ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ມ້າງແກ້ງສະແກມເມີ ໄດ້ອີກ 94 ຄົນ ມີ 7 ສັນຊາດ ຢູ່ເຮືອນພັກ ແລະ ຫ້ອງແຖວ ນະຄອນໄກສອນ

Must read

ໃນວັນທີ 10 ມີຖຸນາ 2026, ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສົມທົບກັບ ໄອຍະການປະຊາຊົນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກວດຄົ້ນເຄຫະສະຖານຢູ່ສອງຈຸດຄື: ເຮືອນພັກກິ່ງທອງ ຢູ່ບ້ານໂພນສະຫວ່າງໃຕ້ ແລະ ຫ້ອງແຖວ ຢູ່ບ້ານນາເລົ່າ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ພາຍຫຼັງໄດ້ຮັບຂໍ້ມູນວ່າ ຢູ່ຈຸດດັ່ງກ່າວມີຂໍ້ສົງໃສວ່າມີການເຄືອນໄຫວກໍ່ອາຊະຍາກຳ ທາງດ້ານລະບົບຄອມພິວເຕີ.

ຜ່ານການກວດຄົ້ນ, ເຈົ້າໜ້າທີ່ກວດພົບ ແລະ ໄດ້ກັກຕົວຜູ້ຖືກຫາທີ່ພົວພັນການສໍ້ໂກງຊັບທາງໂທລະຄົມ ( ສະແກມເມີ ) ຈຳນວນ 94 ຄົນ ຍິງ 4 ຄົນ, ໃນນີ້ມີ 7 ສັນຊາດຄື: ສັນຊາດຈີນ 72 ຄົນ ຍິງ 2 ຄົນ, ອິນໂດເນເຊຍ 11 ຄົນ ຍິງ 1 ຄົນ, ມຽນມາ 3 ຄົນ, ໄຕ້ຫວັນ 4 ຄົນ, ເອທິໂອເປຍ 2 ຄົນ, ກໍາປູເຈຍ 1 ຄົນ ຍິງ 1 ຄົນ ແລະ ສັນຊາດລາວ 2 ຄົນ, ພ້ອມດ້ວຍເຄື່ອງຂອງກາງປະເພດຄອມພິວເຕີ,ໂທລະຊັບມືຖື ຈຳນວນຫຼາຍລາຍການ.

ປັດຈຸບັນຄະດີດັ່ງກ່າວແມ່ນຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕາມລະບຽບກົດໝາຍແຫ່ງ ສປປ ລາວ.

ພາບ-ຂ່າວ: ປກສ ແຂວງສະຫວັນນະເຂດ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article