ຮອງນາຍົກລັດຖະມົນຕີ ພົບປະກັບ ສົມເດັດ ເຈົ້າຊາຍ ອັບດູລ ມາທີນ ໂບລເກຍ ລັດຖະມົນຕີກະຊວງການຕ່າງປະເທດ ບຣູໄນ

Must read

ໃນວັນທີ 21 ກໍລະກົດ 2026, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ເຈົ້າຊາຍ ອັບດູລ ມາທີນ ໂບລເກຍ (His Royal Highness Prince Abdul Mateen Bolkiah), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ບຣູໄນ ດາຣູຊາລາມ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ ນະຄອນຫຼວງມະນິລາ, ສາທາລະນະລັດ ຟິລິບປິນ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ມາຍັງ ສົມເດັດ ເຈົ້າຊາຍ ອັບດູລ ມາທີນ ໂບລເກຍ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ບຣູໄນ ດາຣູຊາລາມ, ພ້ອມທັງໄດ້ເຊື້ອເຊີນ ສົມເດັດ ເຈົ້າຊາຍ ອັບດູລ ມາທີນ ໂບລເກຍ ສະເດັດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາສະດວກສອງຝ່າຍ. ພ້ອມນີ້, ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນ ບຣູໄນ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະໃນການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ, ລວມເຖິງການສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ.

ພ້ອມກັນນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ສົ່ງເສີມໃຫ້ຂະຫຍາຍຕົວ ຕະຫຼອດໄລຍະ 3 ທົດສະວັດກວ່າ ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1993, ສະແດງອອກ ຜ່ານການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ໂດຍສະເພາະແມ່ນການຢ້ຽມຢາມລັດຖະກິດປະເທດບູຣໄນ ໃນປີ 2022 ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ການຢ້ຽມຢາມລັດຖະກິດ ສປປ ລາວ ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ໃນປີ 2023 ເພື່ອສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ບຣູໄນ ແລະ ການຍົກລະດັບສາຍພົວພັນ ລະຫວ່າງສອງປະເທດຂື້ນເປັນຄູ່ຮ່ວມຍຸດທະສາດ ໃນໂອກາດດັ່ງກ່າວ. ພ້ອມນີ້, ສອງປະເທດ ຍັງໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະໃນຂອບອາຊຽນ ແລະ ຂອບການຮ່ວມມືອື່ນໆ.

ໃນໂອກາດນີ້, ສອງຝ່າຍ ຍັງໄດ້ຢືນຢັນທີ່ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ໃນດ້ານການເຊື່ອມໂຍງ, ເຊື່ອມຈອດ, ພະລັງງານສະອາດ, ການທ່ອງທ່ຽວ, ການສຶກສາ ແລະ ດ້ານອື່ນໆ ໃຫ້ຂະຫຍາຍຕົວຍິ່ງໆຂື້ນໃນຊຸມປີຕໍ່ໜ້າ ລວມທັງການກະກຽມໃຫ້ແກ່ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງລະຫວ່າງສອງປະເທດໃນອະນາຄົດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article