
10 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ ປະທານປະເທດ ສປປລ ລາວ ໄດ້ເດີນທາງມາເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຈໍາປາສັກ, ໃຫ້ກຽດຕ້ອນຢູ່ສະໜາມບິນ ່ກົນປາກເຊ ມີສະຫາຍ ປອ.ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະຫາຍປອ.ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ, ສະຫາຍປະທານຄະນະກໍາມະການປົກຄອງແຂວງ, ມີຄະນະປະຈຳພັກແຂວງ ເຂົ້າຮ່ວມຕ້ອນຮັບ.

ໂອກາດນີ້, ສະຫາຍ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ ກໍໄດ້ຮ່ວມປູກຕົ້ນໄມ້ ຢູ່ສະໜາມແດງ ບ້ານໂພນກຸງ ນະຄອນປາກເຊ ເພື່ອເປັນການປຸກລະດົມຂົນຂວາຍໃຫ້ທົ່ວປວງຊົນ ເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້, ສິ່ງແວດລ້ອມທໍາມະຊາດ ໃຫ້ມີຄວາມອຸດົມສົມບູນ, ຕາມທິດສີຂຽວ ແລະ ຍືນຍົງ ທັງເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນ ແລະ ເຍົາວະຊົນຂອງຊາດ ໃຫ້ມີສະຕິຕື່ນຕົວຮັກ, ຫວງແຫນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ເພາະວ່າ ປ່າໄມ້ ມີຄວາມສໍາຄັນທີ່ສຸດໃນການປົກປັກຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນ ໃຫ້ມີຄວາມອຸດົມສົມບູນ, ປ້ອງກັນການປ່ຽນແປງດິນຟ້າອາກາດ ເຊິ່ງບົດບາດນີ້ ມະນຸດເຮົາບໍ່ສາມາດຈະເຮັດແທນໄດ້. ພ້ອມນີ້, ກໍໄດ້ມອບຂອງຂວັນໃຫ້ແກ່ນ້ອງນ້ອຍນັກຮຽນ ຕື່ມອີກ.



ຂ່າວ-ພາບ: ທູນທອງໃຈ





