#ຕອນເຊົ້າວັນທີ 13 ມັງກອນ 2026, ພັອ ຮຽມ ໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມຄະນະຮັບຜິດຊອບການດໍາເນີນຄະດີ ກອງບັນຊາການ ປກສ ແຂວງເຊກອງ ໄດ້ຖະແຫຼງຂ່າວ ກ່ຽວກັບຄະດີຂົ່ມຂືນກະທໍາຊໍາເລົາ ແລະ ຄາດຕະກໍາ ທີ່ໄດ້ເກີດຂຶ້ນໃນວັນທີ 30 ທັນວາ 2025 ຜ່ານມາ ໃຫ້ຮູ້ວ່າ: ໃນເວລາ 09 ໂມງ 48 ນາທີ ຂອງວັນທີ 1 ມັງກອນ 2026, ເຈົ້າຫນ້າທີ່ຕໍາຫຼວດເມືອງລະມາມ ແຂວງເຊກອງ ໄດ້ຮັບແຈ້ງຄວາມຈາກ ນາງ ບຸດຕີ ອາຍຸ 28 ປີ ຢູ່ບ້ານໂນນມີໄຊ ເມືອງລະມາມ ແຂວງເຊກອງ ແລະ ຜູ້ກ່ຽວໄດ້ແຈ້ງວ່າ: ນາງ ໄຂ່ຄໍາ ເພັດຈໍາພອນ ອາຍຸ 23 ປີ ຢູ່ ບ້ານໂນນມີໄຊ, ເມືອງລະມາມ, ແຂວງເຊກອງ ເຊິ່ງເປັນນ້ອງສາວຄີງ ຂອງຕົນ ໄດ້ອອກຈາກເຮືອນແຕ່ວັນທີ 29/12/2025 ໄປເຮັດວຽກເປັນພະນັກງານຂາຍຢູ່ຮ້ານຂາຍໂທລະສັບມືຖືລ່ອງໂຟນ, ບ້ານວັດຫຼວງ ເມືອງລະມາມ ແຂວງເຊກອງ ຕາມປົກກະຕິຄືໃນແຕ່ລະ ວັນ ແຕ່ພໍມາຮອດຕອນແລງຂອງວັນດັ່ງກ່າວ, ຜູ້ກ່ຽວບໍ່ໄດ້ກັບ ມາເຮືອນ ແລະ ບໍ່ສາມາດຕິດຕໍ່ໄດ້ນັບແຕ່ວັນທີ 30/12/2025 ບໍ່ຮູ້ວ່າໄປຢູ່ໃສ ແລະ ນັບຈາກເວລາທີ່ ນາງ ໄຂ່ຄໍາ ຫາຍໂຕໄປ ເປັນເວລາໄດ້ 3 ວັນ, ຜູ້ເປັນເອື້ອຍ ຈຶ່ງເຂົ້າມາແຈ້ງຄວາມຄົນຫາຍ ເຊິ່ງກ່ອນໜ້ານັ້ນ ແມ່ນໄດ້ມີການປະກາດຕາມຫາຕາມຊ່ອງທາງສື່ອອນລາຍ ( ເຟສບຸກ ແລະ ອື່ນໆ ).

ພາຍຫຼັງໄດ້ຮັບແຈ້ງຄວາມ, ເຈົ້າຫນ້າທີ່ ໄດ້ລາຍງານສະພາບການໃຫ້ຂັ້ນເທິງຮັບຊາບ, ປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ, ມີການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນກອງບັນຊາ ການ ປກສ ແຂວງ ແລະ ປກສ ເມືອງ ປະ ສານສົມທົບກັນ ເພື່ອຕິດຕາມ, ກວດກາ ແລະ ຊອກຄົ້ນ ຫາຂໍ້ມູນເບາະແສຂອງເຫດ ການດັ່ງກ່າວ.
ຜ່ານການເຄື່ອນໄຫວ ແລະ ເກັບກໍາຂໍ້ມູນ ຂອງວິຊາສະເພາະ, ມາຮອດເວລາ 15 ໂມງ 30 ນາທີ ຂອງວັນທີ 5 ມັງກອນ 2026, ເຈົ້າຫນ້າທີ່ ຈຶ່ງສາມາດກັກຕົວເປົ້າໝາຍສົງໃສ 1 ຄົນ ຊື່: ທ້າວ ກໍ່າ ອາຍຸ 40 ປີ, ບ້ານເກີດ: ບ້ານ ແຊ, ເມືອງສຸຂຸມາ, ແຂວງຈໍາປາສັກ, ບ້ານຢູ່ປະຈຸບັນ: ບ້ານໂນນມີໄຊ ເມືອງລະມາມ, ແຂວງເຊກອງ.

ຜ່ານການສອບສວນ ຂອງເຈົ້າຫນ້າທີ່, ທ້າວ ກໍ່າ ໄດ້ຮັບສາລະພາບວ່າ: ໄດ້ລົງມືກໍ່ເຫດຂົ່ມຂືນກະທໍາຊໍາເລົາ ແລະ ຄາດຕະກໍາ ນາງ ໄຂ່ຄໍາ ເຊິ່ງຈຸດກໍ່ເຫດຄາດຕະກໍານັ້ນຢູ່ຫ່າງຈາກເທສະບານເມືອງລະມາມ ໄປທາງທິດຕາເວັນ ຕົກສ່ຽງໃຕ້ ປະມານ 5 ກິໂລແມັດ ນັບໄລຍະທາງແຕ່ບ້ານໂມ- ບ້ານລະວີລໍາພັນ ເມືອງລະມາມ ແຂວງເຊກອງ ໂດຍໃນມື້ກໍ່ເຫດ, ເວລາ 8 ໂມງ 00 ນາທີ ຂອງວັນທີ 30 ທັນວາ 2025 ຜູ້ກ່ຽວ ໄດ້ຂັບຂີ່ລົດໄຖນາ ( ຕ໋ອກໆ ) ທີ່ແກ່ໝາກກະເຟ ຈາກສວນບ້ານຫນອງກັນ ເມືອງທ່າແຕງ ແຂວງເຊກອງ ເຂົ້າມາເຮືອນຂອງພໍ່ເຖົ້າ-ແມ່ເຖົ້າ ທີ່ບ້ານໂນນມີໄຊ ເມືອງລະມາມ, ພໍມາຮອດເຮືອນແລ້ວ ກໍໄດ້ເອົາໝາກກະເຟ ລົງປະໄວ້ເຮືອນ ແລ້ວເອົາລົດໄຖນາ ( ຕ໋ອກໆ ) ໄປສ້ອມແປງຢູ່ຮ້ານແຫ່ງຫນຶ່ງ ທີ່ບ້ານວັດຫຼວງ ເມືອງລະມາມ, ພໍຮອດເວລາ 14 ໂມງ 03 ນາທີ ຂອງວັນດຽວກັນ, ທ້າວ ກໍ່າ ໄດ້ໂທຫາ ນາງ ໄຂ່ຄໍາ ( ເຊິ່ງເປັນນ້ອງສາວຄີງ ຂອງຜູ້ເປັນເມຍ ) ທີ່ກໍາລັງເຮັດວຽກຢູ່ຮ້ານຂາຍໂທລະສັບ ເພື່ອຂໍຢືມເງິນ ຈໍານວນ 100.000 ກີບ ມາຈ່າຍຄ່າສ້ອມ ແປງລົດ.

ຫຼັງຈາກນັ້ນ, ນາງ ໄຂ່ຄໍາ ກໍໄດ້ຂັບຂີ່ລົດຈັກເວັບໄອ ( ສີແດງ-ດໍາ ), ປ້າຍທະບຽນ ຍພ 9514 ສະຫວັນນະເຂດ ເພື່ອເອົາເງິນມາໃຫ້ ທ້າວ ກໍ່າ ; ຫຼັງຈາກໄດ້ເງິນແລ້ວ, ທ້າວ ກໍ່າ ກໍໃຊ້ເລ້ຫຼ່ຽມ ເພື່ອໃຫ້ ນາງ ໄຂ່ຄໍາ ເອົາລົດຈັກ ໄປສົ່ງຕົນ ຢູ່ສວນກາເຟຂອງພໍ່ເຖົ້າ-ແມ່ເຖົ້າ, ທີ່ບ້ານຫນອງກັນ ເມືອງທ່າແຕງ. ຈາກນັ້ນ, ທັງສອງໄດ້ພາກັນຂີ່ລົດຈັກຊ້ອນກັນ ໂດຍແມ່ນ ນາງ ໄຂ່ຄໍາ ເປັນຜູ້ຊ້ອນທ້າຍ ຂີ່ລົດໄປທາງບ້ານໂມ ມຸ່ງຫນ້າໄປທາງບ້ານຕອກສະຫມິງ ເມືອງລະມາມ, ພໍໄປໃກ້ຈະຮອດ 3 ແຍກ ລົງໄປບ້ານລະວີລໍາພັນ ປະມານ 300 ແມັດ; ທ້າວ ກໍ່າ ກໍໄດ້ພາ ນາງ ໄຂ່ຄໍາ ແວ່ເຂົ້າທາງຮ່ອມ ແລ້ວໃຊ້ວິທີພະຍາຍາມຈະຂົ່ມຂືນກະທໍາຊໍາເລົາ ແຕ່ຍ້ອນ ນາງ ໄຂ່ຄໍາ ຂັດຂືນ, ຜູ້ກ່ຽວຈິ່ງໄດ້ໃຊ້ກໍາລັງປຸກປໍ້າ ແລະ ໃຊ້ສອງມືບີບຄໍ ຈົນເຮັດໃຫ້ ນາງ ໄຂ່ຄໍາ ສະຫຼົບ ແລະ ເສຍຊີວິດ.

ຈາກນັ້ນ, ກໍໄດ້ແກ້ເອົາເສື້ອຊ້ອນໄນຂອງຜູ້ເສຍຊີວິດມັດແຂນທັງສອງເຂົ້າກັນ ແລ້ວແກ່ສົບຂອງຜູ້ເສຍຊີວິດໄປປະ ໄວ້ຢູ່ປ່າແຄມຮ່ອງ ຫ່າງຈາກຈຸດກໍ່ເຫດ ປະມານ 30 ແມັດ ໂດຍສະພາບສົບຂອງເສຍຊີວິດນອນຂວ້າມຫນ້າລົງກັບພື້ນດິນ ລໍາຕົວຢຽດຊື່. ຕໍ່ຈາກນັ້ນ, ຜູ້ກ່ຽວກໍໄດ້ເອົາລົດຈັກ ເວັບໄອ ສີແດງ-ດໍາ, ປ້າຍທະບຽນ ຍພ 9514 ສະຫວັນນະເຂດ ແລະ ໂທລະສັບມືຖື ໄອໂຟນ 7 ຂອງນາງ ໄຂ່ຄໍາ ໄປນໍາ ແລ້ວຂັບຂີ່ລົດຈັກກັບ ຄືນມາທາງເທສະບານແຂວງເຊກອງ ແລ້ວອອກໄປນອນຢູ່ເຮືອນສວນກາເຟ ຂອງພໍ່ເຖົ້າ- ແມ່ເຖົ້າ ທີ່ບ້ານຫນອງກັນ ເມືອງທ່າແຕງ, ຮອດຕອນເຊົ້າມື້ວັນທີ 31 ທັນວາ 2025 ຜູ້ກ່ຽວ ຈຶ່ງໄດ້ນໍາເອົາໂທລະສັບມືຖືໄປຝັງໄວ້ໃນປ່າສວນກາເຟ; ສ່ວນລົດຈັກ ໄດ້ເອົາໄປຝາກໄວ້ນໍາໝູ່ ຢູ່ບ້ານທົ່ງຫວາຍ ເມືອງທ່າແຕງ; ຈາກນັ້ນ, ກໍສືບຕໍ່ດໍາລົງຊີວິດໄປມາຕາມປົກກະຕິ.

ມາວັນທີ 7 ມັງກອນ 2026,ຈົ້າຫນ້າທີ່ ໄດ້ຮີບໂຮມ ຂອງ ກາງທີ່ພົວພັນກັບຄະດີດັ່ງກ່າວໄວ້ ເຊິ່ງລວມມີ ໂທ ລະສັບມືຖື ຍີ່ຫໍ້ ໄອໂຟນ 7 ຈໍານວນ 1 ໜ່ວຍ , ລົດຈັກເວັບໄອ ( ສີແດງ-ດໍາ ) ປ້າຍທະບຽນ ຍພ 9514 ສະຫວັນນະເຂດ ຈໍານວນ 1 ຄັນ.
ສ່ວນປະຫວັດຫຍໍ້ ແລະ ສາຍພົວພັນຄອບຄົວ ຂອງຜູ້ຕ້ອງຫາ: ທ້າວ ກໍ່າ , ມີຖິ່ນກໍາເນີດ ຢູ່ບ້ານແຊ, ເມືອງສຸຂຸມາ, ແຂວງຈໍາປາສັກ ແລະ ນັບແຕ່ປີ 2010, ຜູ້ກ່ຽວ ໄດ້ມາສ້າງຄອບຄົວ ຢູ່ແຂວງເຊກອງ ໂດຍໄດ້ແຕ່ງງານກັບ ນາງ ແວວມະນີ ສຸບັນ ເຊິ່ງແມ່ນເອື້ອຍຄີງ ຂອງນາງ ໄຂ່ຄໍາ ເພັດຈໍາພອນ ( ຜູ້ເສຍຊີວິດ ) ຢູ່ບ້ານໂນນມີໄຊ, ເມືອງລະມາມ ແຂວງເຊກອງ ແລະ ໄດ້ດໍາລົງຊີວິດ ຢູ່ເຮືອນນໍາ ພໍ່ເຖົ້າ- ແມ່ເຖົ້າ ຈົນຮອດປີ 2023 ແລະ ຜູ້ກ່ຽວ ຈຶ່ງໄດ້ອອກໄປຢູ່ເຮືອນທີ່ຢູ່ດິນສວນກາເຟ ຂອງພໍ່ ເຖົ້າ ທີ່ບ້ານຫນອງກັນ ເມືອງທ່າແຕງ ພ້ອມກັບເມຍ ແລະ ລູກ 3 ຄົນ.
ພາຍຫຼັງ ທີ່ໄດ້ຈັບກຸມຕົວຜູ້ກໍ່ເຫດແລ້ວ, ປະຈຸບັນ ຄະດີດັ່ງກ່າວ ແມ່ນຍັງຢູ່ໃນໄລຍະສືບຕໍ່ດໍາເນີນການສືບສວນ-ສອບ ສວນ ເພື່ອຂະຫຍາຍຜົນ ແລະ ເກັບກໍາຂໍ້ມູນຫຼັກຖານເພີ່ມຕື່ມ ຕາມຫຼັກການວິຊາສະເພາະ ເພື່ອຊອກຫາສາຍເຫດ, ແຮງຈູງໃຈ ແລະ ບັນຫາອື່ນໆ ທີ່ຍັງບໍ່ທັນຈະແຈ້ງຕໍ່ຄະດີດັ່ງກ່າວ.
ສະນັ້ນ, ຄະນະຮັບຜິດຊອບການດໍາເນີນຄະດີ ໄດ້ຖະ ແຫຼງຂ່າວກ່ຽວກັບຄະດີຂົ່ມຂືນກະທໍາຊໍາເລົາ ແລະ ຄາດຕະກໍາ ກໍເພື່ອຊີ້ແຈງໃຫ້ສັງຄົມໄດ້ຮັບຊາບເຖິງຄວາມເປັນຈິງຕໍ່ເຫດການດັ່ງກ່າວ ແລະ ບາງບັນຫາຕົ້ນຕໍຄື:
ບັນຫາທີ 1: ຕາມຄໍາຮັບສາລະພາບ ຂອງຜູ້ຖືກຫາ ແລະ ຂໍ້ມູນຫຼັກຖານທີ່ທາງເຈົ້າໜ້າທີ່ ໄດ້ຮີບໂຮມ ຢືນຢັນຊັດເຈນຕໍ່ຜູ້ກະທໍາຜິດ ແມ່ນ ທ້າວ ກໍ່າ
ບັນຫາທີ 2: ການຖະແຫຼງຂ່າວ ເພື່ອຊີ້ແຈງຄະດີດັ່ງກ່າວນີ້ ມີຄວາມຊັກຊ້າ ກໍເນື່ອງຈາກວ່າ: ຄໍາໃຫ້ການ ຂອງຜູ້ກໍ່ເຫດໃນ ເບື້ອງຕົ້ນບໍ່ຈະແຈ້ງ ແລະ ມີການປິດບັງບາງຂໍ້ມູນ ເຊິ່ງຈໍາເປັນຕ້ອງໄດ້ໃຊ້ເວລາໃນສືບສວນ-ສອບສວນເພີ່ມຕື່ມ.
ທີ່ມາ: ຂ່າວແຂວງເຊກອງ




