CATEGORY

ຂ່າວພາຍໃນ

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ, ການພະນັນ ຢູ່ຈຸດໂຮງແຮມໂກນຟຸກ, ເຂດເສດຖະກິດພິເສດລອງແທງ ບ້ານດົງໂພສີ ແລະ ໂຮງແຮມປານີ ບ້ານ ດົງຄໍາຊ້າງ ທັງສອງຈຸດຂຶ້ນກັບເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ຜ່ານການປະຕິບັດໜ້າທີ່ຕົວຈິງ...

ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ມູນຄ່າ 70,000 ໂດລາໃຫ້ໂຮງໝໍເມືອງໂຂງ

ໃນວັນທີ 27 ສິງຫາ 2026 ທີ່ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70.000 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ. ໃຫ້ກຽດມອບເຄື່ອງໃນຄັ້ງນີ້ໂດຍ ທ່ານ ດຣ....

ປະທານປະເທດ ກຽມເດີນທາງ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມທີ່ສາທາລະນະລັດກາຊັກສະຖານ ໃນວັນທີ 31 ສິງຫາ – 4 ກັນຍາ 2026

ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ ໃນວັນທີ 31 ສິງຫາ ຫາ 01 ກັນຍາ 2026 ທີ່ ບິສເກັກ, ກຽກກິດສະຖານ. ຫຼັງຈາກນັ້ນ, ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພະນະທ່ານ...

ແຈ້ງເຕືອນເຝົ້າລະວັງນໍ້າຖ້ວມຊຸ ແລະ ດິນເຈື່ອນ ໃນລະຫວ່າງ ວັນທີ 27-28 ສິງຫາ 2026

ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນເຂດພື້ນທີ່ສ່ຽງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ ແລະ ດິນເຈື່ອນ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ...

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງຕິດຕາມ-ກວດກາ ມ້າງກຸ່ມແກ້ງສະແກມເມີ ຢູ່ບ້ານຫລັກຫີນ ແລະ ບ້ານຫ້ວຍຫ້ອມ ເມືອງສີໂຄຕະບອງ

ວັນທີ 26 ສິງຫາ 2026, ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ ລົງເຄື່ອນໄຫວຕິດຕາມ-ກວດກາ ແລະ ຊີ້ນຳການປະຕິບັດໜ້າທີ່ວຽກງານຂອງເຈົ້າໜ້າທີ່ຄະນະສະເພາະກິດແກ້ໄຂອາຊະຍາກຳທາງອິນເຕີເນັດ, ການພະນັນອອນລາຍ ຂັ້ນກະຊວງ ປກສ ທີ່ໄດ້ລົງມ້າງກຸ່ມແກ້ງກໍ່ອາຊະຍາກຳດັ່ງກ່າວຢູ່ 2 ຈຸດເປົ້າໝາຍຄື: ຈຸດ ບ້ານຫລັກຫີນ ແລະ ຈຸດ ບ້ານຫ້ວຍຫ້ອມ...

ແຈ້ງການດ່ວນ! ເມືອງຫົງສາຫ້າມຂ້າ, ຊື້-ຂາຍ ແລະ ພໍລິໂພກຊີ້ນໝູ ຊົ່ວຄາວ ຫລັງພົບການລະບາດພະຍາດອະຫິວາໝູອາຟຣິກກາ ຢູ່ 5 ເມືອງໃນແຂວງໄຊຍະບູລີ

ວັນທີ 27 ສິງຫາ 2026 ຫ້ອງວ່າການເມືອງຫົງສາ ອອກແຈ້ງການດ່ວນ ໂຈະການຂ້າ, ຊື້-ຂາຍ ແລະ ນໍາເຂົ້າໝູ, ສິ້ນສ່ວນໝູ ຊົ່ວຄາວ. ໃນໄລຍະນັບແຕ່ເດືອນ ມິຖຸນາ ມາຮອດປະຈຸບັນໄດ້ເກີດການລະບາດຂອງພະຍາດອະຫິວາໝູອາຟຣິກກາ ແລະ ໄດ້ແຜ່ລາມໄປ 21 ບ້ານ ຂອງ 5 ເມືອງຄື: ເມືອງໄຊຍະບູລີ, ເມືອງທົ່ງມີໄຊ,...

ລັດຖະມົນຕີກະຊວງ ຮສສ ມອບເຄື່ອງບັນເທົາທຸກໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງໄຊບູລີ

ຂປລ. ວັນທີ 26 ສິງຫາ 2026, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍ ທ່ານ ນາງ ດາວວອນ ໄຊສຸລຽນ ປະທານຄະນະກຳມະ ການປົກຄອງແຂວງສະຫວັນນະເຂດ, ທ່ານ ນາງ ສີສະຫວັດ ໂຄດທະວົງສາ ຫົວໜ້າພະແນກແຮງງານ...

ອາເມລິກາ ສືບຕໍ່ສະໜັບສະໜູນ ສປປ ລາວໃນການກວດກູ້ລະເບີດບໍ່ທັນແຕກຈົນເຖິງເດືອນກັນຍາ 2027

ສະຫະລັດອາເມລິກາ ຍັງຄົງມຸ່ງໝັ້ນໃນການຊ່ວຍເຫຼືອ ສປປ ລາວ ໃນການກຳຈັດລະເບີດບໍ່ທັນແຕກ ທີ່ເປັນອຸປະສັກຕໍ່ການພັດທະນາປະເທດ ພ້ອມທັງສົ່ງເສີມການເພິ່ງພາຕົນເອງ ແລະ ສະຖຽນລະພາບຂອງ ສປປ ລາວ ຢູ່ແຂວງສະຫວັນນະເຂດ. ທ່ານອຸປະທູດມິແຊລ ເອົ້າລໍ ໄດ້ເຂົ້າຮ່ວມພິທີເປີດໂຄງການໄລຍະໃໝ່ ສຳລັບການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫະລັດອາເມລິກາ ແລະ ດຳເນີນງານໂດຍອົງການ The HALO Trust, ເຊິ່ງຈະສືບຕໍ່ດຳເນີນງານຈົນເຖິງເດືອນກັນຍາ...

ເມືອງສີໂຄດຕະບອງ ລົງກວດກາ ແລະ ມ້າງປ້າຍໂຄສະນາທີ່ຜິດລະບຽບ ພ້ອມສຶກສາອົບຮົມ ແລະ ປັບໃໝ ເຈົ້າຂອງທຸລະກິດທີ່ລະເມີດ

ການດໍາເນີນກິດຈະການ ບໍ່ໄດ້ຮັບອະນຸຍາດທັງການອອກແບບ ແລະ ຕິດຕັ້ງແມ່ນສົ່ງຜົນກະທົບຕໍ່ສະພາບວິວທິວທັດ ແລະ ການສັນຈອນໃນຕົວເມືອງ ລ້າສຸດ ເຈົ້າໜ້າທີ່ ເມືອງສີໂຄດຕະບອງ ລົງກວດກາ ເລີກຮື້ ທັງໝົດ ຖ້າຈະຕິດຕັ້ງຕໍ່ຕ້ອງຜ່ານການກວດກາ ແລະ ອະນຸຍາດຈາກເຈົ້າໜ້າທີ່ກ່ຽວຂ້ອງ. ຄະນະສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຂອງເມືອງສີໂຄດຕະບອງ ສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຖະໜົນສີທອງ ແຕ່ໄຟແດງດົງນາໂຊກ ຫາ ບ້ານປາກທ້າງ ແລະ ຖະໜົນໜອງບຶກໃຕ້...

ໄຟຟ້າລາວ ກຳລັງເລັ່ງແກ້ໄຂສຸກເສີນ ຕິດຕັ້ງເສົາໄຟຟ້າ 12 ຕົ້ນ ແລະ ປັບປຸງລະບົບຕາຂ່າຍໄຟຟ້າ ທີ່ຖືກລົດຕໍາຫັກ ຢູ່ບ້ານຊຽງດາ

ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 ລາຍງານວ່າ: ວັນທີ 25 ສິງຫາ 2026 ທ່ານ ວິລະກອນ ແສງດາລາ ຮອງຫົວໜ້າສາຂາ ນະຄອນຫລວງວຽງຈັນ1 ລົງຕິດຕາມວຽກງານ ນຳພາ- ຊີ້ນຳອ້າຍນ້ອງວິຊາການທາງດ້ານເຕັກນິກໄຟຟ້າ, ເລັ່ງແກ້ໄຂວຽກສຸກເສີນປັບປຸງລະບົບຕາຂ່າຍໄຟຟ້າແຮງກາງ ທີ່ຖືກລົດຕໍາຫັກ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍເລີ່ມປະຕິບັດຕັ້ງເສົາໄຟຟ້າ 18 ແມັດ ຫຍີບຄູ່...

ຂ່າວລ່າສຸດ