ກອງທັບຣັດເຊຍ ເດີນທາງເຝິກອົບຮົມຕີພິເສດ “ໃຕ້ຝຸ່ນ” ແລະ ຊ້ອມຮົບຮ່ວມ “ລາໂຣສ” ປະຈຳປີ 2026 ກັບກອງທັບປະຊາຊົນລາວ

Must read

ວັນທີ 16 ພຶດສະພາ 2026 ຄະນະກຳລັງພົນກອງທັບສະຫະພັນຣັດເຊຍ ນໍາໂດຍ ພັນເອກ ອີວານ ຕາຣາເຢັບ ໄດ້ເດີນທາງມາເຖິງ ສປປ ລາວ ຢ່າງເປັນທາງການ ເພື່ອເຂົ້າຮ່ວມການເຝິກອົບຮົມ ຕີພິເສດ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ປະຈຳປີ 2026, ໂດຍມີ ພົນຈັດຕະວາ ບຸນຕຽນ ໄຊຍຳວົງທັນ ຫົວໜ້າ ກົມ 49 ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.

ການເດີນທາງມາເຂົ້າຮ່ວມເຝິກອົບຮົມຕີພິເສດ “ໃຕ້ຝຸ່ນ” ແລະ ຊ້ອມຮົບຮ່ວມ “ລາໂຣສ” ປະຈຳປີ 2026 ໃນຄັ້ງນີ້ ແມ່ນບາດກ້າວອັນສຳຄັນໃນການແລກປ່ຽນ ບົດຮຽນ, ຍຸດທະວິທີ ແລະ ເຕັກໂນໂລຊີການທະຫານທີ່ທັນສະໄໝ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດ, ສິລະປະຍຸດ, ຍຸດທະວິທີ ໃນການປະຕິບັດງານຮ່ວມກັນຢູ່ສະໜາມຕົວຈິງໃຫ້ມີຄວາມຊຳນິຊຳນານ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆ ໃນຮູບແບບໃໝ່ໆ ໄດ້ຢ່າງມີປະສິດທິຜົນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article