CATEGORY

ຂ່າວພາຍໃນ

ກໍາລັງ ປກຊ ຊ້ອມກຽມຄວາມພ້ອມຊ່ວຍເຫລືອນໍ້າຖ້ວມ ຢູ່ ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ

ວັນທີ 23 ກໍລະກົດ 2026 ກອງພັນ 564 (ຊ່າງແສງ) ກອງພົນທີ 4 ໄດ້ກວດກາຄວາມພ້ອມດ້ານຈຳນວນພົນ, ພາຫະນະ ແລະ ເຕັກນິກ ເພື່ອຮັບປະກັນໃຫ້ແກ່ວຽກງານ ຕ້ານ ແລະ ກອບກູ້ ໄພພິບັດທາງທຳມະຊາດ ທີ່ອາດຈະເກີດຂຶ້ນ ໃນ 3 ແຂວງພາກກາງ, ໂດຍມີສະຫາຍ ພັນໂທ...

ໂຮງໝໍມິດຕະພາບ ສໍາເລັດການຜ່າຕັດປູກຖ່າຍໄຂ່ຫຼັງ ຍົກລະດັບການບໍລິການສາທາລະນະສຸກ ຢູ່ ສປປ ລາວ

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ຊຶ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ. ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ໄດ້ໃຫ້ສໍາພາດກ່ຽວກັບການຈັດຕັ້ງປະຕິບັດການປູູກຖ່າຍໄຂ່ຫຼັງ ຕໍ່ສື່ມວນຊົນໃນວັນທີ 25 ກໍລະກົດຜ່ານມາ ທີ່ໂຮງໝໍດັ່ງກ່າວວ່າ: ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ...

ຊົມເຊີຍພົນລະເມືອງດີແຈ້ງ ປກສ ແຂວງຊຽງຂວາງ ນຳໄປສູ້ການຈັບຕົວແກ້ງສະແກມເມີ 51 ຄົນ ແລະ ກຳລັ່ງຊອກຈັບຕົວຫົວໂປ່ໂຕການ

ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 22 ກໍລະກົດ 2026 ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ກວດຄົ້ນໂຮງແຮມແຫ່ງໜຶ່ງ ຕັ້ງຢູ່ບ້ານ ໂພນສະຫວັນເໜືອ ເມືອງແປກ ຕາມການແຈ້ງຂໍ້ມູນຈາກພົນລະເມືອງດີວ່າ ມີກຸ່ມຄົນຕ່າງປະເທດມາພັກເຊົາ ມີການເຄື່ອນໄຫວຜິດປົກກະຕິ, ເຊິ່ງໂຮງແຮມດັ່ງກ່າວເປັນຂອງຄົນລາວ ແຕ່ໃຫ້ ທ້າວຊຸນ ອາຍຸ 50 ປີ ສັນຊາດຈີນ...

ອຄ ແຂວງອຸດົມໄຊ ຕິດຕາມຊຸກຍູ້ ວຽກງານອຸດສາຫະກຳ-ການຄ້າ ຢູ່ເມືອງປາກແບງ

ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຂະແໜງການ ອຸດສາຫະກຳແລະການຄ້າ (ອຄ) ແຂວງອຸດົມໄຊ ເຄື່ອນຕິດຕາມຊຸກຍູ້ວຽກງານອຸດສາຫະກຳ-ການຄ້າຢູ່ເມືອງປາກແບງ ຊຶ່ງນຳໂດຍທ່ານ ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ. ທ່ານ ອ່ອນຕາ ສາລິກາທອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງປາກແບງ ໄດ້ຍົກໃຫ້ເຫັນສະພາບທີ່ພົ້ນເດັ່ນຄື: ການຈັດຕັ້ງປະຕິບັດຄຸ້ມຄອງແຮ່ທາດ...

ນໍ້າກັດຢໍລະປາ ກັບການອະນຸລັກຊີວະນາໆພັນ ເພື່ອການທ່ອງທ່ຽວທີ່ຍືນຍົງ

ການອະນຸລັກຊີວະນາໆພັນ ຕິດພັນກັບການທ່ອງທ່ຽວແບບຍືນຍົງ ຫຼື Ecotourism ກໍາລັງກາຍ ເປັນຮາກຖານສໍາຄັນ ໃນການຂັບເຄື່ອນເສດຖະກິດສີຂຽວຂອງ ສປປ ລາວ. ຫວ່າງບໍ່ດົນມານີ້, ທີ່ຣີສອດນໍ້າກັດຢໍລະປາ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມການທ່ອງທ່ຽວຊີວະນາໆພັນໃນ ສປປ ລາວ ຄັ້ງທີ I ຊຶ່ງເປັນເຫດການໃຫຍ່ໃນການເຊື່ອມສານວຽກງານອະນຸລັກປ່າໄມ້ເຂົ້າກັບທຸລະກິດການ ທ່ອງທ່ຽວຢ່າງເປັນຮູບປະທຳ ໂດຍການເປັນປະທານຮ່ວມຂອງທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ...

ກະຊວງປ້ອງກັນປະເທດ ເຜີຍແຜ່ເຊື່ຶອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ວັນທີ 23 ກໍລະກົດ ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ພະນັກງານຫຼັກແຫຼ່ງກໍາລັງຫຼວງ ແລະ ກຳລັງທ້ອງຖິນ (ດ້ວຍການເຊື່ອມຕໍ່ວີດີໂອອອນລາຍ), ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ,...

ສົ່ງຕົວຜູ້ຖືກຫາ ເປີດເວັບຫຼິ້ນການພະນັນທາງອອນລາຍສັນຊາດໄທ 67 ຄົນ ໃຫ້ທາງການໄທ

ໃນວັນທີ 24 ກໍລະກົດ 2026, ກົມຕຳຫຼວດເສດຖະ ກິດ ກົມໃຫຍ່ຕຳຫຼວດ ໄດ້ປະສານສົມທົບກັບ ກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນຄວາມສະ ຫງົບ ໃນການມອບຜູ້ຖືກຫາເປີດເວັບຫຼິ້ນການພະນັນອອນລາຍ ສັນຊາດໄທ ຈໍານວນ 67 ຄົນ ຍິງ 36 ຄົນ ໃຫ້ທາງການໄທ ກັບໄປດຳເນີນຄະດີຕາມລະບຽບກົດໝາຍ ຢູ່ຣາຊະອານາຈັກໄທ. ພິທີມອບ-ຮັບ ໄດ້ຈັດຂຶ້ນຢູ່ທີ່ດ່ານສາກົນຂົວມິດຕະ...

ຈັບຄົນໄທ 60 ກວ່າຄົນເປັນແອັດມິນຕອບແຊັດເວັບພະນັນອອນລາຍ

ວັນທີ 21 ກໍລະກົດ 2026, ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າມ້າງກຸ່ມແກ້ງຕອບແຊັດເວັບພະນັນອອນລາຍ ຢູ່ 2 ຈຸດກັກຕົວແອັດມິນຕອບແຊັດເວບພະນັນອອນລາຍ ເປັນຄົນໄທ ຈໍານວນ 67 ຄົນ ຍິງ 36 ຄົນ. ຈຸດທີ 1 ບຸກກວດຄົ້ນຕຶກ 4 ຊັ້ນຕັ້ງຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ເຈົ້າຂອງຊື່...

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ

ໃນຕອນບ່າຍຂອງ ວັນທີ 22 ກໍລະກົດ ນີ້, ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ,ພ້ອມດ້ວຍຄະນະນຳຈາກສູນກາງ ແລະການນຳແຂວງຫຼວງພະບາງ ໄດ້ຢ້ຽມ ຢາມໂຄງການກໍ່ສ້າງ ເຂື່ອນໄຟຟ້ານຳຂອງຫຼວງພະບາງ, ໂດຍໄດ້ຮັບການຕ້ອນຮັບຈາກຄະນະຜູ້ບໍລິການໂຄງການ. ໂອກາດນີ້, ໄດ້ຮັບຟັງການລາຍງານສະພາບການດຳ ເນີນການກໍ່ສ້າງວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ ຕັ້ງຢູ່ລະຫວ່າງເມືອງຈອມເພັດ ແລະເມືອງປາກອູ ແຂວງຫຼວງພະບາງ ເປັນໂຄງການພັດທະນາເຂື່ອນ ໄຟຟ້າ ພະລັງງານນ້ຳແບບຍືນຍົງໃນເຂດແມ່ນ້ຳຂອງຕອນລຸ່ມ...

ລົງກວດກາຕົວຈິງ! ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນລົງກວດກາເສັ້ນທາງ ແລະ ຈຸດດິນເຈື່ອນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ໃນຕອນບ່າຍຂອງວັນທີ 22 ກໍລະກົດ 2026 ນີ້ ທ່ານ ພົຈວ ບົວພັນ ອິນທະປັນຍາ, ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງອະນຸວົງ ໄດ້ລົງກວດກາສະພາບເສັ້ນທາງ ແລະ ຈຸດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ເຂດເທດສະບານແຂວງ ເພື່ອຕິດຕາມ ແລະ ເກັບກຳຂໍ້ມູນຄວາມເສຍຫາຍເພື່ອຮີບຮ້ອນຟື້ນຟູ ແລະ ແກ້ໄຂໃຫ້ທ່ວງທັນ ການລົງກວດກາໃນຄັ້ງນີ້, ຄະນະໄດ້ເນັ້ນໃສ່ບັນດາເສັ້ນທາງຈຸດທີ່ມີການເປ່ເພ,...

ຂ່າວລ່າສຸດ