- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ອັດຕະປື ເຜີຍແຜ່ ແຈ້ງການຫ້າມຊື້-ຂາຍໝູຊີ້ນລາຄາ ຕໍ່າ-ສູງກວ່າ ຕົ້ນທຶນການລ້ຽງ

ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດກອງປະຊຸມ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ແລະ ຄໍາແນະນໍາ ເລກທີ 0609/ກຄພນ ກ່ຽວກັບການຫ້າມຊື້-ຂາຍ ໝູຊີ້ນ (ໝູໜ້າຟາມ) ລາຄາຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ແລະ ບັນດາເອກະສານທີ່ຕິດພັນ ກັບວຽກງານການສ້າງໂຄງປະກອບລາຄາ ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ...

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ເມືອງເຊັນປີເຕີສະເບີກ, ສະຫະພັນຣັດເຊຍ

ຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄະນະປະຈຳ ຄັ້ງທີ 3 ຂອງເວທີປຶກສາຫາລື ຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານການປະຕິບັດ ໃນສະໄໝໃໝ່ ຂອງລັດທິລ່າເມືອງຂຶ້ນແບບໃໝ່ ແລະ ກອງປະຊຸມສໍາມະນາດ້ານກົດໝາຍສາກົນ ເຊັນປີເຕີສະເບີກ ຄັ້ງທີ 14 ຊຶ່ງຈັດຂຶ້ນ ທີ່ ເມືອງເຊັນປີເຕີສະເບີກ,...

ເຈົ້າໜ້າທີ່ ຈັບຕົວ ກຸ່ມແກັ້ງເປີດເວັບພະນັນອອນລາຍ ສັນຊາດໄທ 11 ຄົນ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ

ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ລາຍງານວ່າ: ວັນທີ 27 ມິຖຸນາ 2026 ເຈົ້າໜ້າທີ່ສະເພາະກິດ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ອອກລາຕະເວນຢູ່ ບ້ານຄໍາສະຫວາດ ເມືອງໄຊເສດຖາ ສັງເກດເຫັນ ອາພາດເມັ້ນຫລັງໜຶ່ງ ມີຄົນເຂົ້າອອກຜິດສັງເກດ ຈຶ່ງໄດ້ສົມທົບກັບຫ້ອງການປົກຄອງບ້ານ ຄໍາສະຫວາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນສະຖານທີ່ດັ່ງກ່າວ, ພົບເຫັນບຸກຄົນເປີດເວັບພະນັນອອນລາຍຈໍານວນ 11...

ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສສ ມຽນມາ ຈະເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ວັນທີ 3–5 ກໍລະກົດ 2026

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ມິນ ອອງ ລາຍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ...

ສະພາບອາກາດປະຈໍາວັນທີ 30 ມິຖຸນາ 2026

ພາບລວມສະພາບອາກາດທົ່ວປະເທດ ສຳລັບສະພາບອາກາດໃນມື້ນີ້, ຮ່ອງຄວາມກົດດັນອາກາດຕ່ຳຍັງຈະພາດຜ່ານພາກເໜືອ ຫາ ພາກກາງ ຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ສະພາບອາກາດມີອາກາດຮ້ອນໃນຕອນກາງເວັນ, ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ, ພ້ອມມີຝົນຕົກໜັກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ໂດຍສະເພາະຢູ່ເຂດພາກເໜືອ ແລະ ພາກກາງ. ພະຍາກອນອາກາດແຕ່ລະພາກ:

ເມື່ອບໍ່ດົນມານີ້, ທີມງານບູລະນະເສັ້ນທາງ ໄດ້ພົບລະເບີດລູກໂບ່ມ ໜັກ 750 ປອນໃນລະຫວ່າງກໍາລັງສ້ອມແປງຖະໜົນ ຢູ່ທີ່ບ້ານວັງຄົນ, ເມືອງບົວລະພາ, ແຂວງຄຳມ່ວນ

ຈາກການລາຍງານຂອງ ທີມງານເກັບກູ້ລະເບີດ MAG ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທີມງານບູລະນະເສັ້ນທາງ ໄດ້ພົບລະເບີດລູກໂບ່ມ ໜັກ 750 ປອນ ໃນລະຫວ່າງທີ່ພວກເຂົາກໍາລັງສ້ອມແປງຖະໜົນ ຢູ່ທີ່ບ້ານວັງຄົນ, ເມືອງບົວລະພາ, ແຂວງຄຳມ່ວນ, ໝາກໂບ່ມໃຫຍ່ດັ່ງກ່າວຢູ່ຫ່າງຈາກເສົາໄຟຟ້າ ທີ່ເປັນເສົາໄຟຫຼັກຂອງຊຸມຊົນ ບໍ່ເທົ່າໃດແມັດ. ພາຍຫຼັງໄດ້ຮັບການລາຍງານ ທີມງານເກັບກູ້ລະເບີດຂອງອົງການແມັກ (MAG) ທີ່ໄດ້ຮັບທຶນສະໜັບສະໜູນຈາກ Restoration Laos ໄດ້ຮີບຮ້ອນລົງພື້ນທີ່ທັນທີ. ທີມງານໄດ້ວາງແຜນຢ່າງຮອບຄອບ...

ຈັບໄດ້ແລ້ວ ໂຈນປຸ້ນຮ້ານຄຳຢູ່ແກ້ງກອກ ເມືອງຈຳພອນ ແຂວງສະຫວັນນະເຂດ

ພັທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງອຸທຸມພອນ ໃຫ້ຮູ້ວ່າ ໃນຄັ້ງວັນທີ 24 ມິຖຸນາ 2026 ເວລາ 7 ໂມງ ເຈົ້າໜ້າທີ່ ສືບສວນ-ສອບສວນ ປກສ ເມືອງ ອຸທຸມພອນ ໄດ້ຮັບລາຍງານຈາກ ເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 5...

ຄື້ນຄວາມຮ້ອນຄັ້ງປະຫວັດສາດ ກັບ ບົດຮຽນການປັບຕົວຂອງມວນມະນຸດປະສົບການໃນການຮັບມືກັບບັນຫານີ້ຈຶ່ງບໍ່ແມ່ນເລື່ອງສະເພາະຂອງປະເທດໃດປະເທດໜຶ່ງອີກຕໍ່ໄປ

ແຜນທີ່ສະແດງ ອຸນຫະພູມຂອງອາກາດ (Air Temperature) ທົ່ວໂລກເຊິ່ງການຈຳລອງສະພາບຄວາມຮ້ອນທີ່ຮຸນແຮງ ຫຼື ບັນຫາ ໂລກຮ້ອນ (Global Warming) ທີ່ກຳລັງເກີດຂຶ້ນ. ຄື້ນຄວາມຮ້ອນຄັ້ງປະຫວັດສາດກຳລັງພິກປີ້ນຄວາມເຂົ້າໃຈແບບເດີມໆ ກ່ຽວກັບວິທີການຮັບມືກັບເຫດການສະພາບອາກາດທີ່ຮຸນແຮງທີ່ສຸດ. ໃນຂະນະທີ່ເອີຣົບກຳລັງເຜຊີນກັບອຸນຫະພູມທີ່ສູງເປັນປະຫວັດການ, ປະສົບການຂອງອິນເດຍ ແລະ ຄວາມຊ່ຽວຊານທາງການແພດຂອງເອີຣົບ ກຳລັງກາຍເປັນສອງສ່ວນສຳຄັນໃນການປັບຕົວໃຫ້ເຂົ້າກັບໂລກທີ່ຮ້ອນຂຶ້ນເລື້ອຍໆ. ເອີຣົບກຳລັງເຜຊີນກັບອຸນຫະພູມທີ່ສູງເປັນປະຫວັດການ ພາບ: The CSR Journal ເອີຣົບກຳລັງເຜຊີນກັບອຸນຫະພູມທີ່ສູງເປັນປະຫວັດການ ຄື້ນຄວາມຮ້ອນທີ່ທຳລາຍສະຖິດທົ່ວທະວີບເອີຣົບ ສະແດງໃຫ້ເຫັນວ່າປາກົດການສະພາບອາກາດທີ່ຮຸນແຮງທີ່ສຸດກຳລັງຂ້າມພົມແດນທາງພູມສາດ. ຜູ້ຊ່ຽວຊານກ່າວວ່າ ການປ່ຽນແປງສະພາບພູມອາກາດເຮັດໃຫ້ຄື້ນຄວາມຮ້ອນເກີດຂຶ້ນເລື້ອຍໆ,...

ວິກິດຄື້ນຄວາມຮ້ອນທີ່ທຳລາຍສະຖິຕິໃນປະເທດຝຣັ່ງເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນກວ່າ 1,000 ຄົນ

ທີພີໂອ (TPO) - ເມື່ອວັນທີ 28 ມິຖຸນາ, ເຈົ້າໜ້າທີ່ສາທາລະນະສຸກຂອງຝຣັ່ງ ໄດ້ລາຍງານວ່າ ມີຜູ້ເສຍຊີວິດເພີ່ມຂຶ້ນປະມານ 1,000 ລາຍ ຈາກວິກິດຄື້ນຄວາມຮ້ອນ (Heatwave) ທີ່ທຳລາຍສະຖິຕິ ເຊິ່ງໄດ້ແຜ່ປົກຄຸມພື້ນທີ່ສ່ວນໃຫຍ່ຂອງເອີຣົບຕາເວັນຕົກມາເປັນເວລາຫຼາຍວັນແລ້ວ. ອົງການສາທາລະນະສຸກຂອງຝຣັ່ງ ລະບຸໃນຖະແຫຼງການວ່າ "ນັບຕັ້ງແຕ່ວັນທີ 24 ມິຖຸນາ ເປັນຕົ້ນມາ ມີຜູ້ເສຍຊີວິດເພີ່ມຂຶ້ນປະມານ 1,000 ລາຍ (ຕົວເລກຍັງບໍ່ທັນໄດ້ຮັບການຮວບຮວມຢ່າງຄົບຖ້ວນ)...

Latest news

- Advertisement -spot_img