ເຫດການນ້ຳປ່າໄຫຼຫຼາກ ແລະ ຜືນນ້ຳກ້ອນພັງທະລາຍຢ່າງຮຸນແຮງບໍລິເວນຊາຍແດນເນປາລກັບເຂດທິເບດຂອງຈີນ ເມື່ອວັນທີ 26 ສິງຫາ ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດລວມກວ່າ 1,000 ຄົນ ແລະ ມີຜູ້ສູນຫາຍອີກກວ່າ 4,400 ຄົນ ຊຶ່ງໃນນັ້ນມີຊາວຕ່າງຊາດຈາກກວ່າ 30 ປະເທດລວມຢູ່ດ້ວຍ.

ປັດຈຸບັນ, ເຈົ້າໜ້າທີ່ກູ້ໄພກຳລັງເລັ່ງແຂ່ງກັບເວລາເພື່ອຄົ້ນຫາ ແລະ ຊ່ວຍເຫຼືອຄົນງານຈຳນວນຫຼາຍທີ່ຍັງຄົງຕິດຢູ່ພາຍໃນອຸໂມງໂຮງງານໄຟຟ້ານ້ຳຕົກຕາມແນວແມ່ນ້ຳຕຣີຊູລີ ແຕ່ປະສົບກັບອຸປະສັກຢ່າງໜັກເນື່ອງຈາກສະພາບພື້ນທີ່ຖືກປ່ຽນແປງໄປຈົນໝົດ. ຄວາມເສຍຫາຍຄັ້ງນີ້ຍັງເຮັດໃຫ້ລະບົບຮອງຮັບສົບເກີນຂີດຄວາມສາມາດ ຈົນຕ້ອງມີການເກັບຕົວຢ່າງ DNA ແລະ ນຳໄປຝັງຊົ່ວຄາວ, ຂະນະທີ່ປະຊາຊົນຈຳນວນຫຼາຍກາຍເປັນຄົນໄຮ້ບ້ານ ແລະ ຕ້ອງອາໄສຢູ່ໃນທີ່ພັກຊົ່ວຄາວທ່າມກາງຝົນທີ່ຍັງຄົງຕົກລົງມາຢ່າງຕໍ່ເນື່ອງ.
ທາງການເນປາລລະບຸວ່າຄ່າໃຊ້ຈ່າຍໃນການຟື້ນຟູປະເທດອາດສູງເຖິງຫຼາຍພັນລ້ານໂດລາສະຫະລັດ, ໃນຂະນະທີ່ຝັ່ງ ສປ ຈີນໄດ້ລະດົມກຳລັງກູ້ໄພກວ່າ 2,000 ຄົນ ເພື່ອກອບກູ້ສະຖານະການໃນເຂດທິເບດຢ່າງເຕັມທີ່ ເຖິງແມ່ນວ່າຈະຖືກກຸ່ມສິດທິມະນຸດຕັ້ງຄຳຖາມກ່ຽວກັບຄວາມໂປ່ງໃສດ້ານຂໍ້ມູນຕົວເລກຜູ້ເສຍຊີວິດກໍຕາມ.
ທີ່ມາ: AFP / BBC





