ເວລາປະມານ 10:36 ໂມງ ຂອງມື້ວານນີ້, ປະຊາຊົນໄດ້ພົບເຫັນຄົນເສຍຊີວິດໄຫຼນ້ຳມາຄ້າງຢູ່ບໍລິເວນບ້ານດອນເດດ ເມືອງໂຂງ ແຂວງຈໍາປາສັກ.ຕາມການລາຍງານເບື້ອງຕົ້ນລະບຸວ່າ: ສົບທີ່ເສຍຊີວິດນັ້ນ ແມ່ນເປັນເພດຊາຍ ສັນຊາດອັງກິດ ອາຍຸ ປະມານ 50 ປີ ເສຍຊີວິດໃນທ່າເປືອຍກາຍ.
ປັດຈຸບັນ, ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຈໍາປາສັກໄດ້ມ້ຽນຄາບສົບແລ້ວນຳສົ່ງໂຮງໝໍແຂວງຈຳປາສັກ (ໂຮງເຢັນ) ເພື່ອລໍຖ້າຍາດມາຮັບສົບ.



ທີ່ມາ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຈໍາປາສັກ




