ໃນວັນທີ 9 ພຶດສະພາຜ່ານມາ, ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ (ນວ) ໄດ້ນໍາພາພະນັກງານອົງການປົອງຄອງເມືອງສີໂຄດຕະບອງ, ອຳນາດການປົກ ຄອງບ້ານ ແລະ ປະຊາຊົນບ້ານໜອງບຶກ, ບ້ານດົງນາທອງ ພ້ອມດ້ວຍສະມາຊິກໂຄງການເກັບມ້ຽນຂີ້ເຫຍື້ອມື້ລະຖົງ ອອກແຮງງານອະນາໄມເກັບມ້ຽນຂີ້ເຫຍື້ອທີ່ບຸກຄົນໄປຖີ້ມຊະຊາຍໃສ່ດິນເປົ່າຫວ່າງຢູ່ແຄມທາງເສັ້ນທາງຕັດໃໝ່ດົງນາໂຊກ-ໜອງບຶກ ແລະ ເສັ້ນທາງຕັດໃໝ່ໜອງພະຍາ-ດົງນາທອງ ຊຶ່ງມີຫົວໜ້າຫ້ອງວ່າການ ນວ ປະທານ, ຮອງປະທານຄະນະກຳມະການປົກຄອງເມືອງສີໂຄດຕະບອງ, ຫົວໜ້າ-ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ເຂົ້າຮ່ວມ.

ການອອກແຮງງານຄັ້ງນີ້, ໄດ້ນໍາໃຊ້ແຮງງານຄົນ ແລະ ລົດຂົນສົ່ງຂີ້ເຫຍື້ອຂອງບໍລິສັດ ສະມໍບີ ໄດ້ພາກັນເກັບມ້ຽນຂີ້ເຫຍື້ອທີ່ບຸກຄົນໄປຖີ້ມຊະຊາຍໃສ່ບ່ອນດິນເປົ່າຫວ່າງທີ່ເປັນກອງໃຫຍ່ ແລະ ກອງນ້ອຍຕາມສອງຟາກທາງຂອງສອງເສັ້ນທາງຕັດໃໝ່ ໂດຍສະເພາະຈຸດໃກ້ກັບວົງວຽນບໍລິສັດ ພົງຊັບພະວີ ແລະ ຈຸດອື່ນໆ ຢູ່ເສັ້ນຕາມທາງຕັດໃໝ່ໜອງພະຍາ-ດົງນາທອງ ເພື່ອເຮັດໃຫ້ເສັ້ນທາງມີຄວາມສະອາດງາມຕາ ແລະ ຮັກສາສິ່ງແວດລ້ອມອ້ອມຂ້າງ.

ທ່ານ ບຸນມີ ໄຊຍະວົງ ປະທານຄະນະກຳມະການປົກຄອງເມືອງສີໂຄດຕະບອງ ກ່າວວ່າ: ການອອກແຮງານຄັ້ງນີ້, ແມ່ນອົງການປົກຄອງເມືອງສີໂຄດຕະບອງ ຮ່ວມກັບອົງການປົກຄອງ ນວ, ຜ່ານການລົງສຳຫຼວດທີ່ປະຊາຊົນຖີ້ມຂີ້ເຫຍື້ອຊະຊາຍຢູ່ເສັ້ນທາງດັ່ງກ່າວ, ນັບແຕ່ໄຟອຳນາດດົງນາທອງ ຫາວົງວຽນບໍລິສັດ ພົງຊັບທະວີມີ 5 ຈຸດ ແຕ່ວົງວຽນບໍລິສັດ ພົງຊັບທະວີໄປຫາສາມແຍກໜອງພະຍາມີ 2 ຈຸດ. ດັ່ງນັ້ນ, ຈຶ່ງໄດ້ເຕົ້າໂຮມເອົາພະນັກງານບັນດາຫ້ອງການພາຍໃນເມືອງສີໂຄດຕະບອງ ແລະ ຫ້ອງການກ່ຽວຂ້ອງພາຍໃນ ນວ ເກັບມ້ຽນຂີ້ເຫຍື້ອໃສ່ລົດຂົນສົ່ງຂີ້ເຫຍື້ອເພື່ອນໍາໄປຖິ້ມເພື່ອແກ້ໄຂເບື້ອງຕົ້ນເທົ່ານັ້ນ, ຖ້າທຸກຄົນບໍ່ເປັນເຈົ້າການນໍາກັນ ກໍຈະເປັນແບບນີ້ໄປຕະຫຼອດ. ເພາະຂີ້ເຫຍືື້ອເຫຼົ່ານີ້, ເປັນຂີ້ເຫຍື້ອຈາກຄົວເຮືອນ ຂີ້ເຫຍື້ອເສດກໍ່ສ້າງ ແລະ ວັດສະດຸອື່ນໆ ທີ່ບຸກຄົນລັກເອົາມາຖີ້ມໃສ່. ສະນັ້ນ, ໃນຕໍ່ໜ້າເພື່ອແກ້ໄຂບັນຫາດັ່ງກ່າວນີ້ຮຽກ ຮ້ອງມາຍັງປະຊາຊົນພາຍໃນເມືອງສີໂຄດຕະບອງ ກໍຄືທົ່ວ ນວ ທີ່ນໍາໃຊ້ເສັ້ນທາງດັ່ງກ່າວ ລວມທັງເຈົ້າຂອງດິນເປົ່າຫວ່າງທີ່ຢູ່ແຄມເສັ້ນທາງ ຕ້ອງເປັນຫູເປັນຕາຊ່ວຍກັນ ຖ້າພົບເຫັນຜູ້ທີ່ມາລັກຖິ້ມຂີ້ເຫຍື້ອໃສ່ຕ້ອງລາຍງານຕໍ່ເຈົ້າໜ້າທີ່ ແລະ ການລາຍງານຈະບໍ່ມີຜົນກະທົບຕໍ່ຜູ້ລາຍງານ ທາງເຈົ້າໜ້າທີ່ຈະຮັກສາຄວາມລັບຕໍ່ຜູ້ຫວັງດີ.

ພ້ອມນີ້, ຮຽກຮ້ອງມາຍັງຜູ້ທີ່ມາຖິ້ມຂີ້ເຫຍືື້ອຈົ່ງຢຸດຕິນັບແຕ່ນີ້ເປັນຕົ້ນໄປ ແລະ ຜູ້ທີ່ບໍ່ທັນມາຖິ້ມກໍບໍ່ໃຫ້ເຮັດ ບໍ່ໃຫ້ເປັນຄົນມັກງ່າຍ ແລະ ສວຍໂອກາດເຫັນຄົນໜຶ່ງມາລັກຖິ້ມໃສ່ແລ້ວ ຜູ້ອື່ນໆກໍມາຖິ້ມໃສ່ຕື່ມອີກຈະເຮັດໃຫ້ຂີ້ເຫຍື້ອເປັນກອງໃຫຍ່ ແລະ ຫຼາຍຂຶ້ນເລື້ອຍໆ ທີ່ຈະເປັນພາລະໃຫ້ສັງຄົມ ກໍຄືຄົນອື່ນທີ່ມາເກັບມ້ຽນຢູ່ຕະຫຼອດ ມີແຕ່ແກ້ປາຍເຫດຈະບໍ່ສິ້ນສຸດຈັກເທື່ອ ຖ້າບໍ່ແກ້ຕົ້ນເຫດ ຊຶ່ງການຖິ້ມຂີ້ເຫຍື້ອຊະຊາຍແບບນີ້ມັນໄດ້ສົ່ງກິ່ນເໝັນຕໍ່ຄົນສັນຈອນຕາມເສັ້ນທາງ ແລະ ເຮືອນຄົນຢູ່ຕາມແຄມທາງດັ່ງກ່າວ, ສົ່ງຜົນກະທົບຕໍ່ສະພາບແວດລ້ອມອ້ອມຂ້າງ ແລະ ສ້າງຄວາມບໍ່ສະອາດງາມຕາຕໍ່ຕົວເມືອງ ນວ, ພວກເຮົາເປັນຄົນລາວຈົ່ງຮັກປະ ເທດລາວ ຮັກບ້ານເກີດເມືອງນອນເຮົາ ບໍ່ພາກັນຖິ້ມຂີ້ເຫຍື້ອຊະຊາຍ.

ຂ່າວ: ສົມສະຫວັນ





