ອັດຕະປື ເຜີຍແຜ່ ແຈ້ງການຫ້າມຊື້-ຂາຍໝູຊີ້ນລາຄາ ຕໍ່າ-ສູງກວ່າ ຕົ້ນທຶນການລ້ຽງ

Must read

ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດກອງປະຊຸມ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ແລະ ຄໍາແນະນໍາ ເລກທີ 0609/ກຄພນ ກ່ຽວກັບການຫ້າມຊື້-ຂາຍ ໝູຊີ້ນ (ໝູໜ້າຟາມ) ລາຄາຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ແລະ ບັນດາເອກະສານທີ່ຕິດພັນ ກັບວຽກງານການສ້າງໂຄງປະກອບລາຄາ ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ ໃຫ້ແກ່ ຕົວແທນນໍາເຂົ້າໝູ ແລະ ເຈົ້າຂອງຟາມໝູ ໃນວັນທີ 30 ມິຖຸນາ 2026 ໂດຍການເປັນປະທານຂອງ ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື, ມີຫ້ອງການອຸດສາຫະກຳ ແລະ ການຄ້າ 5 ເມືອງ ພ້ອມດ້ວຍຕົວແທນນໍາເຂົ້າໝູ ແລະ ເຈົ້າຂອງຟາມໝູ ເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ກ່ຽວກັບການ ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ລາຄາ ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ 6 ຂອງດໍາລັດ ວ່າດ້ວຍການຄຸ້ມ ຄອງລາຄາສິນຄ້າ ແລະ ຄ່າບໍລິການ ກ່ຽວກັບການປະຕິບັດບັນດາມາດຕະການຄວບຄຸມລາຄາ ແລະ ມາດຕະການກຳນົດລາຄາສູງສຸດ, ລາຄາຕໍ່າສຸດ ຫລື ຂອບເຂດລາຄາ ເພື່ອຮັກສາສະຖຽນລະພາບທາງດ້ານລາຄາ ຂອງຊີ້ນໝູ ໃນທ້ອງຕະຫລາດ ທັງເປັນການປົກປ້ອງ ແລະ ຊຸກຍູ້ສົ່ງເສີມຜູ້ປະກອບການຜະລິດ/ລ້ຽງໝູຊີ້ນ ໃຫ້ມີຄວາມໝັ້ນຄົງ, ຮັບປະກັນການສະໜອງຊີ້ນໝູ ໃຫ້ແກ່ຕະຫລາດ ກໍຄືສັງຄົມຢ່າງພຽງພໍ ແລະ ລາຄາເໝາະສົມ ຕາມກົນໄກຕະຫລາດ ໃນແຕ່ລະໄລຍະ ແລະ ຮັບຟັງ ຄຳແນະນຳ ການຈັດຕັ້ງປະຕິບັດແຈ້ງການ ກ່ຽວກັບຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າຕົ້ນທຶນການລ້ຽງ ສະບັບເລກທີ 0786/ຫກ, ໃນນັ້ນ ການກໍານົດລາຄາໜ້າຟາມ ຫ້າມຜູ້ປະກອບການລ້ຽງໝູ ແລະ ນາຍຮ້ອຍ ຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ໃນລາຄາທີ່ ຕໍ່າກວ່າ ຫລື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ ທີ່ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຄິດໄລ່ ແລະ ຢັ້ງຢືນອອກໃນແຕ່ລະເດືອນ ຢ່າງເດັດຂາດ, ຊຶ່ງໝູຊີ້ນ (ໝູເປັນໜ້າຟາມ) ທີ່ນໍາມາຄິດໄລ່ ແລະ ຢັ້ງຢືນໂຄງປະກອບລາຄາຕົ້ນທຶນເພື່ອກຳນົດ ລາຄາຂາຍໜ້າຟາມ ແມ່ນໝູຊີ້ນທີ່ມີນໍ້າໜັກ ແຕ່ 100 ຫາ 120 ກິໂລກຣາມ, ສ່ວນໝູຊີ້ນທີ່ມີນໍ້າໜັກຫລຸດ ຫລື ເກີນ ທີ່ໄດ້ກໍານົດໄວ້ນີ້ ແມ່ນໃຫ້ອີງຕາມການຕົກລົງລາຄາກັນເອງ ລະຫວ່າງ ຜູ້ຊື້ ແລະ ຜູ້ຂາຍ. ພ້ອມນີ້, ຍັງໄດ້ຮັບຟັງການເຜີຍແຜ່ ການຄຸ້ມຄອງ, ການຈັດຕັ້ງປະຕິບັດດ້ານວິຊາການ ໃນການການຄິດໄລ່ໂຄງປະກອບລາຄາ ຕົ້ນທຶນ/ຕົ້ນທາງ ການຜະລິດ ແລະ ການນໍາເຂົ້າໝູ ແລະ ຊາກໝູ ທີ່ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຈັດຕັ້ງປະຕິບັດ, ລາຍງານການຄຸ້ມຄອງ, ການຈັດຕັ້ງປະຕິບັດການຄິດໄລ່ ໂຄງສ້າງລາຄາ ຊີ້ນໝູໜ້າຂຽງ ໃນຂອດການຈໍາໜ່າຍ ຂາຍຍົກ-ຂາຍຍ່ອຍ.

ນອກຈາກນີ້, ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າປຶກສາຫາລື ແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດ ການນໍາເຂົ້າ-ການຈໍາໜ່າຍໝູ ເພື່ອບໍ່ໃຫ້ມີການສວຍໂອກາດປັບລາຄາສູງເກີນສົມຄວນ ຫລື ຈໍາໜ່າຍໃນລາຄາທີ່ອາດສົ່ງຜົນຜົນກະທົບ ຕໍ່ລະບົບການຜະລິດ ແລະ ຕະຫລາດ ພ້ອມທັງປະຕິບັດຕາມກົດໝາຍ ແລະ ຂໍ້ກຳນົດຂອງພາກລັດຢ່າງເຄັ່ງຄັດ.

ປັດຈຸບັນ, ລາຄາຊີ້ນໝູສົດ ຢູ່ແຂວງອັດຕະປື ຢູ່ທີ່ກິໂລລະ 120.000 ກີບ, ຊີ້ນໝູປົນນ້ຳມັນ ຫລື ຊີ້ນສາມຊັ້ນ 90.000 ກີບ, ກະດູກຂ້າງ 90.000 ກີບ, ດູກທົ່ວໄປ 60.000 ກີບ, ຂາໝູ 90.000 ກີບ.

ຂ່າວ: ສິດຕິພອນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article