ຕອນເຊົ້າວັນທີ 8 ກໍລະກົດ 2026 ເກີດມີດິນເຈື່ອນທັບຖົມ ເສັ້ນທາງເລກທີ 8A ຢູ່ເຂດພູຜາມ່ານ ລົງໄປເຂດບ້ານຄູນເງິນ ເມືອງຄູນຄຳ ແຂວງຄຳມ່ວນ ເຮັດໃຫ້ບໍ່ສາມາດຜ່ານໄປໄດ້. ປັດຈຸບັນໜ່ວຍງານກ່ຽວກຳລັງເຂົ້າເຄຍພື້ນທີ່.

ເຕືອນສໍາລັບທ່ານໃດຈະເດີນທາງອອກໄປຫາ ທາງແບ່ງຫຼັກ 20 ຫຼື ມີຈຸດປະສົງຈະນຳໃຊ້ເສັ້ນທາງດັ່ງກ່າວ ໃຫ້ຢຸດຊົ່ວຄາວ ແລະ ໃຫ້ລະມັດລະວັງ ເນື່ອງຈາກຍັງມີຝົນຕົກລົງຕໍ່ເນື່ອງ ເຮັດໃຫ້ເສັ້ນທາງມື່ນ ແລະ ອາດມີດິນເຈື່ອນຖົມທາງໄດ້ງ່າຍ.



ພາບຈາກ: ໂຄສະນາ ຂ່າວສານເມືອງຄູນຄໍາ ຂ່າວເມືອງຄູນຄຳ





