ປກສ ແຂວງສະຫວັນນະເຂດ ຈັບຕົວແກ້ງຄໍເຊັນເຕີໄດ້ຕື່ມ 141 ຄົນ ມີ 4 ສັນຊາດ

Must read

ວັນທີ 15 ພຶດສະພາ 2026 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ນຳສົ່ງ ຜູ້ຖືກຫາ (ແກ້ງຄໍເຊັນເຕີ), ຈຳນວນ 141 ຄົນ, ຍິງ 46 ຄົນ. ມີ 4 ສັນຊາດຄື:

– ສັນຊາດໄທ 100 ຄົນ, ຍິງ 42 ຄົນ

– ສັນຊາດ ຈີນ 26 ຄົນ, ຍິງ 1 ຄົນ

– ສັນຊາດກຳປູເຈຍ 13 ຄົນ, ຍິງ 2 ຄົນ

– ສັນຊາດມຽນມາ 2 ຄົນ, ຍິງ 1 ຄົນ

ພ້ອມເຄື່ອງຂອງກາງ ຄອບພິວເຕີ ຕັ້ງໂຕະ 122 ໜ່ວຍ, ໂນດບຸກ 9 ໜ່ວຍ, ຈໍຄອມ 9 ຈໍ, ສະໝອງຄອມ 2 ໜ່ວຍ ແລະ ໂທລະສັບມືຖື 720 ໜ່ວຍ, ເພື່ອມອບໃຫ້ກົມຕຳຫລວດຄຸ້ມຄອງຄົນຕ່າງປະເທດ ກະຊວງປ້ອງກັນຄວາມສະຫງົບ ເພື່ອນຳຕົວພວກກ່ຽວໄປດຳເນີນຄະດີຕາມລະບຽບກົດໜາຍແຫ່ງ ສປປ ລາວ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article