
ໜັງສືພິມຄວາມສະຫງົບ ລາຍງານວັນທີ 31 ສິງຫາ 2026 ວ່າ: ໃນທ້າຍອາທິດຜ່ານມາ ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ, ເວບພະນັນທາງອອນລາຍ ຢູ່ 2 ຈຸດຄື: ໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັ້ນ ກໍລໍລີ່ ຕັ້ງຢູ່ບ້ານຝາຍ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ, ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 139 ຄົນ, ຍິງ 54 ຄົນ ລວມມີ 4 ສັນຊາດ.

– ຈຸດທີ 1: ຢູ່ໂຮງແຮມ ແມ້ງໂກຮຟ ສາມາດກັກຕົວໄດ້ 114 ຄົນ, ຍິງ 50 ຄົນ, ມີ 4 ສັນຊາດ ຄື: ສັນຊາດ ໄທ ມີ 105 ຄົນ ຍິງ 48 ຄົນ, ສັນຊາດຈີນ 7 ຄົນ ຍິງ 1 ຄົນ, ສັນຊາດ ຈີນ-ໄຕ້ຫວັນ 1 ຄົນ ແລະ ສັນຊາດກຳປູເຈຍ 1 ຄົນ. ຢຶດເຄື່ອງຂອງກາງ ທີ່ນໍາໃຊ້ເຂົ້າໃນການທະທໍາຜິດ ມີຄອມພິວເຕີໂນດບຸກ 17 ໜ່ວຍ, ໂທລະສັບມືຖື 321 ໜ່ວຍ, ໄອແພັດ 11 ໜ່ວຍ, ແທັບເລັດ 10 ໜ່ວຍ, ຈໍແຊ ຄອມພິວເຕີ 2 ໜ່ວຍ, ຫົວນໍ້າຢາ ຢາສູບໄຟຟ້າ 24 ອັນ, ຢາສູບໄຟຟ້າ 5 ອັນ, ນໍ້າຢາປະສົມ ນໍ້າກະທ້ອມ 4 ແກ້ວ ແລະ ໃບກະທ້ອມ ບັນຈຸໃນຖົງອີກ 1 ຖົງ.

– ຈຸດທີ 2 : ຢູ່ພາດເມັ້ນ ກໍລໍລີ່ ສາມາດກັກຕົວໄດ້ 25 ຄົນ, ຍິງ 4 ຄົນ ລວມມີ 3 ສັນຊາດ ຄື: ສັນຊາດໄທ 12 ຄົນ ຍິງ 4 ຄົນ, ສັນຊາດຈີນ 7 ຄົນ ແລະ ສັນຊາດ ຈີນ-ໄຕ້ຫວັນ 6 ຄົນ; ຢຶດເຄື່ອງຂອງກາງ ໄດ້ມີຄອມພິວເຕີຕັ້ງໂຕະ 8 ໜ່ວຍ, ຄອມພິວເຕີໂນດບຸກ 9 ໜ່ວຍ, ໂທລະສັບມືຖື 119 ໜ່ວຍ, ໄອແພັດ 3 ໜ່ວຍ, ເມັດຂາວຄ້າຍຄື ສານເສບຕິດ 2 ຖົງນ້ອຍ (ຍັງບໍ່ທັນພິສູດ ແລະ ສັ່ງນໍ້າໜັກ), ກັບໄຟ 39 ແກັດ.

ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນຜູ້ຖືກຫາ ເພື່ອຂະຫຍາຍຜົນຊອກຫາຫົວໂປ່ໂຕການ ແລະ ພັກພວກກຸ່ມແກ້ງມາດໍາເນີນຄະດີຕາມລະບຽບກົດໝາຍ.
ຂ່າວ: ຄວາມສະຫົງບ





