- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ລົງກວດກາຕົວຈິງ! ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນລົງກວດກາເສັ້ນທາງ ແລະ ຈຸດດິນເຈື່ອນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ໃນຕອນບ່າຍຂອງວັນທີ 22 ກໍລະກົດ 2026 ນີ້ ທ່ານ ພົຈວ ບົວພັນ ອິນທະປັນຍາ, ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງອະນຸວົງ ໄດ້ລົງກວດກາສະພາບເສັ້ນທາງ ແລະ ຈຸດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ເຂດເທດສະບານແຂວງ ເພື່ອຕິດຕາມ ແລະ ເກັບກຳຂໍ້ມູນຄວາມເສຍຫາຍເພື່ອຮີບຮ້ອນຟື້ນຟູ ແລະ ແກ້ໄຂໃຫ້ທ່ວງທັນ ການລົງກວດກາໃນຄັ້ງນີ້, ຄະນະໄດ້ເນັ້ນໃສ່ບັນດາເສັ້ນທາງຈຸດທີ່ມີການເປ່ເພ,...

ຈັບຕາ! ລາຄານ້ຳມັນໂລກພຸ່ງຂຶ້ນສູງສຸດໃນຮອບ 6 ອາທິດ ຫຼັງຈາກສະຫະລັດໂຈມຕີອີຣານເກືອບຄົບ 2 ອາທິດ ດ້ານກຸ່ມຮູຕີໂຈມຕີເຮືອໃນທະເລແດງ

ລາຄານ້ຳມັນໂລກພຸ່ງຂຶ້ນກວ່າ 2% ແຕະລະດັບສູງສຸດໃນຮອບ 6 ອາທິດ ຫຼັງຈາກສະຫະລັດໂຈມຕີອີຣານຢ່າງຕໍ່ເນື່ອງ ຂະນະທີ່ກຸ່ມຮູຕີຂະຫຍາຍການໂຈມຕີເຮືອບັນທຸກນ້ຳມັນໃນທະເລແດງ ເພີ່ມຄວາມກັງວົນຕໍ່ອຸປະທານພະລັງງານໂລກ ວັນທີ 23 ກໍລະກົດ 2026: ສຳນັກຂ່າວຕ່າງປະເທດລາຍງານວ່າ ລາຄານ້ຳມັນດິບໃນຕະຫຼາດໂລກປັບໂຕເພີ່ມຂຶ້ນກວ່າ 1.5% ແລະ ແຕະລະດັບສູງສຸດໃນຮອບ 6 ອາທິດ ຫຼັງຈາກສະຖານະການຄວາມຂັດແຍ່ງໃນຕາເວັນອອກກາງທະວີຄວາມຮຸນແຮງ ທັງຈາກປະຕິບັດການໂຈມຕີອີຣານຂອງສະຫະລັດ ແລະ ການໂຈມຕີເຮືອບັນທຸກນ້ຳມັນໃນທະເລແດງໂດຍກຸ່ມຮູຕີ. ລາຍງານລະບຸວ່າ ນ້ຳມັນດິບເບຣນທ໌ (Brent)...

ແຈ້ງການມອດໄຟ ວັນທີ 24,26/7/2026 ຂົງເຂດບ້ານ ໜອງບຶກ ເມືອງ ສີໂຄດຕະບອງບ້ານ ນາຄວາຍ,ດົງໂພສີ,ສົມສະຫງ່າ,ໂພນພະເນົາ ເມືອງ ໄຊເສດຖາ

ແຈ້ງການມອດໄຟ ວັນທີ 24/7/2026 ຂົງເຂດບ້ານ ໜອງບຶກ ເມືອງ ສີໂຄດຕະບອງ ໃນຂົງເຂດບ້ານ ນາຄວາຍ,ດົງໂພສີ,ສົມສະຫງ່າ,ໂພນພະເນົາ ເມືອງ ໄຊເສດຖາ

ອັບເດດສະພາບອາກາດ ປະຈໍາວັນທີ 23 ກໍລະກົດ 2026 ເວລາ 12:00 ຫາ 18:00 ໂມງ ມີໂອກາດຝົນຕົກສູງເຖິງ 60%

ອັບເດດສະພາບອາກາດ ປະຈໍາວັນທີ 23 ກໍລະກົດ 2026 ເວລາ 12:00 ຫາ 18:00 ໂມງ ດັ່ງນີ້: ຄວາມກົດອາກາດຕ່ຳຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ລັກສະນະເຊັ່ນນີ້ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ເກີດເຫດຟ້າຜ່າງົວຕາຍ 5 ໂຕ ຢູ່ບ້ານຫ້ວຍໝາກ ເມືອງປະທຸມພອນ ແຂວງຈຳປາສັກ

ໃນເວລາປະມານ 14:40 ໂມງ ຂອງວັນທີ 22 ກໍລະກົດ 2026 ໄດ້ເກີດເຫດການຟ້າຜ່າຂຶ້ນຢູ່ເຂດບ້ານຫ້ວຍໝາກ ເມືອງປະທຸມພອນ ແຂວງຈຳປາສັກ ຫຼັງຈາກມີຝົນຕົກ ພ້ອມກັບຟ້າຮ້ອງ ແລະ ຟ້າແລບຢ່າງຮຸນແຮງ. ຕາມຂໍ້ມູນເບື້ອງຕົ້ນ ຟ້າຜ່າໄດ້ຜ່າລົງໃສ່ຕົ້ນໄມ້ໃຫຍ່ ໃນຂະນະທີ່ມີງົວກຳລັງຫາກິນຫຍ້າຢູ່ໃກ້ບໍລິເວນດັ່ງກ່າວ ສົ່ງຜົນໃຫ້ງົວຖືກຟ້າຜ່າຕາຍທັນທີ ຈຳນວນ 5 ໂຕ. ງົວທີ່ປະສົບເຫດເປັນຂອງ ພໍ່ກຽງ ແລະ ແມ່ໃໝ ຊາວບ້ານຫ້ວຍໝາກ....

ສະພາບອາກາດປະຈຳວັນທີ 23 ກໍລະກົດ 2026

ສະພາບອາກາດປະຈຳວັນທີ 23 ກໍລະກົດ 2026 ດັ່ງນີ້:

ອັບເດດສະພາບອາກາດຊ່ວງແລງຂອງວັນທີ 22 ກໍລະກົດ 2026, ເວລາ 18:00 ຫາ 07:00 ໂມງ

ອັບເດດສະພາບອາກາດຊ່ວງແລງຂອງວັນທີ 22 ກໍລະກົດ 2026, ເວລາ 18:00 ຫາ 07:00 ໂມງ ດັ່ງນີ້:

ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ

ພິທີທໍາລາຍອາວຸດລ່າເນື້ອ ແລະ ຢາເສບຕິດທີ່ຜິດຕໍ່ລະບຽບກົດໝາຍ ຈໍານວນໜຶ່ງ. ໃນຕອນບ່າຍຂອງວັນທີ 21 ກໍລະກົດ 2026 ນີ້, ພະແນກຕຳຫຼວດ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງຍອດອູ ໄດ້ຈັດພິທີທໍາລາຍອາວຸດລ່າເນື້ອ ຈໍານວນ 221 ກະບອກ ແລະ ຢາເສບຕິດທີ່ຜິດຕໍ່ລະບຽບກົດໝາຍ ຈໍານວນໜຶ່ງ. ເປັນກຽດເຂົ້າຮ່ວມຂອງທ່ານ ພັທ...

ປກສ ເມືອງຫຼວງນໍ້າທາ ສຶກສາອົບຮົມກຸ່ມໄວໜຸ່ມມົ້ວສຸມສານເສບຕິດ ປະເພດ ຄໍລະເຈນ ຈໍານວນ 13 ຄົນ

ວັນທີ 15 ກໍລະກົດ 2026 ນີ້, ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ສຶກສາອົບຮົມກຸ່ມໄວໜຸ່ມມົ້ວສຸມສານເສບຕິດປະເພດ ຄໍລະເຈນ ມີຈຳນວນ 13 ຄົນ, ຍີງ 05 ຄົນ. ໂດຍການເຂົ້າຮ່ວມຂອງ ທ່ານ ພັນຕີ ອານຸສັກ ອີນທະປະເສີດ ຮອງຫົວໜ້າພະແນກຕໍາຫຼວດ...

ຮອງນາຍົກລັດຖະມົນຕີ ພົບປະກັບ ສົມເດັດ ເຈົ້າຊາຍ ອັບດູລ ມາທີນ ໂບລເກຍ ລັດຖະມົນຕີກະຊວງການຕ່າງປະເທດ ບຣູໄນ

ໃນວັນທີ 21 ກໍລະກົດ 2026, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ເຈົ້າຊາຍ ອັບດູລ ມາທີນ ໂບລເກຍ (His Royal Highness Prince Abdul Mateen...

Latest news

- Advertisement -spot_img