
ພັທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງອຸທຸມພອນ ໃຫ້ຮູ້ວ່າ ໃນຄັ້ງວັນທີ 24 ມິຖຸນາ 2026 ເວລາ 7 ໂມງ ເຈົ້າໜ້າທີ່ ສືບສວນ-ສອບສວນ ປກສ ເມືອງ ອຸທຸມພອນ ໄດ້ຮັບລາຍງານຈາກ ເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 5 ວ່າ: ໄດ້ມີໄວລຸ້ນຂັບຂີ່ລົດຈັກແລ້ວເກີດອຸບັດຕິເຫດລົ້ມເອງ, ຢູ່ຂອບເຂດເສັ້ນທາງເລກທີ 13 ໃຕ້ ບ້ານ ດົງໝາກແງວ ເມືອງອຸທຸມພອນ ແຂວງ ສະຫວັນນະເຂດ, ເຮັດໃຫ້ນັກຂັບຂີ່ທັງ 2 ໄດ້ຮັບບາດເຈັບເລັກໜ້ອຍ, ໃນສະຖານທີ່ເກີດເຫດ ຍັງພົບເຫັນລູກປືນ AK ຈຳນວນ 104 ລູກ, ຢູ່ໃນເບາະລົດ.

ຈາກນັ້ນ ກອງບັນຊາການ ປກສ ເມືອງ ອຸທຸມພອນ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ສືບສວນ-ສອບສວນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາ, ສອບສວນ, ເກັບກຳຂໍ້ມູນ ສະຖານທີ່ເກີດເຫດຕົວຈິງ, ຈິ່ງຮູ້ໄດ້ວ່າ : ຜູ້ທີ່ຂັບຂີ່ລົດຈັກຍີຫໍ້ຮອນດ້າ, ລຸ້ນ FORZA 350, ສີດໍາ ບໍ່ຕິດປ້າທະບຽນ ຊື່ທ້າວ ໂຊຫວຽດ ອາຍຸ 21 ປີ, ຢູ່ບ້ານ ໂຄກໃຫຍ່ ເມືອງອຸທຸມພອນ ແຂວງສະຫວັນນະເຂດ, ຜູ້ຊ້ອນ ຊື່ທ້າວ ມັອດ ອາຍຸ 22 ປີ, ຢູ່ບ້ານໂຄກໃຫຍ່ ເມືອງອຸທຸມພອນ ແຂວງ ສະຫວັນນະເຂດ.
ຜ່ານການສອບສວນເອົາຄຳໃຫ້ການທ້າວ ໂຊຫວຽດ ແລະ ທ້າວ ມັອດ ພວກກ່ຽວໃຫ້ການຮັບສາລະພາບວ່າ: ໃນວັນທີ 23 ມິຖຸນາ 2026 ທີ່ຫ້ອງພັກແຫ່ງໜຶ່ງພວກກ່ຽວໄດ້ມີການມົ້ວສຸມດື່ມນ້ຳກະທ້ອມ, ເປີດຫ້ອງມົ້ວສຸມຄໍລະເຈ້ນ, ຈາກນັ້ນ ເວລາ 6 ໂມງເຊົ້າຂອງວັນທີ 24 ມິຖຸນາ 2026 ທ້າວ ໂຊຫວຽດ ຈຶ່ງໄດ້ຢືມລົດຈັກຂອງທ້າວ ບຸນມາ ອາຍຸ 22 ປີ, ອາຊີບ ເຮັດນາ ຢູ່ບ້ານໂຄກໃຫຍ່ ເມືອງອຸທຸມພອນ, ແລ້ວໄດ້ຊວນເອົາທ້າວ ມັອດໄປນຳ ເພື່ອໄປເອົາເຄື່ອງ, ແຕ່ບໍ່ທັນໄປຮອດບ່ອນເອົາເຄື່ອງກໍ່ເກີດອຸບັດຕິເຫດກ່ອນ, ຈາກນັ້ນເວລາ 16 ໂມງ, ຂອງວັນດຽວກັນ ເຈົ້າໜ້າທີ່ ສືບສວນ-ສອບສວນ ໄດ້ສົມທົບກັບອໍານາດການປົກຄອງບ້ານໂຄກໃຫຍ່ ເຂົ້າກັກຕົວທ້າວ ບຸນມາ ມາດໍາເນີນ ການສືບສວນ-ສອບສວນ ຕາມກົດໝາຍ. ຜ່ານການສອບສວນເອົາຄຳໃຫ້ການທ້າວ ບຸນມາໃຫ້ການຮັບສາລະພາບວ່າ : ລູກປືນ AK ຈຳນວນ 104 ລູກ, ແມ່ນເປັນຂອງທ້າວ ສີສະໄໝ ຫຼື ຈິນ ອາຍຸ 35 ປີ, ອາຊີບ ເຮັດນາ ຢູ່ບ້ານ ນານົກຂຽນ ເມືອງ ຈຳພອນ ແຂວງ ສະຫວັນນະເຂດ.

ຜ່ານການສືບສວນ-ສອບສວນຮູ້ວ່າເປັນເປົ້າໝາຍທີ່ມີສ່ວນຮ່ວມປຸ້ນຊັນຈິ່ງໄດ້ລາຍງານຫົວໜ້າ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເພື່ອຂໍທິດຊີ້ນຳ, ຈາກນັ້ນ ຈິ່ງໄດ້ຊີ້ນຳ, ແຕ່ງຕັ້ງວິຊາສະເພາະ, ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ເຂົ້າກວດກາສະຖານທີ່ຈຸດພັກເຊົາຂອງທ້າວ ສີສະໄໝ ຫຼື ຈິນ, ນຳກຳລັງເຂົ້າກັກຕົວຜູ້ກ່ຽວ, ແຕ່ທ້າວ ສີສະໄໝ ຫຼື ຈິນໄດ້ນຳໃຊ້ອາວຸດປືນຕໍ່ສູ້, ຂັດຂືນຕໍ່ເຈົ້າໜ້າທີ່, ແລ້ວພະຍາຍາມເອົາຕົວຫຼົບໜີ, ຕໍ່ມາໃນເວລາ 00 ໂມງ 40 ນາທີ, ຂອງວັນທີ 25 ມິຖຸນາ 2026 ຈິ່ງສາມາດກັກຕົວທ້າວ ສີສະໄໝ ຫຼື ຈິນ ໄດ້ພ້ອມຢຶດເຄື່ອງຂອງກາງຄະດີໄດ້ມີ : ອາວຸດປືນ ຊະນິດປືນ AK ຈຳນວນ 1 ກະບອກ, ບັ້ງປືນ AK ຈໍານວນ 1 ອັນ, ລູກປືນ AK ຈໍານວນ 263 ລູກ, ອາວຸດປືນສັ້ນ 4 ກະບອກ, ລູກປືນສັ້ນ 24 ລູກ. ມີເຄື່ອງຕິດຕົວ :ໂທລະສັບມືຖືຍີ່ຫໍ້ໄອໂຟນ 11 ສີຂາວ 1 ໜ່ວຍ, ໂທລະສັບມືຖືຍີຫໍ້ ໄອໂພນ 13 ໂປແມັກ 1 ໜ່ວຍ, ລົດຈັກຍີຫໍ້ຮອນດ້າ ລຸ້ນ ຣີດ ສີປອນທອງ ຈຳນວນ 1 ຄັນ ( ບໍ່ຕິດປ້າຍທະບຽນ ). ຜ່ານການສືບສວນ-ສອບສວນ ທ້າວ ສີສະໄໝ ຫຼື ຈິນໃຫ້ການຮັບສາລະພາບວ່າ : ລູກປືນ AK ຈໍານວນ 104 ລູກ, ທີ່ພົບເຫັນຢູ່ໃນເບາະລົດຈັກ FORZA 350, ສີດໍາ ຂອງທ້າວ ບຸນມາແມ່ນເປັນຂອງຜູ້ກ່ຽວແທ້ຈິງ, ເຊິ່ງໄດ້ຕິດຕໍ່ຊື້ທາງເຟດບຸກ, ເພື່ອເອົາມານຳໃຊ້ກໍ່ເຫດ ແລະ ໃຊ້ຕໍ່ສູ້ກັບເຈົ້າໜ້າທີ່ໃນເວລາເຄື່ອນໄຫວກໍ່ເຫດ, ຄ້າຂາຍຢາເສບຕິດ, ປະເພດຢາບ້າ ແລະ ຄໍລະເຈ້ນ ແລະ ຜ່ານມາໃນວັນທີ 15 ກຸມພາ 2025 ທ້າວ ສີສະໄໝ ຫຼື ຈິນພ້ອມດ້ວຍໝູ່ 1 ຄົນ, ໄດ້ກໍ່ເຫດນຳໃຊ້ອາວຸດປືນສັ້ນ ປຸ້ນຮ້ານຄຳ ຢູ່ຕະຫຼາດແກ້ງກອກ ເມືອງ ຈຳພອນ ແຂວງ ສະຫວັນນະເຂດ, ເຊິ່ງພວກກ່ຽວສາມາດປຸ້ນເອົາຄຳໄປໄດ້ຈຳນວນຫຼາຍ, ສ່ວນໝູ່ທີ່ຮ່ວມກໍ່ເຫດປະຈຸບັນແມ່ນໄດ້ເອົາຕົວຫຼົບໜີໄປຢູ່ປະເທດໄທ.

ຈາກເຫດການດັ່ງກ່າວ ເຈົ້າໜ້າທີ່ ສືບສວນ-ສອບສວນ ປກສ ເມືອງ ອຸທຸມພອນ ສາມາດກັກຕົວ ຜູ້ທີ່ມີສ່ວນພົວພັນໃນການກະທຳຜິດໄດ້ທັງໝົດ 4 ຄົນ ແລະ ຍັງສືບຕໍ່ຂະຫຍາຍຜົນເຖິງຜູ້ທີ່ມີສ່ວນພົວພັນ ໃນລາຍຄະດີດັ່ງກ່າວ ມາດຳເນີນຄະດີຕາມກົດໝາຍ.
ພາບ-ຂ່າວ ເກດສະດາພອນ ສີທຳມະວັນ





