
ລາຄານ້ຳມັນໂລກພຸ່ງຂຶ້ນກວ່າ 2% ແຕະລະດັບສູງສຸດໃນຮອບ 6 ອາທິດ ຫຼັງຈາກສະຫະລັດໂຈມຕີອີຣານຢ່າງຕໍ່ເນື່ອງ ຂະນະທີ່ກຸ່ມຮູຕີຂະຫຍາຍການໂຈມຕີເຮືອບັນທຸກນ້ຳມັນໃນທະເລແດງ ເພີ່ມຄວາມກັງວົນຕໍ່ອຸປະທານພະລັງງານໂລກ
ວັນທີ 23 ກໍລະກົດ 2026: ສຳນັກຂ່າວຕ່າງປະເທດລາຍງານວ່າ ລາຄານ້ຳມັນດິບໃນຕະຫຼາດໂລກປັບໂຕເພີ່ມຂຶ້ນກວ່າ 1.5% ແລະ ແຕະລະດັບສູງສຸດໃນຮອບ 6 ອາທິດ ຫຼັງຈາກສະຖານະການຄວາມຂັດແຍ່ງໃນຕາເວັນອອກກາງທະວີຄວາມຮຸນແຮງ ທັງຈາກປະຕິບັດການໂຈມຕີອີຣານຂອງສະຫະລັດ ແລະ ການໂຈມຕີເຮືອບັນທຸກນ້ຳມັນໃນທະເລແດງໂດຍກຸ່ມຮູຕີ.
ລາຍງານລະບຸວ່າ ນ້ຳມັນດິບເບຣນທ໌ (Brent) ປັບໂຕເພີ່ມຂຶ້ນ 1.93 ໂດລາສະຫະລັດ ຫຼື 2% ມາຢູ່ທີ່ 96 ໂດລາສະຫະລັດຕໍ່ບາເຣນ (ຫຼື ປະມານ 3,170 ບາດຕໍ່ບາເຣນ) ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ວັນທີ 8 ມິຖຸນາ ຫຼັງຈາກວັນກ່ອນໜ້ານີ້ລາຄາປິດເພີ່ມຂຶ້ນກວ່າ 3 ໂດລາສະຫະລັດ ຢູ່ລະດັບ 94.07 ໂດລາສະຫະລັດຕໍ່ບາເຣນ.
ຂະນະທີ່ ນ້ຳມັນດິບເວສຕ໌ເທັກຊັສ (WTI) ຂອງສະຫະລັດ ເພີ່ມຂຶ້ນ 1.44 ໂດລາສະຫະລັດ ຫຼື 1.7% ມາຢູ່ທີ່ 88.27 ໂດລາສະຫະລັດຕໍ່ບາເຣນ (ຫຼື ປະມານ 2,910 ບາດຕໍ່ບາເຣນ) ຫຼັງຈາກພຸ່ງຂຶ້ນເກືອບ 3% ໃນການຊື້ຂາຍວັນກ່ອນໜ້າ.
ທັງນີ້, ປັດໄຈສຳຄັນທີ່ຍູ້ດັນລາຄານ້ຳມັນແມ່ນ ການທີ່ກອງທັບສະຫະລັດ ໂຈມຕີອີຣານຢ່າງຕໍ່ເນື່ອງ. ຂະນະດຽວກັນ, ກອງກຳລັງພິທັກການປະຕິວັດອິສລາມ ຂອງອີຣານອ້າງວ່າ ຍັງຄົງຄວບຄຸມຊ່ອງແຄບຮໍມຸຊໄດ້ທັງໝົດ ພ້ອມເຕືອນວ່າ ເຮືອທຸກລຳຕ້ອງປະສານງານກັບອີຣານກ່ອນເຂົ້າ-ອອກພື້ນທີ່ ແລະ ກ່ອນໜ້ານີ້ຍັງເຄີຍຂູ່ອາດຈະວາງທຸ່ນລະເບີດໃນເສັ້ນທາງເດີນເຮືອທາງຕອນໃຕ້ຂອງຊ່ອງແຄບ.
ທີ່ມາ: AFP





