ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ SCO Plus ເປັນຄັ້ງທຳອິດ ໃນນາມ “ຄູ່ເຈລະຈາ” ຢ່າງເປັນທາງການ

Must read

ໃນວັນທີ 31 ສິງຫາ ຫາ 1 ກັນຍາ 2026 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus Meeting) ຢູ່ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ.

ການເຂົ້າຮ່ວມໃນຄັ້ງນີ້ຖືເປັນກ້າວໂດດເດັ່ນ ແລະ ເປັນເຫດການປະຫວັດສາດທາງດ້ານການຕ່າງປະເທດຂອງ ສປປ ລາວ ເພາະເປັນ ຄັ້ງທຳອິດ ທີ່ລາວເຮົາໄດ້ເຂົ້າຮ່ວມກອງປະຊຸມຢ່າງເປັນທາງການ ຫຼັງຈາກທີ່ໄດ້ຮັບສະຖານະເປັນ ປະເທດຄູ່ເຈລະຈາ (SCO Dialogue Partner).

ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງ ອົງການສະຫະປະຊາຊາດ ໃນຄວາມເປັນແກນກາງຂອງລະບຽບໂລກທີ່ຍຸຕິທໍາ” ໂດຍມີບັນດາຜູ້ນໍາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກຫຼາຍປະເທດເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກ SCO ທີ່ໃຫ້ຄວາມເຊື່ອໝັ້ນ ແລະ ຮັບເອົາ ສປປ ລາວ ເຂົ້າເປັນຄູ່ຮ່ວມເຈລະຈາ. ພ້ອມ ທັງໄດ້ຢືນຢັນເຖິງເຈດຕະນາລົມຂອງລາວ ໃນການສະໜັບສະໜູນຫຼັກການ Multilaterism (ການຮ່ວມມືຫຼາຍຝ່າຍ) ແລະ ການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ ພາຍໃຕ້ກົດບັດສະຫະປະຊາຊາດ.

ເພື່ອຜັນຂະຫຍາຍ “ນໍ້າໃຈຊຽງໄຮ້” (Shanghai Spirit) ໃຫ້ເປັນຮູບປະທຳ, ສປປ ລາວ ໄດ້ສະເໜີ 4 ຂົງເຂດທ່າແຮງສຳຄັນ ເພື່ອເສີມສ້າງຄວາມເຂັ້ມແຂງຮ່ວມກັນ:

– ກະສິກຳ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ

– ການຫັນເປັນດິຈິຕອນ (Digital Transformation)

– ການຂົນສົ່ງ ແລະ ການເຊື່ອມໂຍງ-ເຊື່ອມຈອດ ( focus ໃສ່ການເຊື່ອມອາຊຽນ ຫາ ຢູຣາເຊຍ)

– ການຮ່ວມມືດ້ານທະນາຄານ ແລະ ການເງິນ

ນອກຈາກການເຂົ້າຮ່ວມກອງປະຊຸມໃຫຍ່ແລ້ວ, ທ່ານ ປະທານປະເທດ ຍັງໄດ້ພົບປະຫາລືສອງຝ່າຍກັບຜູ້ນຳສຳຄັນ ໄດ້ແກ່:

ທ່ານ ຊາດືຊ ຊາປາຣົບ, ປະທານາທິບໍດີ ກຽກກິດສະຖານ

ທ່ານ ອາເລັກຊານເດີ ລູກາເຊັນໂກ, ປະທານາທິບໍດີ ເບລາຣຸດຊີ

ທ່ານ ນູຣລານ ເຢຍເມັກບາຢຽບ, ເລຂາທິການໃຫຍ່ອົງການ SCO

ການພົບປະດັ່ງກ່າວແມ່ນເພື່ອປຶກສາຫາລືກ່ຽວກັບທິດທາງການຮ່ວມມືສອງຝ່າຍ ແລະ ແຜນການຮ່ວມມືລະຫວ່າງ ສປປ ລາວ ກັບ ອົງການ SCO ໃນຕໍ່ໜ້າ.

ຮູ້ຈັກກັບ ອົງການ SCO ກໍ່ຕັ້ງໃນວັນ 15 ມິຖຸນາ 2001 (ສຳນັກງານໃຫຍ່ຢູ່ ນະຄອນຫຼວງປັກກິ່ງ, ສປ ຈີນ); ສະມາຊິກ 10 ປະເທດ: ຈີນ, ຣັດເຊຍ, ອິນເດຍ, ປາກິດສະຖານ, ອີຣານ, ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ, ອຸດສະເບກິດສະຖານ ແລະ ເບລາຣຸດຊີ.

ຄູ່ຮ່ວມມື: ມີ 2 ປະເທດສັງເກດການ (ອັຟການິດສະຖານ, ມົງໂກລີ) ແລະ 15 ປະເທດຄູ່ເຈລະຈາ (ລວມມີ ສປປ ລາວ, ກຳປູເຈຍ, ມຽນມາ, ຕວັກກີ, ຊາອຸດິອາຣາບີ, ເອຢິບ, UAE, ກາຕາ ບາເຣນ ມານດີວ ເນປານ ສີລັງກາ ອາແຊກໄບຊານ ອາກເມນີ ແລະ ກູເວດ).

ສປປ ລາວ ໄດ້ລິເລີ່ມສຶກສາການເຂົ້າຮ່ວມມາຕັ້ງແຕ່ປີ 2023, ເຊິ່ງຜ່ານມະຕິຮັບຮອງໃນເດືອນສິງຫາ 2025 ແລະ ໄດ້ລົງນາມ MOU ສະຖານະພາບຢ່າງເປັນທາງການ ເມື່ອວັນທີ 10 ກໍລະກົດ 2026 ທີ່ຜ່ານມານີ້ ໂດຍ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article