ລາຄານ້ຳມັນໂລກເພີ່ມຂຶ້ນຫຼາຍກວ່າ 2.7% ຫຼັງຈາກສະຫະລັດ ແລະ ອີຣານ ໄດ້ເປີດສາກໂຈມຕີຕອບໂຕ້ກັນຄັ້ງໃໝ່ໃນຮອບກວ່າ 1 ເດືອນ, ໃນຂະນະທີ່ ປະທານາທິບໍດີ ໂດນັລ ທຣຳ ຂູ່ວ່າຈะຕອບໂຕ້ການໂຈມຕີຂອງອີຣານຢ່າງຮຸນແຮງ.

ເມື່ອວັນຈັນ ທີ 31 ສິງຫາ 2026, ລາຄານ້ຳມັນດິບປິດປັບຕົວສູງຂຶ້ນຫຼາຍກວ່າ 2.5% ຫຼັງຈາກການເປີດສາກໂຈມຕີທາງທະຫານຮອບໃໝ່ລະຫວ່າງສະຫະລັດອາເມລິກາ ແລະ ອີຣານ ໄດ້ຈຸດຊະນວນຄວາມກັງວົນກ່ຽວກັບພາວະອຸປະທານນ້ຳມັນຕຶງຕົວທົ່ວໂລກອີກຄັ້ງ, ໃນຂະນະທີ່ຄວາມຂັດແຍ້ງຍືດເຍື້ອເຂົ້າສູ່ເດືອນທີ 6.
ສັນຍາຊື້ຂາຍລ່ວງໜ້ານ້ຳມັນດິບເບຣນທ໌ (Brent) ປິດຕະຫຼາດເພີ່ມຂຶ້ນ 2.39ໂດລາ ຫຼື 2.71% ຢູ່ທີ່ 90.49ໂດລາຕໍ່ບາເຣວ, ສ່ວນນ້ຳມັນດິບເວສຕ໌ເທັກຊັສ (WTI) ຂອງສະຫະລັດ ປິດເພີ່ມຂຶ້ນ 2.36ໂດລາ ຫຼື 2.83% ຢູ່ທີ່ 85.76ໂດລາ, ເຊິ່ງລະຫວ່າງວັນລາຄານ້ຳມັນດິບເບຣນທ໌ພຸ່ງຂຶ້ນໄປແຕະລະດັບສູງສຸດທີ່ 91.52ໂດລາ ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ວັນທີ 25 ສິງຫາ.
ປະທານາທິບໍດີ ໂດນັລ ທຣຳ ແຫ່ງສະຫະລັດ ປະກາດກ້າວວ່າ ຈະຕອບໂຕ້ອີຣານຢ່າງຮຸນແຮງ ຫຼັງຈາກອີຣານຍິງລູກສອນໄຟ (ຂີປານາວຸດ) ເຂົ້າໃສ່ຖານທັບຂອງສະຫະລັດ 2 ແຫ່ງໃນປະເທດຈໍແດນ ເພື່ອຕອບໂຕ້ທີ່ສະຫະລັດໂຈມຕີຖານຍິງບັ້ງໄຟຂອງອີຣານເທິງເກາະລາຣັກ (Larak Island) ເຮັດໃຫ້ມີຜູ້ເສຍຊີວິດ 2 ສົບ ແລະ ບາດເຈັບອີກຫຼາຍຄົນ.
ທັງນີ້, ສົງຄາມລະຫວ່າງສະຫະລັດກັບອີຣານໄດ້ດຳເນີນົ້ມາເປັນເວລາ 6 ເດືອນແລ້ວ ແລະ ທັງສອງຝ່າຍຍັງຄົງຢູ່ໃນພາວະຄຸມເຊີງກັນ, ໂດຍອີຣານຍັງຄົງປິດຊ່ອງແຄບຮໍມຸສ ເຊິ່ງເປັນເສັ້ນທາງຂົນສົ່ງນ້ຳມັນສຳຄັນຂອງໂລກ, ຂະນະທີ່ສະຫະລັດຍັງຄົງປິດລ້ອມທາງທະເລເພື່ອຕອບໂຕ້ອີຣານຢ່າງຕໍ່ເນື່ອງ.
ຂໍ້ມູນການເດີນເຮືອລະບຸວ່າ ຈຳນວນເຮືອສິນຄ້າທີ່ພົບເຫັນເຊິ່ງເດີນທາງຜ່ານຊ່ອງແຄບໃນຊ່ວງທ້າຍອາທິດ ຫຼຸດລົງເຫຼືອພຽງ 5 ລຳຕໍ່ວັນ.
“ນ້ຳມັນບາງສ່ວນຈາກອ່າວອາຣັບຍັງຄົງສັນຈອນຜ່ານຊ່ອງແຄບໄດ້ຢູ່ ເຊິ່ງຊ່ວຍຊະລໍການພຸ່ງຂຶ້ນຂອງລາຄາໄດ້ບາງສ່ວນ, ແຕ່ການປະທະທາງທະຫານໂດຍກົງຄັ້ງທຳອິດໃນຮອບເດືອນ ໄດ້ບັງຄັບໃຫ້ບັນດາພໍ່ຄ້າ (Traders) ຕ້ອງກັບມາຄຳນວນສ່ວນຕ່າງລາຄາຄວາມສ່ຽງດ້ານອຸປະທານໃນໄລຍະສັ້ນໃໝ່” ນັກວິເຄາະຈາກ Gelber & Associates ລະບຸໃນລາຍງານ. ປັດໄຈທີ່ອາດຈະຊ່ວຍບັນເທົາຄວາມກັງວົນດ້ານອຸປະທານຄື: ທຣຳກ່າວເມື່ອວັນອາທິດວ່າ ນ້ຳມັນທີ່ໄດ້ຈາກຂໍ້ຕົກລົງກັບເວເນຊູເອລາ ຈະຖືກນຳມາໃຊ້ເພື່ອເຕີມເຕັມຄັງນ້ຳມັນສຳຮອງທາງຍຸດທະສາດຂອງສະຫະລັດ ເຊິ່ງຫຼຸດລົງຈົນໃກ້ແຕະລະດັບຕ່ຳສຸດໃນຮອບ 44 ປີ.
ອົນຶ່ງ, ເມື່ອສັບປະດາຜ່ານມາ, ປະລິມານນ້ຳມັນດິບສຳຮອງທາງຍຸດທະສາດ (SPR) ຂອງສະຫະລັດ ຫຼຸດລົງປະມານ 3.1 ລ້ານບາເຣວ ເຫຼືອບໍລິມານ 286.6 ລ້ານບາເຣວ.
ແຫຼ່ງຂ່າວໃກ້ຊິດລະບຸວ່າ ບໍລິສັດຂອງສະຫະລັດ ເຊັ່ນ Chevron ແລະ GE Vernova ພ້ອມດ້ວຍ ONGC ຈາກອິນເດຍ, Eni ຈາກອິຕາລີ ແລະ GeoPark ຈາກໂຄລົມເບຍ ກຽມທີ່ຈະລົງນາມໃນຂໍ້ຕົກລົງຂັ້ນສຸດທ້າຍໃນເວເນຊູເອລາ ຫຼັງຈາກເຈລະຈາຄອບຄອງມາຫຼາຍເດືອນ ເພື່ອສະຫຼຸບໂຄງການພະລັງງານໃນຊາດອາເມລິກາໃຕ້ແຫ່ງນີ້.





