9 ໝູ່ບ້ານ ຂອງເມືອງໂພນທອງປະກາດເປັນບ້ານພົ້ນທຸກ ແລະ 1 ບ້ານພັດທະນາໃນວັນທີ 22 ພຶດສະພາ 2026

Must read

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຄະນະກໍາມະການປົກຄອງເມືອງໂພນທອງ ປະກາດຮັບຮອງ 9 ບ້ານ ເປັນບ້ານພົ້ນທຸກ ແລະ ປະກາດບ້ານວັງຊຽງ ເປັນບ້ານພັດທະນາ ໃນວັນທີ 22 ພຶດສະພາ 2026 ທີ່ບ້ານວັງຊຽງ ໂດຍມີ ທ່ານ ສຳນານ ສົນທະນີ ຮອງປະທານສະພາປະຊາຊົນແຂວງຫລວງພະບາງ, ທ່ານ ສົມວອນ ແກ້ວຄຳພອນ ປະທານຄະນະກຳມະການປົກຄອງ ເມືອງໂພນທອງ ພ້ອມດ້ວຍການຈັດຕັ້ງບ້ານທັງ 9 ບ້ານ ແລະ ປະຊາຊົນບ້ານວັງຊຽງ ເຂົ້າຮ່ວມ.

ທ່ານ ບຸນມີ ວົງສໍາພັນ ນາຍບ້ານວັງຊຽງ ໄດ້ລາຍງານການສ້າງບ້ານພົ້ນທຸກວ່າ: ທັງ 9 ບ້ານຄື: ບ້ານວັງຊຽງ, ບ້ານປາກອຶມ, ບ້ານວັງແນກ, ບ້ານກາງ, ບ້ານໂດນ, ບ້ານປຸງຮ້ອນ, ບ້ານລອງຢາງ, ບ້ານນາຊ່ອນ ແລະ ບ້ານນາຫລວງ ມີຄອບຄົວພົ້ນທຸກ 989 ຄອບຄົວ, ພົນລະເມືອງ 5.254 ຄົນ, ຍິງ 2.602 ຄົນ, ຜ່ານການປະເມີນ ບ້ານພົ້ນທຸກ ຕາມ 08 ມາດຕະຖານ ເຊັ່ນ: ມີ ຫລື ເຂົ້າເຖິງ ໂຮງຮຽນປະຖົມ ຫລື ໂຮງຮຽນມັດທະຍົມຕອນຕົ້ນ, ມີ ຫລື ເຂົ້າເຖິງ ສຸກສາລາ ຫລື ການບໍລິການສຸຂະພາບ ຂັ້ນພື້ນຖານ, ມີແຫລ່ງນ້ຳສະອາດຊົມໃຊ້, ມີເສັ້ນທາງຄົມມະນາຄົມ ທີ່ສາມາດທຽວໄດ້ຕະຫລອດປີ, ເຂົ້າເຖິງການບໍລິການດ້ານໂທລະຄົມມະນາຄົມ ແລະ ການຂົນສົ່ງ, ມີ ຫລື ເຂົ້າເຖິງ ການຊື້-ຂາຍ ແລະ ແລກປ່ຽນສິນຄ້າ ຫລື ຕະຫລາດ, ມີຕາຂ່າຍໄຟຟ້າໃນລະບົບຊົມໃຊ້ ແລະ ພາຍໃນບ້ານ ມີຄອບຄົວພົ້ນທຸກກວມ 70% ຂຶ້ນໄປ ຂອງຈຳນວນຄອບຄົວທັງໝົດ, ເຫັນວ່າທັງ 9 ບ້ານ ສາມາດບັນລຸໄດ້ຕາມເງື່ອນໄຂ.

ທ່ານ ສົມວອນ ແກ້ວຄຳພອນ ໄດ້ລາຍງານການສ້າງບ້ານວັງຊຽງ ເປັນບ້ານພັດທະນາ ຕາມດຳລັດ 348 ຂອງລັດຖະບານ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ພາຍໃນບ້ານ ປະກອບມີ 396 ຄອບຄົວ, ພົນລະເມືອງ 2.104 ຄົນ, ຍິງ 1.079 ຄົນ, ປະກອບມີ 3 ເຜົ່າຢູ່ຮ່ວມກັນ, ຈຳນວນຄອບຄົວ ທີ່ບັນລຸຕາມມາດຕະຖານ ຄອບຄົວພັດທະນາ ປະກອບມີ: ບັນລຸ 19 ຕົວຊີ້ບອກ ມີ 306 ຄອບຄົວ, ກວມ 77,27%, ບັນລຸ 18 ຕົວຊີ້ບອກ ມີ 31 ຄອບຄົວ, ກວມ 7,83%, ບັນລຸ 17 ຕົວຊີ້ບອກ ມີ 19 ຄອບຄົວ, ກວມ 4,80% ແລະ ບັນລຸ 16 ຕົວຊີ້ບອກ ມີ 40 ຄອບຄົວ, ກວມ 10,1%. ຜ່ານການປະເມີນບ້ານພັດທະນາ ຕາມ 6 ກຸ່ມວຽກມາດຕະຖານ 19 ເນື້ອໃນ 88 ຕົວຊີ້ບອກ, ບັນລຸ 88 ຕົວຊີ້ບອກ ສາມາດບັນລຸກວມ 100%.

ຂ່າວ-ພາບ: ສົມເພັດ ໄຊມີກອນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article