ຮ່ອງຄວາມກົດອາກາດຕໍ່າ (ຮ່ອງຝົນ) ພາດຜ່ານພາກກາງຂອງລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້. ສ່ງຜົນໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື່ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ, ແລະ ຝົນຕົກປານກາງຫາຕົກໜັກ ພ້ອມມີລົມຍຸແຮງຢູ່ບາງເມືອງໃນພາກກາງ ແລະ ພາກໃຕ້.
ພາກເໜືອ (ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ): ຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ, ເນື້ອທີ່ການປົກຫຸ້ມຂອງຝົນກວມເອົາ 10% – 40%.
ນະຄອນຫຼວງວຽງຈັນ ແລະ ພາກກາງ (ໄຊສົມບູນ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ): ຝົນຕົກຟ້າຮ້ອງ ຟ້າເຫຼື່ອມ, ເນື້ອທີ່ປົກຫຸ້ມຂອງຝົນກວມ 40% – 70%. ໂດຍສະເພາະ ມ. ໄກສອນ (ສະຫວັນນະເຂດ) ມີເນື້ອທີ່ປົກຫຸ້ມສູງສຸດ 70%.
ພາກໃຕ້ (ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື): ຝົນຕົກເປັນບໍລິເວນກວ້າງ, ເນື້ອທີ່ປົກຫຸ້ມຂອງຝົນກວມ 50% – 70%. ໂດຍສະເພາະ ມ. ສາລະວັນ, ມ. ລະມາມ, ມ. ກະລຶມ, ແລະ ມ. ປາກຊ່ອງ ມີເນື້ອທີ່ປົກຫຸ້ມສູງເຖິງ 60% – 70%.
ໃຫ້ເຝົ້າລະວັງສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ເຊິ່ງອາດເຮັດໃຫ້ເກີດ ນ້ຳຖ້ວນຊູ, ນ້ຳຖ້ວມອັ່ງໃນໂຕເມືອງ, ດິນເຈື່ອນ, ແລະ ນ້ຳຊ່ອຍ ໂດຍສະເພາະເຂດພູດອຍ ແລະ ພື້ນທີ່ໃກ້ຄຽງທາງພາກກາງ ແລະ ພາກໃຕ້.









