ຊາຍຈີນຊ໊ອກ ລ້ຽງລູກ 14 ປີ ບໍ່ແມ່ນສາຍເລືອດ ອະດີດພັນລະຍາຍອມຮັບນອກໃຈກ່ອນວັນແຕ່ງດອງ

Must read

ເກີດກໍລະນີສະທ້ານໃຈໃນເມືອງກຸ້ຍລິນ ແຂວງກວ່າງຊີ ປະເທດຈີນ ຫຼັງຊາຍຄົນໜຶ່ງຮູ້ພາຍຫຼັງຢ່າຮ້າງວ່າ ລູກຊາຍທີ່ລ້ຽງດູມານານ 14 ປີ ບໍ່ແມ່ນລູກແທ້ໆຂອງຕົນ ກ່ອນຍື່ນຟ້ອງອະດີດພັນລະຍາຮຽກຄ່າລ້ຽງດູຄືນ ແລະ ຄ່າເສຍຫາຍທາງຈິດໃຈ

ສານປະຊາຊົນເຂດຊີຊິງ ເມືອງກຸ້ຍລິນ ເປີດເຜີຍຄຳຕັດສິນຄະດີດັ່ງກ່າວ ໂດຍລະບຸວ່າ ຊາຍນາມສະກຸນເຊຍ ແລະ ຍິງນາມສະກຸນລົ່ວ ແຕ່ງງານກັນ ແລະ ມີລູກຊາຍເກີດໃນປີ 2554 ກ່ອນຈະຢ່າກັນໃນເດືອນພຶດສະພາ 2567 ໂດຍໃຫ້ເດັກຢູ່ກັບແມ່

ເຖິງຢ່າງໃດກໍ່ຕາມ ພຽງ 3 ວັນຫຼັງຢ່າ ຝ່າຍຍິງໄດ້ສົ່ງເອກະສານຜ່ານແອັບພລິເຄຊັນ WeChat ຍອມຮັບວ່າໄດ້ມີຄວາມສຳພັນກັບຊາຍອີກຄົນໜຶ່ງກ່ອນວັນແຕ່ງງານ ແລະ ຕັ້ງທ້ອງໃນໄລຍະດັ່ງກ່າວ

ຊາຍຜູ້ເປັນພໍ່ຈຶ່ງໄປຕວດພິສູດ DNA ກັບລູກ ແລະ ຜົນຢືນຢັນວ່າ ບໍ່ມີຄວາມສຳພັນທາງສາຍເລືອດ ເຮັດໃຫ້ລາວໄດ້ຮັບຜົນກະທົບທາງຈິດໃຈຢ່າງຮຸນແຮງ ກ່ອນຍື່ນຟ້ອງຮຽກຄ່າເສຍຫາຍລວມກວ່າ 470,000 ຢວນ

ໃນລະຫວ່າງການພິຈາລະນາຄະດີ ຝ່າຍຍິງອ້າງວ່າຕົນເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍລ້ຽງດູລູກມາຕະຫຼອດ ແລະ ອະດີດສາມີບໍ່ໄດ້ມີສ່ວນຊ່ວຍທາງການເງິນ

ສານເຫັນວ່າ ຝ່າຍຍິງປົກປິດຄວາມຈິງໃນລະຫວ່າງການສົມລົດ ຖືເປັນການລະເມີດຄວາມຊື່ສັດໃນຊີວິດຄູ່ ແລະ ສ້າງຄວາມເສຍຫາຍທາງຈິດໃຈໃຫ້ແກ່ຝ່າຍຊາຍ

ສານຈຶ່ງຕັດສິນໃຫ້ຝ່າຍຍິງຊົດໃຊ້ຄ່າເສຍຫາຍທາງຈິດໃຈ 20,000 ຢວນ ແລະ ຄືນຄ່າລ້ຽງດູລູກບາງສ່ວນ ລວມທັງຄ່າປະກັນໄພ ແລະ ຄ່າໃຊ້ຈ່າຍອື່ນໆ ລວມເປັນເງິນປະມານ 176,000 ຢວນ (ປະມານ 8.8 ແສນບາດ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article