ສະຫະລັດ ບັງຄັບໃຊ້ມາດຕະການລົງໂທດຕໍ່ປະທານາທິບໍດີຄິວບາ ແລະ ຄອບຄົວ ຄາສໂຕຣ ເພື່ອກົດດັນລັດຖະບານຄອມມູນິດ.

Must read

ກະຊວງການຄັງສະຫະລັດປະກາດມາດຕະການຄວ່ຳບາດຄັ້ງໃໝ່ ພຸ່ງເປົ້າໃສ່ປະທານາທິບໍດີ ມິເກລ ດີອາດ-ການແນລ ແຫ່ງຄິວບາ ພ້ອມດ້ວຍຍາດຕິພີ່ນ້ອງ ແລະ ສະມາຊິກຕະກຸນ “ຄາສໂຕຣ” ຫວັງເພີ່ມແຮງກົດດັນຕໍ່ລັດຖະບານຄອມມິວນິດ ຂະນະທີ່ຜູ້ນຳຄິວບາ ແລະ ລັດຖະມົນຕີຕ່າງປະເທດອອກມາກ່າວໂທດທັນທີວ່າເປັນພຶດຕິກຳແຊກແຊງທີ່ໜ້າລັງກຽດ.

ລັດຖະບານສະຫະລັດໄດ້ປະກາດມາດຕະການຄວ່ຳບາດຄັ້ງໃໝ່ ໂດຍມຸ້ງເປົ້າໄປທີ່ ທ່ານ ມິເກລ ດີອາດ-ການແນລ ປະທານາທິບໍດີຄິວບາ ອາຍຸ 66 ປີ ລວມທັງ ທ່ານນາງ ລິດ ກູເອດສະຕາ ເປຣາດຊາ ພັນລະຍາ ແລະ ລູກລ້ຽງ ນອກຈາກນີ້ ມາດຕະການດັ່ງກ່າວຍັງຄອບຄຸມບຸກຄົນອີກ 4 ຄົນ ແລະ ອົງກອນອີກ 5 ແຫ່ງ ຊຶ່ງລວມທັງລູກຊາຍ ແລະ ຫຼານຊາຍຂອງ ທ່ານ ຣາອູລ ກາດສະໂຕ ອະດີດປະທານາທິບໍດີຄິວບາ ຜູ້ທີ່ຍັງມີອິດທິພົນທາງການເມືອງຢູ່ເບື້ອງຫຼັງ ລວມທັງກະຊວງກອງທັບ ກ້ອງປະຕິວັດ ຄິວບາ ດ້ວຍ.

ຄວາມເຄື່ອນໄຫວຄັ້ງນີ້ຖືເປັນມາດຕະການລ່າສຸດຂອງສະຫະລັດໃນການຍົກລະດັບການກົດດັນຜູ້ນຳຄອມມິວນິດຄິວບາ ຫຼັງຈາກເດືອນທີ່ຜ່ານມາ ສະຫະລັດໄດ້ປະກາດຄວ່ຳບາດເຈົ້າໜ້າທີ່ຄິວບາໄປ 11 ຄົນ ຊຶ່ງລວມທັງລັດຖະມົນຕີວ່າການກະຊວງການສື່ສານ ຜູ້ນຳທາງທະຫານ ແລະ ໜ່ວຍຂ່າວກອງຫຼັກ ຍິ່ງໄປກວ່ານັ້ນ ສະຫະລັດຍັງໄດ້ຍື່ນຟ້ອງດຳເນີນຄະດີຄາດຕະກຳຕໍ່ ທ່ານ ຣາອູລ ກາດສະໂຕ ຈາກກໍລະນີທີ່ເຄື່ອງບິນລົບຂອງຄິວບາຍິງເຮືອບິນຂອງກຸ່ມຜູ້ລີ້ໄພຄິວບາຕົກໃນປີ 1996.

ປະທານາທິບໍດີ ດໍໂນລ ທຣຳ ຜູ້ນຳສະຫະລັດ ແຖລງຕໍ່ສື່ມວນຊົນທີ່ທຳເນຍບຂາວ ໂດຍລະບຸວ່າຕ້ອງການເຫັນຄິວບາເປັນປະເທດທີ່ບໍລິຫານໄດ້ດີ ແລະ ສາມາດລ້ຽງດູປະຊາກອນຂອງຕົນໄດ້ “ແຕ່ດຽວນີ້ປະເທດນັ້ນກຳລັງອຶດຫິວ ພວກເຂົາບໍ່ມີພະລັງງານ ບໍ່ມີນ້ຳມັນ ບໍ່ມີເງິນ ບໍ່ມີຫຍັງເລີຍ ທັງທີ່ຄິວບາມີດິນທີ່ສວຍງາມ ແລະ ສາມາດສ້າງເປັນລີສອດທີ່ສວຍງາມໄດ້.”

ນອກຈາກນີ້ ທຣຳ ຍັງສົ່ງສັນຍານວ່າ ຄິວບາອາດເປັນລະບອບຕໍ່ໄປທີ່ຈະລົ້ມ ຕາມຮອຍການໂຄ່ນລົ້ມຂອງ ທ່ານ ນິໂກລາດ ມາດູໂຣ ຜູ້ນຳສັງຄົມນິຍົມຂອງເວເນຊຸເອລາໃນເດືອນມັງກອນ ໂດຍລະບຸວ່າ “ພວກເຮົາຈະຈັດການກັບສາທາລະນະລັດອິດສະລາມແຫ່ງອີຣ່ານກ່ອນ ແລະ ທັນທີທີ່ພາລະກິດນັ້ນສຳເລັດ ໃນຂາກັບພວກເຮົາຈະແວ່ໂດຍສັ້ນໆທີ່ນັ້ນ (ຄິວບາ).” ຢ່າງໃດກໍ່ຕາມ ທຣຳ ປະຕິເສດວ່າມາດຕະການຄວ່ຳບາດລ່າສຸດນີ້ ບໍ່ໄດ້ມີຈຸດປະສົງເພື່ອໄລ່ໃຫ້ຄິວບາລົ້ມໄວຂຶ້ນ.

ດ້ານປະທານາທິບໍດີ ມິເກລ ດີອາດ-ການແນລ ໄດ້ໂພດຂໍ້ຄວາມຜ່ານແພລດຟອມ X ໂຈມຕີ ທຣຳ ວ່າພະຍາຍາມ “ຍົກລະດັບການປິດລ້ອມ ແລະ ສ້າງສະຖານະການຄວາມຂັດແຍ່ງລະຫວ່າງຄິວບາກັບສະຫະລັດ” ພ້ອມປະກາດວ່າຄິວບາຈະຢືນຫຍັດຕໍ່ສູ້ກັບການຮຸກຮານ ແລະ ຄວາມຊົ່ວຮ້າຍຂອງລັດຖະບານຢ່ານກີ (ສະຫະລັດ) ແລະ ການຈູ່ໂຈມຂອງພວກຈັກກະຫວັດ.

ຂະນະທີ່ ທ່ານ ບຣູໂນ ໂຣດຣີເກດ ລັດຖະມົນຕີວ່າການກະຊວງການຕ່າງປະເທດຄິວບາ ອອກມາກ່າວໂທດມາດຕະການຄວ່ຳບາດນີ້ວ່າ “ໜ້າລັງກຽດ” ແລະ ເປັນຕົວຢ່າງລ່າສຸດຂອງການແຊກແຊງຈາກສະຫະລັດ ໂດຍເນັ້ນຍ້ຳວ່າ “ທຸກການກະທຳຂອງສະຫະລັດທີ່ມຸ້ງສ້າງສະຖານະການຄວາມຂັດແຍ່ງລະຫວ່າງສອງປະເທດ ຖືກກຳນົດໄວ້ແລ້ວວ່າຕ້ອງລົ້ມເຫລວ” ແລະ ປະຊາຊົນຄິວບາຈະຕອບໂຕ້ດ້ວຍຄວາມສາມັກຄີ ແລະ ຄວາມມຸ້ງໝັ້ນທີ່ຍິ່ງໃຫຍ່ຂຶ້ນ.

ມາດຕະການຄວ່ຳບາດ ແລະ ການສັ່ງຫ້າມຂົນສົ່ງນ້ຳມັນຂອງສະຫະລັດທີ່ບັງຄັບໃຊ້ມາຕັ້ງແຕ່ຕົ້ນປີ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ລະບົບສາທາລະນູປະໂພກຂອງຄິວບາ ເຮັດໃຫ້ປະເທດຂາດແຄນນ້ຳມັນດີເຊລສຳລັບໃຊ້ໃນເຄື່ອງປັ່ນໄຟ ສົ່ງຜົນໃຫ້ເກີດໄຟດັບຍາວນານເຖິງ 22 ຊົ່ວໂມງຕໍ່ວັນ ແລະ ລະບົບນ້ຳປະປາຢຸດຊະງັກ.

ໃນປັດຈຸບັນ ວິກິດການນີ້ເຮັດໃຫ້ການຄົມມະນາຄົມຂົນສົ່ງໃນຄິວບາກາຍເປັນອຳມະພາດ ອາຫານ ແລະ ຢາຮັກສາໂລກຂາດແຄນຢ່າງໜັກ ຈົນຕ້ອງພຶ່ງພາຄວາມຊ່ວຍເຫຼືອຈາກເມັກຊິໂກ ແລະ ຈີນ ຍິ່ງໄປກວ່ານັ້ນ ພື້ນທີ່ທາງທິດຕາເວັນອອກຂອງເກາະຍັງຄົງຢູ່ໃນໄລຍະຟື້ນຟູຄວາມເສຍຫາຍຈາກພາຍຸ ເຮີຣີເຄນ “ເມລິດຊາ” ທີ່ພັດຖ້ວມໃນເດືອນຕຸລາປີທີ່ຜ່ານມາ.

ຜູ້ຕາງໜ້າອົງການສະຫະປະຊາຊາດປະຈຳຄິວບາ ໄດ້ອອກມາເຕືອນວ່າ ວິກິດການທາງມະນຸດສະທຳທີ່ເກີດຂຶ້ນ ໄຂ່ດ້ວຍການເຂົ້າສູ່ລະດູພາຍຸ ເຮີຣີເຄນ ໃນເຂດຄາຣິບຽນ ກຳລັງກາຍເປັນ “ສ່ວນຜະສົມທີ່ອັນຕະລາຍ ແລະ ພ້ອມຈະລະເບີດໄດ້ທຸກເວລາ.”

ທີ່ມາ: Reuters

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article