ພົບສົບໜຸ່ມ ສປປ ລາວ ອາຍຸ 32 ປີ ຖືກລິຟໃນໂຮງແຮມຮ້າງເມືອງພັດທະຍາຫຼົ່ນທັບເສຍຊີວິດຢ່າງສະຍອງ ຂະນະທີ່ກູ້ໄພໃຊ້ເວລາກວ່າ 2 ຊົ່ວໂມງໃນການຊ່ວຍ ສ່ວນໝູ່ຜູ້ຕາຍຫາຍຕົວປິດສະໜາ ຕຳຫຼວດຮີບສອບສວນຫາສາເຫດທີ່ແທ້ຈິງ
ເວລາ 11.30 ນ. ວັນທີ 9 ມິ.ຖ. 69 ຮອງສາລະວັດ ອິດທິກອນ ສາຍກະໂທກ ຫົວໜ້າສືບສວນ ສະຖານີຕຳຫຼວດເມືອງພັດທະຍາ ໄດ້ຮັບແຈ້ງວ່າມີຄົນຖືກລິຟຫຼົ່ນທັບ ເສຍຊີວິດຄາທີ່ ພາຍໃນໂຮງແຮມຮ້າງ ກາງຊອຍເພນຽດຊ້າງ (ຊອຍຢູເມະ) ໝູ່ 9 ຕຳບົນຫນອງປຣື ອຳເພີບາງລາມຸງ ຈັງຫວັດຊົນບຸລີ ຫຼັງຈາກຮັບແຈ້ງຈຶ່ງລົງພື້ນທີ່ຕິດຕາມ ພ້ອມທັງຕຳຫຼວດດ້ານພິສູດຫຼັກຖານ ແລະ ໜ່ວຍກູ້ໄພມູນນິທິສ່ວ່າງບໍລິບູນ ເມືອງພັດທະຍາ

ສະຖານທີ່ເກີດເຫດເປັນໂຮງແຮມຮ້າງຂະໜາດໃຫຍ່ ເດີມເຄີຍເປັນໂຮງແຮມຫຼູ 4 ດາວ ມີຫ້ອງພັກກວ່າ 300 ຫ້ອງ ແຕ່ປິດຕົວລົງໃນຊ່ວງການລະບາດຂອງໂຄວິດ ຈາກການຕວດສອບໃນໂຊນດ້ານຂວາ ສູງ 5 ຊັ້ນ ບໍລິເວນຊ່ອງລິຟ ພົບຕົວລິຟຮ່ວງລົງມາຢູ່ຊັ້ນ 1 ໃຕ້ຕົວລິຟພົບຮ່າງຜູ້ເສຍຊີວິດ ໂດຍມີສ່ວນຂໍ້ມືຂວາໂຜ່ໂຫຍ (ລັກສະນະຊູນິ້ວ 1 ນິ້ວ) ແລະ ຍັງພົບສ່ວນຫົວຈົ່ມຢູ່ໃຕ້ນ້ຳທ່ວມຂັງຢູ່ໃຕ້ຖານຊ່ອງລິຟ ສ່ວນລຳຄໍຈົນເຖິງຂາຖືກຕົວລິຟທັບທັງຮ່າງ ຈົນເສຍຊີວິດຄາທີ່ ນອກຈາກນີ້ ທີ່ປາກປະຕູລິຟຊັ້ນ 1 ພົບກະເປົ໋າ ແລ່ນສີດຳ ພາຍໃນພົບເອກະສານລະບຸຊື່ ນາຍ ຄັນທະວິສັກ (ຂໍສະຫງວນນາມສະກຸນ) ອາຍຸ 32 ປີ ຊາວ ສປປ ລາວ ຕຳຫຼວດຈຶ່ງເກັບໄວ້ເປັນຫຼັກຖານ
ການກູ້ຮ່າງຂອງຜູ້ເສຍຊີວິດເປັນໄປຢ່າງຍາກລຳບາກ ທີມກູ້ໄພຕ້ອງນຳລໍ້ຊັກໂຍກຂອງໜັກມາຕິດຕັ້ງກັບຕົວລິຟ ທີ່ມີນ້ຳໜັກບໍ່ຕ່ຳກວ່າ 500 ກິໂລກຣາມ ກ່ອນດຶງຕົວລິຟໃຫ້ລອຍຂຶ້ນ ແລ້ວຄ້ອງຮ່າງຜູ້ຕາຍດຶງຂຶ້ນ ໃຊ້ເວລາກວ່າ 2 ຊົ່ວໂມງ ຈາກການກວດສອບສົບ ພົບວ່າຖືກຂອບລິຟຫນີບທີ່ຄໍ ຈົນຄໍຫັກ ເປັນບາດແຜກວ້າງ

ທີມກູ້ໄພໃນທີ່ເກີດເຫດ ເປີດເຜີຍວ່າ ໃນເບື້ອງຕົ້ນ ມີຜູ້ໂທລະສັບໄປແຈ້ງສູນວິທະຍຸໜ່ວຍກູ້ໄພ ວ່າມີລິຟຫຼົ່ນທັບຄົນໃນໂຮງແຮມຮ້າງ ແຕ່ຫຼັງຈາກສົ່ງກຳລັງໄປຕວດ ໂທຫາຄືນ ຜູ້ແຈ້ງກັບບໍ່ຮັບໂທລະສັບ ພໍໄປຮອດທີ່ເກີດເຫດກໍ່ບໍ່ພົບໃຜ ຈົນກວ່ານຳທາງສຳຫຼວດຊ່ອງລິຟຈຶ່ງພົບສົບຢູ່ໃຕ້ລິຟ ຂະນະທີ່ຊາວບ້ານຢືນຢັນວ່າ ຜູ້ຕາຍພັກຢູ່ຮ່ວມກັບໝູ່ອີກ 1 ຄົນ ລັກສະນະຜິວດຳ ຜົມສັ້ນ ເຊິ່ງເມື່ອເຈົ້າໜ້າທີ່ລົງໄປຕວດ ກັບບໍ່ພົບໝູ່ຂອງຜູ້ຕາຍ ໄດ້ຫາຍຕົວໄປຢ່າງປິດສະໜາ
ດ້ານຄົນດູແລໂຮງແຮມດັ່ງກ່າວ ໃຫ້ຂໍ້ມູນວ່າ ໂຮງແຮມຖືກປິດຕັ້ງແຕ່ຊ່ວງໂຄວິດ ແລະ ຖືກປ່ອຍຮ້າງຫຼາຍປີ ທີ່ຜ່ານມາຊອບມີກຸ່ມຄົນທ່ອງທ່ຽວ ແລະ ຄົນບໍ່ມີທີ່ຢູ່ອາໄສ ລັກລອບເຂົ້າມາຢູ່ອາໄສ ແລະ ຍັງລັກຮື້ຂອງໄປຂາຍຈົນໝົດ ຕົນເອງພະຍາຍາມແຈ້ງທາງເມືອງພັດທະຍາໃຫ້ມາຈັດການຫຼາຍຄັ້ງ ສ່ວນຕົວລິຟທີ່ເກີດເຫດ ຍັງບໍ່ມີການຮື້ຖອນອອກ ຈົນມາເກີດເຫດຫຼົ່ນທັບຄົນເສຍຊີວິດດັ່ງກ່າວ

ເບື້ອງຕົ້ນ ພະນັກງານສອບສວນ ແລະ ຕຳຫຼວດດ້ານພິສູດຫຼັກຖານ ໄດ້ຮ່ວມກັນລົງຕວດສອບໃນທີ່ເກີດເຫດຢ່າງລະອຽດ ໂດຍຍັງບໍ່ສາມາດສະຫຼຸບສາເຫດໄດ້ ອຍູ່ລະຫວ່າງການຕວດສອບ ແຕ່ສັນນິຖານວ່າ ຄົນຕາຍລົງໄປອາບນ້ຳໃຕ້ຖານລິຟ ທີ່ມີນ້ຳທ່ວມຂັງ ໂດຍຜູ້ຕາຍອາດໄປສຳຜັດກັບຕົວລິຟຈົນເກີດການສັ່ນສະເທືອນ ປະກອບກັບລິຟທີ່ຢູ່ໃນສະພາບເກົ່າຫຼາຍ ຈຶ່ງຮ່ວງຫຼົ່ນລົງໃສ່ຜູ້ຕາຍ ທັງນີ້ ຕຳຫຼວດຈະຮີບດຳເນີນການສືບສວນ ແລະ ຕິດຕາມໝູ່ຂອງຜູ້ຕາຍເພື່ອໄຂຄຳຕອບສາເຫດຕໍ່ໄປ.
ຂ່່າວຈາກ: siamrath





