ກະຊວງປ້ອງກັນປະເທດ ເຜີຍແຜ່ເຊື່ຶອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

Must read

ວັນທີ 23 ກໍລະກົດ ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ພະນັກງານຫຼັກແຫຼ່ງກໍາລັງຫຼວງ ແລະ ກຳລັງທ້ອງຖິນ (ດ້ວຍການເຊື່ອມຕໍ່ວີດີໂອອອນລາຍ), ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ບັນດາກົມກອງກຳລັງບັນດາກົມກອງກຳລັງຫຼວງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ເຜີຍແຜ່ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວ່າ: ຄະນະເລຂາທິການສູນກາງພັກ ສະໄໝທີ XII ແມ່ນສະໄໝທີ່ພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ສຸດ ເນື່ອງຈາກເປັນໄລຍະການແຜ່ລະບາດຂອງພະຍາດໂຄວິດ -19, ເສດຖະກິດຫຼຸດຖອຍ, ບັນຫາກຸ່ມຄົນບໍ່ຫວັງດີ, ອິດທິກໍາລັງປໍລະປັກ ທີ່ເຄື່ອນໄຫວກໍ່ກວນປັ່ນປ່ວນຢູ່ພາຍໃນ ແລະ ຕ່າງປະເທດ, ດ້ວຍຄວາມຕັດສິນໃຈສູງ ຂອງຄະນະເລຂາທິການສູນກາງພັກ ໄດ້ເອົາໃຈໃສ່ຈັດຕັ້ງບັນດາວິທີການ, ຮູບການຕ່າງໆເພື່ອແກ້ໄຂບັນຫາ ແລະ ປະກົດການຕ່າງໆໃນສັງຄົມ ຢຶດໝັ້ນແນວທາງປ່ຽນແປງໃໝ່, ໂດຍກຳນົດເອົາການພັດທະນາດ້ານແນວຄິດເປັນກົກ ຕິດພັນກັບການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງຂອງສູນກາງພັກ ໃນກໍາລັງຫຼວງ-ກໍາລັງທ້ອງຖິ່ນ, ຍົກສູງຄວາມຮັບຜິດຊອບ ຂອງສະມາຊິກພັກ, ພະນັກງານຫຼັກແຫຼ່ງ ໃນຂອບເຂດທົ່ວປະເທດ ເພື່ອນຳພາ-ຊີ້ນໍາ ອົງການ, ກົມກອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດມະຕິຂອງພັກຢ່າງເຂັ້ມງວດ ຢຶດໝັ້ນແນວທາງກ້າວສູ່ສັງຄົມນິຍົມ, ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຢ່າງຕັ້ງໜ້າ, ຫັນປ່ຽນການພັດທະນາຢ່າງຮອບດ້ານ ໂດຍສະເພາະດ້ານແນວຄິດຂອງພະນັກງານ, ພໍ່ແມ່ປະຊາຊົນ ໃຫ້ມີທັດສະນະອັນໃໝ່, ສ້າງຄວາມຮັບຮູ້ສະດຸ້ງໄວຕໍ່ແນວທາງສົ່ງເສີມດ້ານດີ, ປັບປຸງດ້ານຄົງຄ້າງ ໂດຍສະເພາະບັນດາເອກະສານ ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ປະກົດຜົນເປັນຈິງ.

ຈາກນັ້ນ, ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຜີຍແຜ່ບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ເຜີຍແຜ່ກົດລະບຽບຂອງພັກ ສະໄໝ XII ຂອງພັກປະຊາຊົນ ປະຕິວັດລາວ. ໃນນີ້, ກະຊວງປ້ອງກັນປະເທດ ໄດ້ເນັ້ນໜັກການສ້າງສະມາຊິກພັກໃຫ້ມີຄຸນນະພາບ, ມີຄຸນທາດການເມືອງໜັກ ແໜ້ນ ສ້າງເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດບັນດາເນື້ອໃນ, ຄາດໝາຍ, ມະຕິຕ່າງໆ ໂດຍຢຶດຖື 5 ຫຼັກການ 3 ທິດຊີ້ນຳຂອງພັກ, ແກ້ໄຂແນວຄິດຫຼາຍພັກຫຼາຍເຄົ້າ, ປະກົດການຫຍໍ້ທໍ້ພາຍໃນພັກ, ສ້າງສະມາຊິກພັກ, ພະນັກງານຫຼັກແຫຼ່ງ ໃຫ້ມີຄຸນນະພາບ, ມີຄຸນສົມບັດສິນທໍາປະຕິວັດ, ໂດຍສະເພາະພະນັກງານຮຸ່ນສືບທອດ ທີ່ຢຶດໝັ້ນແນວທາງນະໂຍບາຍຂອງພັກ, ເປັນພະນັກງານສະມາຊິກພັກ ຜູ້ທີ່ນໍາໜ້າ, ຕັ້ງໜ້າໃສ່ການສ້າງສາພັດທະນາກົມກອງ ໃຫ້ນັບມື້ທັນສະໄໝ, ສຸມໃສ່ຈັດຕັ້ງປະຕິບັດມະຕິຂອງພັກຢ່າງເຂັ້ມແຂງ, ປຸກລະດົມປະຊາຊົນ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍ, ຮ່ວມໃຈປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາຢ່າງແທ້ຈິງ ຜ່ານມາຍັງມີຫຼາຍບັນຫາທີ່ເກີດຂຶ້ນບໍ່ວ່າໃນກົມກອງ ກໍຄືສັງຄົມເປັນຕົ້ນ: ຍັງມີພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ສ່ວນໜຶ່ງຂາດການຮ່ວມມື, ບໍ່ທັນເປັນເຈົ້າການຈັດຕັ້ງປະຕິບັດຂໍ້ກໍານົດກົດລະບຽບ ຂອງພັກ – ກົດໝາຍລັດ ຂອງບ້ານເມືອງກໍານົດ, ສວຍໂອກາດໃຊ້ສິດ, ໜ້າທີ່ຕໍາແໜ່ງ ໄປໃຊ້ໃນທາງທີ່ຜິດ ຊຶ່ງເຮັດໃຫ້ເສື່ອມເສຍຕໍ່ແນວທາງພັກ, ເຮັດໃຫ້ການພັດທະນາບາງດ້ານຊັກຊ້າ. ພ້ອມນັ້ນ, ໃນກອງປະຊຸມຍັງໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ບັນດາເອກະສານເພີ່ມຕື່ມຊຶ່ງປະກອບມີ: ເອກະສານ ວ່າດ້ວຍກົດລະບຽບ ຂອງກອງທັບປະຊາຊົນລາວ ສະບັບປັບປຸງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ( 2026-2030), ເຜີຍແຜ່ຂໍ້ກໍານົດ ວ່າດ້ວຍວຽກງານການແຂ່ງຂັນ-ຍ້ອງຍໍ ແລະ ຂໍ້ຕົກລົງ ວ່າດ້ວຍການແຂ່ງຂັນ-ຍ້ອງຍໍ ໃນກອງທັບ ປະຊາຊົນລາວ ເພີ່ມຕື່ມອີກດ້ວຍ.

ຂ່າວ: ພຸດທະພອນ ລັດດານາວ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article