CATEGORY

ຂ່າວພາຍໃນ

ປກສ ແຂວງວຽງຈັນ ກັກຜູ້ຖືກຫາລັກລອບຂົນສົ່ງ ຢາບ້າ 1,500 ກິໂລ ແລະ ຢາໄອສ 500 ກິໂລຊຸກເຊື່ອງຢູ່ລົດຫົວລາກ.

ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 7 ເມສາ 2026 ໃນເວລາ 10 ໂມງ 30 ນາທີ ເຈົ້າໜ້າທີ່ຕໍາຫຼວດພະແນກຈະລາຈອນ, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ໄດ້ລົງສົມທົບກັບ ກອງບັນຊາການ ປກສ ເມືອງກາສີ ລັດກວດຄົ້ນລົດຫົວລາກ...

ການນໍາເມືອງປາກກະດິງ ລົງຕິດຕາມລະດັບນໍ້າແລະ ເຝົ້າລະວັງໄພນ້ຳຖ້ວມຢ່າງໃກ້ຊິດ

ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ການນໍາເມືອງປາກກະດິງ ແຂວງບໍລິຄຳໄຊ ນຳໂດຍທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ ພ້ອມດ້ວຍຄະນະນໍາຂັ້ນເມືອງ-ຂັ້ນຕາແສງ ລົງຕິດຕາມເຝົ້າລະວັງສະພາບໄພນ້ຳຖ້ວມຢູ່ 6 ບ້ານ ຄື: ບ້ານນາເຄືອໃນ, ບ້ານນາຫີນ, ບ້ານນາສັງ, ບ້ານນໍ້າສາງ, ບ້ານໜອງບົວ ແລະ ບ້ານໂພນທອງ ໃນວັນທີ 7...

ເມືອງນາກາຍ ລະດົມກຳລັງຊ່ວຍເຫຼືອປະຊາຊົນ 3 ບ້ານ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມຂັງ

ໃນລະຫວ່າງວັນທີ 5-7 ກໍລະກົດ 2026 ເມືອງນາກາຍ ແຂວງຄໍາມ່ວນ ໄດ້ຮັບຜົນກະທົບຈາກອິດທິພົນຂອງພາຍຸໝູນເຂດຮ້ອນ “ໄມສັກ” ສົ່ງຜົນໃຫ້ມີຝົນຕົກໜັກຕໍ່ເນື່ອງໃນຫຼາຍພື້ນທີ່,ເຮັດໃຫ້ລະດັບນ້ຳໃນສາຍນ້ຳຫີນບູນ ( ບໍລິເວນປາກຖ້ຳກອງລໍ-ນາຕານ) ເພີ່ມສູງຂຶ້ນຢ່າງໄວວາ ຈາກ 30 ຊັງຕີແມັດ ພຸ່ງສູງເຖິງ 1,30 ແມັດ ເຮັດໃຫ້ເກີດສະພາບນ້ຳຖ້ວມຂັງ, ໄຫຼຜ່ານເສັ້ນທາງ ແລະ ເຂົ້າຖ້ວມເຮືອນຊານບ້ານຊ່ອງຂອງປະຊາຊົນ. ​ເຫດການດັ່ງກ່າວ ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 3...

ປ່ອຍຍຸງ ໂວບັກເຄຍ ເພື່ອຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ແຂວງອຸດົມໄຊ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຮ່ວມກັບ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ, ພະແນກ ສາທາລະນະສຸກ ແຂວງອຸດົມໄຊ ໄດ້ປ່ອຍຍຸງ ໂວບັກເຄຍ ຂອງໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນຳໃຊ້ ຍຸງ ໂວບັກເຄຍ (Wolbachia). ພິທີປ່ອຍຍຸງ ໂວບັກເຄຍ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ຢູ່ທີ່ແຂວງອຸດົມໄຊ...

ສະພາບການເກີດໄພນໍ້າຖ້ວມຢູ່ເມືອງມະຫາໄຊ ໃນວັນທີ 7 ກໍລະກົດ 2026 ປັດຈຸບັນ ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງຈາກອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ

ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ສະພາບການເກີດໄພນໍ້າຖ້ວມຢູ່ເມືອງມະຫາໄຊ ໃນວັນທີ 7 ກໍລະກົດ 2026 ຊຶ່ງປັດຈຸບັນ ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງ ໃນລະດັບ ປານກາງ ຫາ ຕົກແຮງ ໂດຍໄດ້ຮັບອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ ເຮັດໃຫ້ນໍ້າໄດ້ເພີ່ມສູງຂຶ້ນ 10,58 ແມັດ ທຽບໃສ່ ຕອນແລງວັນທີ...

ເຕືອນໃຫ້ລະມັດລະວັງໃນການສັນຈອນ! ດິນເຈື່່ອນຖົມເສັ້ນທາງ ເລກທີ 8A ເຂດພູຜາມ່ານ ປັດຈຸບັນລົດຍັງບໍ່ສາມາດຜ່ານໄປມາໄດ້.

ຕອນເຊົ້າວັນທີ 8 ກໍລະກົດ 2026 ເກີດມີດິນເຈື່ອນທັບຖົມ ເສັ້ນທາງເລກທີ 8A ຢູ່ເຂດພູຜາມ່ານ ລົງໄປເຂດບ້ານຄູນເງິນ ເມືອງຄູນຄຳ ແຂວງຄຳມ່ວນ ເຮັດໃຫ້ບໍ່ສາມາດຜ່ານໄປໄດ້. ປັດຈຸບັນໜ່ວຍງານກ່ຽວກຳລັງເຂົ້າເຄຍພື້ນທີ່. ເຕືອນສໍາລັບທ່ານໃດຈະເດີນທາງອອກໄປຫາ ທາງແບ່ງຫຼັກ 20 ຫຼື ມີຈຸດປະສົງຈະນຳໃຊ້ເສັ້ນທາງດັ່ງກ່າວ ໃຫ້ຢຸດຊົ່ວຄາວ ແລະ ໃຫ້ລະມັດລະວັງ ເນື່ອງຈາກຍັງມີຝົນຕົກລົງຕໍ່ເນື່ອງ ເຮັດໃຫ້ເສັ້ນທາງມື່ນ ແລະ ອາດມີດິນເຈື່ອນຖົມທາງໄດ້ງ່າຍ. ພາບຈາກ:...

ສະຖານະການນໍ້າຖ້ວມສູງ ຢູ່ບ້ານນາຕານ ເມືອງນາກາຍ ແຂວງຄໍາມ່ວນ

ຕອນເຊົ້າວັນທີ 8 ກໍລະກົດ 2026 ນີ້ ລະດັບນໍ້າຖ້ວມ ຢູ່ບ້ານນາຕານ ເມືອງນາກາຍ ແຂວງຄໍາມ່ວນ ຍັງຄົງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ. ຈາກພາບພື້ນທີ່ຈະເຫັນໄດ້ວ່າ ປະລິມານນໍ້າປ່າໄຫຼຊັດເຂົ້າຖ້ວມບໍລິເວນບ້ານເຮືອນຂອງປະຊາຊົນເປັນວົງກວ້າງ, ຫຼາຍຈຸດລະດັບນໍ້າທ່ວມສູງຈົນເກືອບຈຸພື້ນເຮືອນຊັ້ນ 2 ແລະ ຖ້ວມສິ່ງປຸກສ້າງຊັ້ນດຽວເກືອບມິດຫຼັງຄາ. ຂໍໃຫ້ທຸກຄົນໃນເຂດບ້ານນາຕານ ແລະ ບໍລິເວນໃກ້ຄຽງ ເພີ່ມຄວາມລະມັດລະວັງເປັນພິເສດ, ຕິດຕາມການລາຍງານສະພາບອາກາດ ແລະ ລະດັບນໍ້າຢ່າງໃກ້ຊິດ ພ້ອມທັງກະກຽມຍົກຍ້າຍສິ່ງຂອງມີຄ່າ ແລະ...

ປກສ ແຂວງຊຽງຂວາງ ຈັບຕົວກຸ່ມໄວລຸ້ນລົດຈັກ ອາຍຸ 16-19 ປີ ພ້ອມຂອງກາງລົດ 17 ຄັນ ມາດໍາເນີນຄະດີ

ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 3 ມິຖຸນາ 2026 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງແປກ ໄດ້ມ້າງກຸ່ມແກ້ງເຄື່ອນໄຫວລັກລົດຈັກ ຢູ່ຂອບເຂດເທດສະບານ. ສາມາດກັກຕົວຜູ້ຖືກຫາໄດ້ 3 ຄົນ ຄື: ທ້າວ ຄຳຫລ້າ ອາຍຸ 19 ປີ ແລະ ທ້າວ...

ປກສ ແຂວງ ບໍລິຄຳໄຊ ສະກັດຈັບພາຫະນະລັກລອບຂົນສົ່ງຢາເສບຕິດ ຈຳນວນ1.200.000 ເມັດ ສ່ວນເຈົ້າຂອງລົດຫຼົບໜີເຂົ້າປ່າ

ວັນທີ 5 ກໍລະກົດ 2026 ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ເຄື່ອນໄຫວວຽກງານວິຊາສະເພາະ ພົບເຫັນພາຫະນະເປົ້າໝາຍທີ່ສົງໄສເປັນ ລົດກະບະວີໂກສີຂາວ, ທະບຽບ ຂນ 4545 ນະຄອນຫຼວງວຽງຈັນ ແລ່ນມາດ້ວຍຄວາມໄວ ຈາກນະຄອນຫຼວງວຽງຈັນ-ລົງມາຫາແຂວງບໍລິຄໍາໄຊ, ພໍຮອດເຂດ ບ້ານ ເວີນທາດ ເມືອງ...

ປກສ ເມືອງນາຊາຍທອງ ຈັບຕົວແກ້ງສະແກມເມີ ໄດ້ 23 ຄົນ ຢູ່ບ້ານ ອີໄລໃຕ້

ວັນທີ 30 ມິຖຸນາ 2026 ເວລາ 13:45 ນາທີ ເຈົ້າໜ້າທີ່ໜ່ວຍງານຄຸ້ມຄອງຄົນຕ່າງປະເທດ ແລະ ທ່ອງທ່ຽວ ພະແນກສັນຕິບານ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ປກສ ກຸ່ມອີໄລ ແລະ ອຳນາດການປົກຄອງບ້ານ ອີໄລໃຕ້ ລົງກວດກາ ແລະ ແກ້ໄຂແກ້ງສະແກມເມີ...

ຂ່າວລ່າສຸດ