- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ເຈົ້າໜ້າທີ່ກວດຄົ້ນອາພາດເມັນ ວຽງຈັນໄລເຊັນເຕີ ບຸກຈັບແອັດມິນເວັບພະນັນອອນລາຍຄົນໄທ 20 ຄົນ ພ້ອມສົ່ງໃຫ້ທາງການໄທໄປດຳເນີນຄະດີ

ເພື່ອປະຕິບັດຕາມລະບຽບກົດໝາຍ ແລະ ກົນໄກການຮ່ວມມືວຽກງານຕໍາຫຼວດລະຫວ່າງສອງ ປະເທດ, ໃນວັນທີ 17 ກໍລະກົດ 2026 ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ 1 ນະຄອນຫຼວງວຽງຈັນ-ໜອງຄາຍ, ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ໂດຍການປະສານສົມທົບກັບ ກົມ ຕຳຫຼວດພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບຜູ້ຖືກຫາຕອບແຊັດເວັບພະນັນອອນລາຍສັນຊາດໄທ ຈໍານວນ 20 ຄົນ, ຍິງ 8...

ມອບແກ້ງສະແກມເມີ ຊາວຈີນ ໃຫ້ເຈົ້າໜ້າທີ່ ສປ ຈີນ

ໃນວັນທີ 15 ກໍລະກົດ 2026, ຢູ່ທີ່ດ່ານສາກົນບໍ່ເຕນ ສປປ ລາວ - ບໍ່ຫານ ສປ ຈີນ, ໄດ້ມີພິທີມອບ-ຮັບ ຜູ້ຖືກຫາສັນຊາດຈີນ ທີ່ກະທຳຜິດກົດໝາຍ ຢູ່ ສປປ ລາວ ລະຫວ່າງ ກອງບັນຊາການ ປກສ ແຂວງບໍ່ແກ້ວ ສປປ ລາວ ແລະ...

ເກີດເຫດດິນເຈື່ອນທັບເຮືອນປະຊາຊົນ ເສຍຊີວິດ 3 ຄົນ ຢູ່ບ້ານທ່າບັກ ເມືອງຄຳເກີດ

ຕາມການລາຍງານຂອງກອງເລຂາຄະນະກຳມະການຄູມຄອງໄພພິບັດຂັ້ນແຂວງ ໃນຕອນເຊົ້າວັນທີ 16 ກໍລະກົດ 2026 ໄດ້ໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນມາເປັນເວລາຫຼາຍວັນ ໄດ້ເຮັດໃຫ້ດິນບໍ່ສາມາດຮັບປະລິມານນ້ຳຝົນນັ້ນໄດ້ ຈື່ງເປັນຕົ້ນເຫດພາໃຫ້ດິນເຊາະເຈື່ອນໃນເຂດທີ່ມີພູຜາສູງຊັນ ໂດຍສະສະເພາະເຂດພູໄຮຕາມເສັ້ນທາງ ເລກ 8 A ຊ່ວງໄລຍະພູໄຮ ເມືອງຄູນຄຳ ແຂວງຄຳມ່ວນ ຫາ ບ້ານໜອງກອກ, ເຂດບ້ານທ່າບັກ ຂອງເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ເສັ້ນທາງ 1...

ສະພາບອາກາດປະຈຳວັນທີ 17 ກໍລະກົດ 2026

ສະພາບອາກາດປະຈຳວັນທີ 17 ກໍລະກົດ 2026 ດັ່ງນີ້:

ອັບເດດສະພາບອາກາດຊ່ວງແລງຂອງວັນທີ 16 ກໍລະກົດ 2026 ເວລາ 18:00 ຫາ 07:00 ໂມງ

ອັບເດດສະພາບອາກາດຊ່ວງແລງຂອງວັນທີ 16 ກໍລະກົດ 2026 ເວລາ 18:00 ຫາ 07:00 ໂມງ ດັ່ງນີ້:

ສະຫະລັດອາເມລິກາ ກຳລັງພິຈາລະນາທີ່ຈະກຳນົດໃຫ້ຜູ້ສະໝັກຂໍໃບອະນຸຍາດພຳນັກຖາວອນ (ກຣີນກາດ) ຕ້ອງວາງເງິນມັດຈຳຈຳນວນ 100,000 ໂດລາສະຫະລັດ.

(ພາບ: ເທເລກຣາຟ) ຂໍ້ສະເໜີທີ່ຈະກຳນົດໃຫ້ຜູ້ສະໝັກກຣີນກາດ (Green Card) ຕ້ອງວາງເງິນມັດຈຳ 100,000 ໂດລາສະຫະລັດ ອາດຈະຖືກນຳໄປທົດລອງໃຊ້ໃນບາງປະເທດທີ່ເລືອກໄວ້ກ່ອນ. ຕາມຂໍ້ສະເໜີທີ່ກຳລັງຢູ່ໃນລະຫວ່າງການພັດທະນາໂດຍກະຊວງການຕ່າງປະເທດສະຫະລັດຯ, ຈຳນວນເງິນມັດຈຳອາດຈະແຕກຕ່າງກັນໄປ ຂຶ້ນຢູ່ກັບແຕ່ລະກໍລະນີ, ແຕ່ການຫາລືແມ່ນມຸ່ງເນັ້ນໄປທີ່ຕົວເລກ 100,000 ໂດລາ ສຳລັບຜູ້ທີ່ຍື່ນຂໍວີຊາຜູ້ອົບພະຍົບ. ຜູ້ອົບພະຍົບຄາດວ່າຈະໄດ້ຮັບເງິນຈຳນວນນີ້ຄືນ ຫຼັງຈາກໄດ້ຮັບສັນຊາດອາເມລິກາ, ຊຶ່ງກະບວນການນີ້ໃຊ້ເວລາຢ່າງໜ້ອຍຫ້າປີ. ເງິນຈຳນວນນີ້ແມ່ນໃຊ້ເປັນຫຼັກປະກັນໃນກໍລະນີທີ່ຜູ້ຖືບັດກຣີນກາດບໍ່ສາມາດລ້ຽງດູຕົນເອງໄດ້ ຫຼັງຈາກເດີນທາງມາຮອດສະຫະລັດອາເມລິກາ. ໂຄສົກກະຊວງການຕ່າງປະເທດສະຫະລັດຯ, ທອມມີ ພິກອດ (Tommy Pigott) ກ່າວວ່າ: ປະທານາທິບໍດີ...

ຈາກເຫດການໄຟໄຫມ້ ມີຫຼາຍພາກສ່ວນລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພອັກຄີໄພ ຢູ່ບ້ານເມືອງງາ ນະຄອນ ຫຼວງພະບາງ.

ເມື່ອເວລາ 11:45 ນາທີ ຂອງວັນທີ 15 ກໍລະກົດ 2026, ໄດ້ເກີດເຫດອັກຄີໄພ (ໄຟໄໝ້ເຮືອນ) ຂອງທ້າວ ສະຫວັນ ເພັດປັນຍາ ອາຍຸ 35 ປີ, ພະນັກງານ ລັດວິສາຫະກິດການບິນລາວ ສາຂາແຂວງຫຼວງພະບາງ ເຊິ່ງຕັ້ງຢູ່ບ້ານເມືອງງາ, ນະຄອນ ຫຼວງພະບາງ. ເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍ ປະເພດ ເຮືອນຢູ່...

ເຕືອນໃນວັນທີ 16 ກໍລະກົດ 2026 ເສັ້ນທາງເລກທີ 8A ເຂດພູໄຮ ເມືອງຄູນຄຳ ແຂວງຄຳມ່ວນມີຝົນຕົກໜັກຕິດຕໍ່ກັນຫຼາຍວັນເຮັດໃຫ້ຖະໜົນດັ່ງກ່າວເປ່ເພ ການສັນຈອນຖືກຕິດຄັດ.

ເຕືອນໃນວັນທີ 16 ກໍລະກົດ 2026 ເສັ້ນທາງເລກທີ 8A ເຂດພູໄຮ ເມືອງຄູນຄຳ ແຂວງຄຳມ່ວນມີຝົນຕົກໜັກຕິດຕໍ່ກັນຫຼາຍວັນເຮັດໃຫ້ຖະໜົນດັ່ງກ່າວເປ່ເພ ການສັນຈອນຖືກຕິດຄັດ. ທ່ານໃດທີ່ຈະເດີນທາງຜ່ານເສັ້ນທາງເລກທີ 8A ເຂດພູໄຮ ເມືອງຄູນຄຳ ແຂວງຄຳມ່ວນ ແມ່ນໃຫ້ເພື່ອເວລາໄວ້ ເນື່ອງຈາກໃນໄລຍະຜ່ານມາມີຝົນຕົກໜັກ ນ້ຳໄຫຼຊຸ ໃສ່ຖະໜົນ ຕິດຕໍ່ກັນຫຼາຍວັນ ເຮັດໃຫ້ຖະໜົນດັ່ງກ່າວເປ່ເພ ການສັນຈອນຖືກຕິດຄັດ. ປະຈຸບັນເສັ້ນທາງແຕກ ແລະ ມີດິນເຈື່ອນທັບທາງ ລົດບໍ່ສາມາດໄປມາໄດ້...

ຄະນະນຳແຂວງຄຳມ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນ 50 ລ້ານກີບ ໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ຕາແສງນາເສ ເມືອງທ່າແຂກ ໃນວັນທີ 15 ກໍລະກົດ 2026

ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ຄະນະນຳແຂວງຄຳມ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນ 50 ລ້ານກີບ ໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ຕາແສງນາເສ ເມືອງທ່າແຂກ ໃນວັນທີ 15 ກໍລະກົດ 2026 ຕາງໜ້າມອບໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄຳມ່ວນ ພ້ອມດ້ວຍປະທານຕາແສງນາເສ, ຄະນະກໍາມະການປົກຄອງເມືອງ, ອໍານາດການປົກຄອງບ້ານ...

ແຈ້ງປັບຂຶ້ນລົງລາຄານໍ້າມັນເຊື້ອໄຟ ເລີ່ມ 6:00 ໂມງ ວັນທີ 16 ກໍລະກົດ 2026 (ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ)

ສະ​ບັບ​ເລກ​ທີ 1321/ກ​ຄ​ພນ ລົງ​ວັນ​ທີ 15 ກໍລະກົດ 2026. ແຈ້ງປັບຂື້ນລາ​ຄາ​ນ້ຳ​ມັນ​ແອັດ​ຊັງ​ພິເສດ-ທຳ​ມະ​ດາ ແລະ ປັບຂຶ້ນ​ລາ​ຄາ​ນ້ຳ​ມັນ​ກາ​ຊວນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.ເລີ່ມ​ປະ​ຕິ​ບັດ ວັນ​ທີ 16 ກໍລະກົດ 2026 ເວ​ລາ 06:00 ໂມງ.​ ດັ່ງລຸ່ມນີ້:

Latest news

- Advertisement -spot_img