ່າ: ເຮືອບິນຖິ້ມລະເບີດ B-52 ຕົກ ແລະ ເກີດໄຟລຸກໄໝ້ ເມື່ອວັນທີ 15 ມິຖຸນາ, ເຮັດໃຫ້ຜູ້ໂດຍສານ ແລະ ຈູດບິນເສຍຊີວິດທັງໝົດ 8 ຄົນ ຫຼັງຈາກບິນຂຶ້ນຈາກຖານທັບອາກາດສະຫະລັດ ໃນທະເລຊາຍ ໂມຮາວີ (Mojave) ທາງຕອນໃຕ້ ຂອງລັດແຄລິຟໍເນຍໄດ້ບໍ່ດົນ. ພາບເຫດການເຮືອບິນຖິ້ມລະເບີດ B-52 ຂອງສະຫະລັດຕົກ ເມື່ອວັນທີ 15...

“ກະແສນ້ຳເຢັນ” ໃນມະຫາສະໝຸດອັດລັງຕິກເໜືອ ສະແດງໃຫ້ເຫັນສັນຍານທີ່ໜ້າກັງວົນ ເຊິ່ງອາດນຳໄປສູ່ຄວາມສ່ຽງຕໍ່ໄພແຫ້ງແລ້ງທີ່ຍາວນານ.

ມີງານວິໄຈໃໝ່ເຕືອນ! "ບໍລິເວນນ້ຳເຢັນ" ໃນມະຫາສະໝຸດອັດລັງຕິກເໜືອ ອາດເປັນສັນຍານເຕືອນໄພແຫ້ງແລ້ງທົ່ວໂລກ. "ພາບນີ້ຈຳລອງ "ກະແສນ້ຳເຢັນ" ຂອງມະຫາສະໝຸດອັດລັງຕິກເໜືອໃນປີ 2015 ເມື່ອທຽບກັບຄ່າສະເລ່ຍໃນຊ່ວງປີ 1951-1980 (ພາບ: NASA)" ໃນມະຫາສະໝຸດອັດລັງຕິກເໜືອ ທາງຕອນໃຕ້ຂອງກຣີນແລນ (Greenland) ແລະ ໄອສ໌ແລນ (Iceland) ມີພື້ນທີ່ນ້ຳຂະໜາດໃຫຍ່ທີ່ສວນທາງກັບແນວໂນ້ມທົ່ວໄປຂອງໂລກ ເພາະໃນຂະນະທີ່ມະຫາສະໝຸດສ່ວນໃຫຍ່ກຳລັງອຸ່ນຂຶ້ນ ແຕ່ບໍລິເວນນີ້ກັບ ເຢັນລົງເກືອບ 1 ອົງສາເຊວຊຽດ ນັບຕັ້ງແຕ່ປີ 1900...

Latest news

- Advertisement -spot_img