ປກສ ເມືອງຫຼວງນໍ້າທາ ສຶກສາອົບຮົມກຸ່ມໄວໜຸ່ມມົ້ວສຸມສານເສບຕິດ ປະເພດ ຄໍລະເຈນ ຈໍານວນ 13 ຄົນ

Must read

ວັນທີ 15 ກໍລະກົດ 2026 ນີ້, ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ສຶກສາອົບຮົມກຸ່ມໄວໜຸ່ມມົ້ວສຸມສານເສບຕິດປະເພດ ຄໍລະເຈນ ມີຈຳນວນ 13 ຄົນ, ຍີງ 05 ຄົນ. ໂດຍການເຂົ້າຮ່ວມຂອງ ທ່ານ ພັນຕີ ອານຸສັກ ອີນທະປະເສີດ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງຫຼວງນ້ຳທາ, ພ້ອມດ້ວຍເຈົ້າໜ້າທີ່ຕຳຫຼວດທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັນຕີ ອານຸສັກ ອີນທະປະເສີດ ຮອງຫົວໜ້າຕໍາຫຼວດ ປກສ ໄດ້ລາຍງານໃຫ້ຮູ້ວ່າ: ພຶດຕິກໍາ ແລະ ການກະທໍາຂອງກຸ່ມໄວໜຸ່ມ ໂດຍໄດ້ພາກັນຊື້ ແລະ ນຳໃຊ້ສານເສບຕິດປະເພດຄໍລະເຈນ ມາປະສົມດື່ມເພື່ອຄວາມມ່ວນຊື່ນ ແລະ ມົ້ວສຸມນຳກັນຕາມສະຖານທີ່ຕ່າງໆ , ການກະທຳນີ້ແມ່ນເປັນການລະເມີດກົດໝາຍ, ສ້າງຄວາມບໍ່ສະຫງົບ ແລະ ສົ່ງຜົນກະທົບອັນຮ້າຍແຮງຕໍ່ສຸຂະພາບ, ຈິດປະສາດ ຕະຫຼອດຮອດອະນາຄົດຂອງຕົນເອງ.

ພ້ອມນີ້, ກໍໄດ້ຍົກໃຫ້ເຫັນກົດໝາຍບາງມາດຕາກ່ຽວກັບການປູກ, ຜະລິດ, ຊົມໃຊ້, ຊື້-ຂາຍ, ຈໍາໜ່າຍ, ຂົນສົ່ງ ແລະ ມີສານເສບຕິດໄວ້ໃນຄອບຄອງ; ນໍາໃຊ້ພືດທີ່ມີສານເສບຕິດສົ່ງອອກ ແລະ ສ່ວນປະກອບສານຕັ້ງຕົ້ນຕ່າງໆ ໂດຍຜິດຕໍ່ລະບຽບກົດໝາຍ ເພື່ອໃຫ້ກຸ່ມທີ່ກະທຳຜິດໃນຄັ້ງນີ້ ໄດ້ຮັບຮູ້ ແລະ ເຂົ້າໃຈລະບຽບກົດໝາຍ, ຈຳແນກໄດ້ສິ່ງທີ່ຜິດ ແລະ ຖືກ, ຮັບຮູ້ໄດ້ເຖິງໄພອັນຕະລາຍຂອງສານເສບຕິດ ທີ່ເປັນໄພຕໍ່ສັງຄົມ ແລະ ປະເທດຊາດ. ໂອກາດນີ້, ທ່ານກໍໄດ້ຮຽກຮ້ອງໃຫ້ຜູ້ປົກຄອງ ຈົ່ງເອົາໃຈໃສ່ຕິດຕາມ, ກວດກາ ແລະ ສຶກສາອົບຮົມລູກຫຼານຂອງຕົນຢ່າງໃກ້ຊິດ ເພື່ອບໍ່ໃຫ້ກັບຄືນໄປພົວພັນກັບສິ່ງເສບຕິດ ແລະ ສິ່ງທີ່ຜິດກົດໝາຍຕ່າງໆຕື່ມອີກ.

ຈາກນັ້ນ, ເຈົ້າໜ້າທີ່ກໍ່ໄດ້ສ້າງບົດບັນທຶກສຶກສາອົບຮົມ ໃຫ້ຢຸດເຊົາພຶດຕິກຳນີ້ ແລະ ບໍ່ໃຫ້ເກີດຂຶ້ນຕື່ມອີກ, ພ້ອມທັງໄດ້ມອບໃຫ້ຄອບຄົວຜູ້ປົກຄອງ ສືບຕໍ່ສຶກສາອົບຮົມ, ຄຸ້ມຄອງ ແລະ ຕິດຕາມເຂົາເຈົ້າໃນຕໍ່ໜ້າ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article